spot_img
Homeນານາສາລະຂິງມີສັບພະຄຸນຫຼາຍຢ່າງ! ເພື່ອຕ້ານກັບສະພາບອາກາດໜາວເຢັນ

ຂິງມີສັບພະຄຸນຫຼາຍຢ່າງ! ເພື່ອຕ້ານກັບສະພາບອາກາດໜາວເຢັນ

Published on

ຢູ່ໃນຊ່ວງລະດູການທາມກາງຄວາມໜາວແບບນີ້ມັນໄດ້ເຮັດໃຫ້ຮ່າງກາຍຂອງຄົນເຮົາ ຕ້ອງການຄວາມອົບອຸນເພີ່ມຂຶ້ນເພື່ອຕານທານກັບສະພາບອາກາດໜາວ, ເພື່ອເປັນການຮັກສາສຸຂະພາບໃຫ້ຫ່າງໄກຈາກພະຍາດຕ່າງໆ. ດັ່ງນັ້ນ, ຫຼາຍໆຄົນຈຶ່ງຈັດສັນຫາເອົາເສື້ອຜາໜາໆມາຫໍ່ຫູ້ມຮ່າງກາຍເພື່ອເຮັດໃຫ້ຮ່າງກາຍອົບອຸ່ນ. ແຕ່ໃນມື້ນີ້ທາງທີມງານຂອງເຮົາຈະນໍາເອົາເຄັດລັບມາຝາກເພື່ອໃຫ້ທຸກຄົນມີເຄັດລັບໃນການຕ້ານຄວາມໜາວນໍາກັນ.

ມວຝສ

>>“ຂິງ” ເປັນສະໝຸນໄພຊະນິດໜຶ່ງທີ່ມີລິດອຸ່ນ ລົດຊາດຮ້ອນຊ່ວຍເຮັດໃຫ້ຮ່າງກາຍອົບອຸ່ນຂຶ້ນໄດ້, ເນື່ອງຈາກວ່າໃນຫົວຂິງ ເຕັມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ມີຄວາມສໍາຄັນຕໍ່ຮ່າງກາຍຫຼາຍຊະນິດ ບໍ່ວ່າຈະເປັນທາດເຫຼັກ ແຄລຊ່ຽມ ຟອສຟໍຣັສ ວິຕາມິນເອ ວິຕາມິນບີ1 ວິຕາມິນບີ2 ວິຕາມິນບີ3 ວິຕາມິນຊີ ເບຕ້າແຄໂຣທິນ ທັງຍັງມີໂປຼຕີນ ຄາຣ໌ໂບໄຮເດຣຕ ແລະ ເສັ້ນໄຍເປັນຈໍານວນຫຼາຍ.

ຊຶ່ງບໍລິໂພກ ຂິງ ນັ້ນຈະຊ່ວຍຂັບໄລ່ເຫື່ອ ເຮັດໃຫ້ຮ່າງກາຍອົບອຸ່ນ ແລະ ຍັງສາມາດຊ່ວຍບັນເທົາພິດໄຂ້ ຊ່ວຍຫຼຸດອາການໄອ ແລະ ຄາຍຄໍຈາກຂີ້ກະເທີ. ນອກຈາກນີ້ຂິງຍັງມີສັບພະຄຸນຊ່ວຍຂັບໄລ່ຄວາມເຢັນ ຊ່ວຍໄລ່ລົມ ແກ້ທ້ອງຍື່ງ ຊ່ວຍໃຫ້ຈະເລີນອາຫານ ຊ່ວຍຍ່ອຍອາຫານເຮັດໃຫ້ເລືອດໄຫຼວຽນໄດ້ດີ ແກ້ນີ້ວ ບໍາລູງທາດໄຟ ຫລຸດຄວາມດັນ ແລະ ຫຼຸດຄໍເລສເຕີຮໍລ ໄດ້ໂດຍການຫຼຸດການດູດຊືມໂຄເລສເຕີຣໍລ ຈາກອາຫານໃນລໍາໃສ້ ແລ້ວປ່ອຍໃຫ້ຮ່າງກາຍຂັບໄລ່ອອກທາງລະບົບຂັບຖ່າຍ ແລະ ການສຶກສາວິໄຈຍັງພົບວ່າ ຂິງ ມີສັບພະຄຸນໃນການຊ່ວຍຮັກສາ ແລະ ບໍາບັດໂລກຂໍ່ອັກເສບໄດ້ ເພາະໃນຂິງມີລິດແກ້ປວດ ແລະ ຕ້ານການອັກເສບໄດ້ອີກດ້ວຍ.

ເອີ້ນໄດ້ວ່າປະໂຫຍດ ແລະ ສັບພະຄຸນຂອງຂິງນັ້ນມີຢ່າງຫຼວງຫຼາຍເລີຍລະ! ຊຶ່ງນອກຈາກກິນສົດໆໄດ້ແລ້ວ ປັດຈຸບັນນີ້ ການນໍາຂິງມາແປຮູບ ມາເປັນຂິງຜົງຈຸໃນຊອງງ່າຍຕໍ່ການຊົງດື່ມອີກດ້ວຍ. ປະໂຫຍດລາກຫຼາຍແບບນີ້ ໜາວໆນີ້ຄົງຈະຕ້ອງຫາຂິງມາກິນແກ້ໜາວກັນແລ້ວລະ!.

>>ຂອບໃຈhttp://www.thaihealth.or.th/Content/26394-

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...