spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ວິທີອອກກຳລັງກາຍສະຫມອງ ຊ່ວຍເພີ່ມ ຄວາມຈື່ຈຳ

4 ວິທີອອກກຳລັງກາຍສະຫມອງ ຊ່ວຍເພີ່ມ ຄວາມຈື່ຈຳ

Published on

ຄວາມ​ຈື່ຈຳດີມີ​ໄຊ​ດີ​ໄປ​ກວ່າເຄິ່ງເຮົາ​ບໍ່​ອາດ​ປະຕິເສດ​ໄດ້​ວ່າຄວາມ​ຈື່ຈຳມີ​ຜົນ​ຕໍ່​ການ​ດຳ​ເນີນ​ຊີວິດການ​ຈົດ​ຈຳ​ໄດ້​ດີຈະ​ຊ່ວຍ​ໃຫ້​ເກີດ​ການ​ຮຽນ​ຮູ້​ແລະ​ກາຍ​ເປັນ​ປະສົບການ​ທີ່​ມີ​ຄ່າ​ໃນ​ຊີ​ວິດ

ນອກ​ຈາກ​ການ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ຕໍ່​ສະຫມອງ​ແລ້ວ ເຊື່ອ​ຫລື​ບໍ່​ວ່າ ກິດຈະກຳ​ທີ່​ເຮັດ​ຢູ່​ເປັນ​ປະຈຳ​ກໍ​ສາມາດ​ຊ່ວຍ​ເພີ່ມຄວາມ​ຈຳໄດ້​ເປັນ​ຢ່າງ​ດີດັ່ງ​ຕົວ​ຢ່າງ​ຕໍ່ໄປນີ້

1

  1. ຫົວ​​ໜ້ອຍໜຶ່ງ

ລ່າ​ສຸດ​ງານ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລໂລ​ມາລິນ​ດາປະເທດ​ສະ​ຫະລັດ​ອາເມລິ​ກາ ພົບ​ວ່າການ​ຫົວ​​ພຽງ​ແຕ່20ນາ​ທີ​ສົ່ງ​ຜົນ​ໃຫ້ຄວາມ​ຈື່ຈຳໃນ​ໄລ​ຍະ​ສັ້ນ​ດີ​ຂຶ້ນລະ​ດັບ​ຮໍ​ໂມນ​ຄໍຕິ​ຊອນ(Cortisol) ຫລັ່ງ​ໜ້ອຍ​ລົງແລະ​ຄວາມ​ດັນ​ເລືອດ​ຫລຸດລົງ​ນໍາອີກແນະ​ນຳ​ໃຫ້​ເບິ່ງ​ຮຸບເງົາ​ຕະ​ຫລົກ​ກັບ​ໝູ່​ຫລື​ຄົນ​ຮູ້​ໃຈ​ກໍ​ເປັນ​ວິທີ​ໜຶ່ງ​ໃນ​ການສ້າງ​ສຽງ​ໄດ້

2

  1. ນອນ​ຫລັບ​

ນັກ​ວິ​ໄຈ​ຈາກ​ມະຫາ​ວິທະຍາ​ໄລ​ນິວ​ຢອກປະເທດ​ສະ​ຫະລັດ​ອາ​ເມ​ລິ​ກາພົບ​ວ່າການ​ນອນ​ຫລັບ​ຈະ​ເຮັດໃຫ້​ຈຸລັງ​ສະຫມອງ​ເກີດ​ການ​ເຊື່ອມ​ຕໍ່​ເຖິງ​ກັນ​ແລະ​ກັນໂດຍ​ສະເພາະ​ໄລຍະ​ການ​ຫລັບ​ຊະນິດ​ທີ່​ຈຸລັງສະຫມອງ​ຈະ​ສາມາດ​ຈົດ​ຈຳແລະ​ເກັບ​ຄວາມ​ຊົງ​ຈຳ​ໄວ້​ໄດ້

3

  1. ເຝິກ​ການ​ຂຽນ
    ນັກ​ຈິດ​ວິທະຍາມະຫາ​ໄລ​ແຄ​ລິ​ຟໍ​ເນຍ​ແຫ່ງ​ລອດ​ແອງ​ເຈີ​ລິດປະເທດ​ສະ​ຫະລັດ​ອາ​ເມລິ​ກາ ພົບ​ວ່າກຸ່ມ​ນັກ​ສຶກ​ສາ​ກຸ່ມ​ທີ່​ໃຊ້​ບິກ​ຈົດ​ບັນ​ທຶກ​ມີ​ຄວາມ​ສາມາດ​ໃນ​ການ​ຈົດ​ຈຳ​ເນື້ອ​ຫາ​ໄດ້​ຫລາຍກວ່າ​ກຸ່ມ​ທີ່​ບັນ​ທຶກ​ໂດຍ​ການ​ພິມ​ໃນ​ຄອມພິວເຕີ​

4

  1. ການ​ນັ່ງ​ແລະ​ຢືນ
    ດຣ ອິ​ລິກ ເປ​ເປີ ມະຫາ​ວິທະຍາ​ໄລ​ຊານ​ຟະ​ລານ​ຊິດ​ໂກ ປະເທດ​ສະ​ຫະລັດ​ອະ​ເມ​ລິ​ກາ ກ່າວ​ວ່າການ​ນັ່ງ​ແລະ​ຢືນ​ດ້ວຍ​ທ່າ​ທ່າງ​ທີ່​ຖືກ​ຕ້ອງ​ນັ້ນ​ຊ່ວຍ​ໃຫ້​ສະຫມອງ​ຈົດ​ຈຳ​ເລື່ອງ​ລາວ​ຕ່າງໆ​ໄດ້​ດີເພາະ​ເລືອດ​ສາມາດ​ນຳ​ອອກ​ຊິ​ເຈນ​ໄປ​ລ້ຽງ​ສະຫມອງ​ໄດ້​ຫລາຍ​ເຖິງ 40ເປີ​ເຊັນ

ຖ້າ​ປະຕິບັດ​ກັນ​ເປັນ​ປະຈຳນອກ​ຈາກ​ຊ່ວຍ​ພັດທະນາ​ສະຫມອງ​ແລ້ວຍັງ​ປ້ອງ​ກັນ​ພະຍາດ​ອັນ​ໄຊ​ເມີ​ໄດ້​ນໍາອີກ

ບົດຄວາມຫຼ້າສຸດ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...