spot_img
Homeນານາສາລະວິທີຮັກສາສາຍຕາ ຈາກການໃຊ້ຄອມ!

ວິທີຮັກສາສາຍຕາ ຈາກການໃຊ້ຄອມ!

Published on

pc_girl_user1

1 ເລືອກຈໍພາບທີ່ມີການກະຈາຍລັງສີຕໍ່າ ເພື່ອປົກປ້ອງສາຍຕາ ວິທີທົດສອບແບບງ່າຍໆ ໂດຍການປິດສະວິກພາບ ແລ້ວເອົາແຂນໄປແປະໄວ້ໃກ້ໆ ຈໍພາບໃຫ້ ໃກ້ທີ່ສຸດ ຊຶ່ງຈໍພາບທີ່ມີການກະຈາຍລັງສີຕໍ່າເກືອບຈະບໍ່ຮູ້ເຖິງແຮງຂອງໄຟຟ້າສະຖິດຕາມຂົນບໍລິເວນຜິວໜັງເລີຍ.

2 ປັບແສງ ແລະ ຄວາມຊັດຂອງໜ້າຈໍຄອມ ໃຫ້ຮູ້ສຶກສະບາຍຕາຫຼາຍທີ່ສຸດ ລວມທັງຄວາມສະຫວ່າງພາຍໃນຫ້ອງດ້ວຍ  ເພາະວ່າຖ້າເຮັດວຽກກັບຄອມພີວເຕີ ໃນສະພາບແວດລ້ອມທີ່ມີແສງແຈ້ງເກີນໄປ ແລະ ຈໍພາບມີຄວາມສະຫວ່າງຫຼາຍ ກໍ່ຈະຍິ່ງມີຜົນເສຍຕໍ່ດວງຕາໄດ້ງ່າຍຂຶ້ນ.

3 ຕໍາແໜ່ງຂອງຈໍພາບຄວນຫ່າງຈາກດວງຕາພໍປະມານ 18-24 ນີ້ວ ຫຼືປະມານຊ່ວງຢື້ຂອງແຂນ ແລະ ປັບລະດັບໃຫ້ຕໍ່າກວ່າລະດັບສາຍຕາປະມານ 15-20 ອົງສາ ຊຶ່ງຖ້າຫາກໄລຍະຫ່າງລະຫວ່າງຈໍພາບກັບສາຍຕາ ບໍ່ສໍາພັນກັນອາດເຮັດໃຫ້ເກີດອາການເມື່ອຍລ້າ ແລະ ເຈັບຕາໄດ້ງ່າຍ.

4 ຄວນໃສ່ແຜ່ນກັ້ນລັງສີໄວ້ທີ່ໜ່າຈໍຄອມພິວເຕີຣ໌ ເພື່ອເປັນການຊ່ວຍກະຈາຍລັງສີຈາກຄອມພີວເຕີສູ່ສາຍຕາ ທີ່ສໍາຄັນຄວນເລືອກແບບທີ່ມີຄຸນະພາບ  ແລະ ຊື່ອຖືໄດ້.

5 ທໍາຄວາມສະອາດໜ້າຈໍຄອມພີວເຕີຢູ່ສະເໝີ ເພາະຝຸ່ນລະອອງອາດເຮັດໃຫ້ເກີດການສະທ້ອນແສງຫຼາຍຂຶ້ນ.

6 ການຢຸດພັກ ຫຼື ການປ່ຽງແປງຕາລາງການເຮັດວຽກໃໝ່ ຈະຊ່ວຍໃຫ້ສາຍຕາຜ່ອນຄາຍຄວາມເມື່ອຍ ຈາກການຈ້ອງເບິ່ງຄອມພີວເຕີໄດ້ ເຊັ່ນຢຸດພັກສາຍຕາຄັ້ງລະ 15​ນາທີ່ ທຸກໆ 2 ຊົ່ວໂມງ ແລ້ວຄ່ອຍເລີ່ມການຮັດວຽກຕໍ່ໄປ ກໍ່ຈະຊ່ວຍໃຫ້ຮັກສາສາຍຕາໄດ້.

7 ໃຊ້ຜ້າຈຸ່ມນໍ້າພໍຊຸ່ມ ແປະໄວ້ເທິງໜັງຕາ  ແລະ ຫຼັບຕາຈັກ 2-3 ນາທີ ຫຼືຈະໃຫ້ດີກວ່ານັ້ນ ປິດໄຟນອນພັກຈັກໜ້ອຍເພື່ອເປັນການຊາກພະລັງງານໃຫ້ກັບສາຍຕາກັບມາແຂງແຮງອີກຄັ້ງ.

8 ສໍາລັບຄົນທີ່ໃສ່ ຄອນແທັກເລນ ແຈຕາຈະແຫ້ງເພາະຫ້ອງທີ່ໃຊ້ຄອມພີວເຕີສ່ວນຫຼາຍເປັນຫ້ອງແອຣ໌ ເມື່ອບວກກັບຄວາມຮ້ອນຂອງເຄື່ອງຄອມພີວເຕີ ຈະເຮັດໃຫ້ອາກາດແຫ້ງການຢອດນໍ້າຕາທຽມກໍ່ຈະຊ່ວຍໃຫ້ຕາກັບມາສົດຊຶ່ນອີກຄັ້ງ.

*** ຕົ້ນກະບອງເພັດ ຊ່ວຍໃດ້.

ລອງຫາຕົ້ນກະບອງເພັດຈັກຕົ້ນນ້ອຍໆມາວາງໄວ້ໃກ້ໆກັບໜ້າຈໍຄອມພີວເຕີເບິ່ງເພາະຕົ້ນກະບອງເພັດມີຄວາມສາມາດດູດຊັບລັງສີ ໄດ້ເປັນຢ່າງດີ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...