ໜຸ່ມ​ອາ​ເມ​ຣິ​ກັນ ບຸກ​ຍິງ​ແພດ​ເສຍ​ຊີ​ວິດ ແລ້ວ​ຂ້າ​ໂຕ​ຕາຍ​ຄາ​ໂຮງ​ໝໍ ຍ້ອນ​ຄຽດ​ແພດ ​ບໍ່​ສາ​ມາດ​ຊ່ວຍ​ແມ່​ໄດ້!

news01-1

ໜຸ່ມ​ອາ​ເມ​ຣິ​ກັນ ຄຽດ​ໃຫ້​ໝໍ​ບໍ່​ສາ​ມາດ​ປິ່ນ​ປົວ​ແມ່​ໄດ້ ໃຊ້​ປືນ​ຍິງ​ໝໍ​ເສຍ​ຊີ​ວິດ ແລ້ວ​ຂ້າ​ຕົນ​ເອງ​ຕາຍ​ຕາມ ຢູ່​ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ມັງ​ກອນ​ນີ້​ວ່າ​ ມີ​ໜຸ່ມ​ອາ​ເມ​ຣິ​ກັນຄົນ​ໜຶ່ງ ເດີນ​ທາງ​ເຂົ້າ​ໄປ​ໃນ​ໂຮງ​ໝໍທີ່​ມີ​ຊື່​ສຽງ​ຂອງ​ສະ​ຫະ​ລັດອາ​ເມ​ຣິ​ກາ ແລ້ວ​ໃຊ້​ປືນ​ຍິງ​ແພດ​ຫົວ​ໃຈ​ຄົນ​ໜຶ່ງ​ເສຍ​ຊີ​ວິດ ເພາະ​ເສຍ​ໃຈ​ທີ່​ແພດ​ຄົນ​ດັ່ງ​ກ່າວ ບໍ່​ສາ​ມາດ​ທີ່​ຈະ​ຊ່ວຍ​ຊີ​ວິດ​ຂອງ​ແມ່​ເຂົາ​ໄວ້​ໄດ້.

ດ້ານ​ຕຳ​ຫລວດ​ໄດ້​ລາຍ​ງານ​ວ່າ ຊາຍ​ຄົນ​ດັ່ງ​ກ່າວ​ຊື່ ທ້າວ ສະ​ຕີ​ເຟັນ ປາ​ສ​ເຊ​ຣີ ໄດ້​ເອົາ​ປືນ​ບຸກ​ເຂົ້າ​ໄປ​ພາຍ​ໃນ​ໂຮງ​ໝໍ ແລະ ໄດ້​ຂໍ​ພົບ​ກັບ​ທ່ານ​ໝໍ ໄມ​ເຄິ້ນ ເດ​ວິດ​ສັນ ແລ້ວ​ໄດ້ໃຊ້​ປືນ​ຍິງ 2 ນັດ ແລ້ວ​ຫລັງ​ຈາກ​ນັ້ນ​ກໍ​ຍິງ​ຂ້າ​ຕົນ​ເອງ​ຕາຍ​ຕາມ, ຈາກ​ການ​ສອບ​ປາກ​ຄຳ​ຂອງ​ເອື້ອຍ ແລະ ອ້າຍ​ຂອງ​ລາວ ຕຳ​ຫລວດ​ຮັບ​ຊາບ​ວ່າ ຜູ້​ກ່ຽວ​ລົງ​ມື​ຍ້ອນ​ຄິດ​ວ່າ​ເປັນ​ຄວາມ​ຜິດ​ຂອງ​ໝໍ​ຄົນ​ດັ່ງ​ກ່າວ ເຊິ່ງ​ບໍ່​ສາ​ມາດ​ປິ່ນ​ປົວ​ແມ່​ຂອງ​ເຂົາ​ໄດ້.