spot_img
Homeຂ່າວການສຶກສາ10 ສຸດຍອດເຄັດລັບ ເຮັດແບບໃດໃຫ້ເກັງພາສາອັງກິດ!

10 ສຸດຍອດເຄັດລັບ ເຮັດແບບໃດໃຫ້ເກັງພາສາອັງກິດ!

Published on

Print

1 ເລີ່ມຈາກການຟັງບົດຄວາມທີ່ງ່າຍໆ ຈະໄດ້ມີກໍາລັງໃຈບໍ່ທໍ້ຕັ້ງແຕ່ເລີ່ມຕົ້ນ ລວມທັງທີ່ເປັນ slow speed ເພາະວ່າໃນໄລຍະທໍາອິດເຮົາອາດຈະບໍ່ຄຸ້ນເຄີຍກັບ Normal speed ຊຶ່ງການຝຶກຟັງຊ້າໆ ຈະເຮັດໃຫ້ເຮົາລື້ງເຄີຍກັບສໍານຽງ ແລະ ສໍານວນການເວົ້າ.

2 ຟັງເລື່ອງທີ່ເຮົາຖືກໃຈ ເພາະຈະນໍາໄປສູ່ຄວາມສຸກໃຈ, ໃສ່ໃຈ ແລະ ເຂົ້າໃຈ ຫຼາຍກວ່າຟັງເລື່ອງທີ່ເຮົາບໍ່ຄ່ອຍສົນໃຈ ຫຼື ຕ້ອງອົດຟັງ.

3 ໃຫ້ຝຶກຟັງເລື່ອງທີ່ຈົບພາຍໃນໄລຍະເວລາສັ້ນໆ ຖ້າຝຶກຟັງເລື່ອງທີ່ຍາວເກີນໄປຈະເຮັດໃຫ້ສະໝອງເຮົາເມື່ອຍຮັບບໍ່ໄດ້.

4 ຟັງພ້ອມອ່ານ ຫຼື ອ່ານກ່ອນຟັງ ຫຼືຟັງແລ້ວອ່ານ ຫຼືຈະຝຶກແບບໃໝ່ກໍ່ແລ້ວແຕ່ຖະນັດ ການອ່ານຈະຊ່ວຍໃນການສ້າງຄວາມເຂົ້າໃຈໃນເລື່ອງທີ່ຟັງ.

5 ຟັງພ້ອມເບິ່ງວິດີໂອ ການທີ່ສາມາດຮັບສານຜ່ານທັງ 2 ປະສາດ ຄືທາງຫູ ແລະ ທາງຕາ ຈະຊ່່ວຍໃຫ້ເຂົ້າໃຈງ່າຍຂຶ້ນຖ້າມີ subtitle (ການອະທິບາຍຫົວຂໍ້ຂອງເລື່ອງແບບຫຍໍ້ໆ) ໃຫ້ອ່ານພ້ອມກັບຮັບຊົມພາບວີດີໂອ ທີ່ເຄື່ອນໄຫວຍິ່ງຊ່ວຍໃຫ້ເຂົ້າໃຈໄດ້ຫຼາຍຂຶ້ນ.

6 ຝຶກຟັງໜ້ອຍໆ ແຕ່ຟັງເລື່ອຍໆ ດີກວ່າຝຶກຟັງດົນໆແຕ່ບໍ່ຄ່ອຍຟັງ ເພາະສະ ນັ້ນການຝຶກຟັງວັນລະ 15 ນາທີແຕ່ຟັງທຸກວັນໃນ 1 ອາທິດ ດີກວ່າອາທິດ 1 ຟັງ 2 ຊົ່ວໂມງແຕ່ຟັງຄັ້ງດຽວ.

7 ລອງຟັງໂດຍໃຊ້ ສາຍສະເບົ້າ ຈະໄດ້ຍິນສໍານຽງຊັດເຈນຂຶ້ນ ຊ່ວຍໃຫ້ງ່າຍໃນການຝຶກອອກສຽງຕາມ ແຕ່ຢ່າເປີດສຽງດັງຈົນເກີນໄປເພາະຖ້າຟັງໄປດົນໆຈະເຮັດໃຫ້ຫູອຶ່ງ(ຕຶງ)ໄດ້.

8 ຝຶກຟັງພ້ອມເວົ້າຕາມ ການຝຶກເວົ້າຕາມຈະຊ່ວຍສ້າງຄວາມໝັ້ນໃຈ ວ່າເຮົາຟັງໄດ້ຖືກຕ້ອງ ເພາະຖ້າເຮົາຟັງໄດ້ຖືກຕ້ອງ ເຮົາກໍ່ຈະເວົ້າໄດ້ຖືກຕ້ອງເປັນສ່ວນໃຫຍ່ ການຟັງໂດຍມີພາລະທີ່ຈະຕ້ອງເຮັດໃຫ້ເຮົາເວົາຕາມທີ່ຟັງ ຈະເຮັດໃຫ້ເຮົາໃສ່ໃຈໃນການຟັງຫຼາຍຂຶ້ນ ບໍ່ແມ່ນມີແຕ່ຟັງຢ່າງດຽວ.

9 ຟັງຢ່າງຕັ້ງໃຈຖ້າເຮົາຈະເສຍສະລະເວລາ ວັນລະ 20-30 ນາທີ ເພື່ອການຝຶກຟັງພາສາອັງກິດ ກໍ່ຕ້ອງໃຫ້ທັງໃຈໄປພ້ອມກັບ 2 ຫູ ຖ້າຟັງແຕ່ຫູບໍ່ໃຫ້ໃຈຝຶກຟັງ ກໍ່ມັກຈະບໍຄ່ອຍໄດ້ຜົນ.

10 ຟັງດ້ວຍຄວາມສຸກເຖິງຍັງຟັງບໍ່ຄ່ອຍຮູ່ເລື່ອງ ກໍ່ບໍ່ໄດ້ແປ່ວ່າຟັງບໍ່ໄດ້ເລື່ອງ ເຖິງແມ່ນວ່າໃນໄລຍະທໍາອິດ ອາດຈະຮູ້ສຶກວ່າທໍ້ ແຕ່ຮຽນພາສາອັງກິດບໍ່ມີທາງລັດ ຄົນທີ່ຊອກຫາແຕ່ທາງລັດ ແລະ ບໍ່ຄ່ອຍຕັ້ງໃຈໄປຕາມທາງທີ່ຄ່ອຍເປັນຄ່ອຍໄປ ຈະໄປເຖິງປາຍທາງໄດ້ຊ້າກວ່າຄົນທີ່ຄ່ອຍໄປຕາມຂັ້ນຕອນ.

>>ຂອບໃຈ https://www.facebook.com/NaNaSaRaNaRu

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...