spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຕືອນ! 4 ສານອັນຕະລາຍ ທີ່ອາດປະປົນຢູ່ໃນນ້ຳດື່ມ

ເຕືອນ! 4 ສານອັນຕະລາຍ ທີ່ອາດປະປົນຢູ່ໃນນ້ຳດື່ມ

Published on

ดื่มน้ำ

 

ຮູ້ ຫຼື ບໍ່? ມີສານເຄມີອັນຕະ ລາຍປະປົນຢູ່ໃນນ້ຳດື່ມ ໂດຍທີ່ໂຕກອງທີ່ໃຊ້ອາດບໍ່ສາ­ມາດກຳ­ຈັດອອກໄປໄດ້ ຊຶ່ງສານເຄມີເຫຼົ່ານີ້ຈະນຳ­ໄປສູ່ໂລກອັນ­ຕະ­ລາຍຫຼວງ­ຫຼາຍ ແລະ ຈາກການສຶກສາ 4 ສານອັນຕະລາຍທີ່ພົບຫຼາຍທີ່ສຸດຄື:

  • ສານ­ໜູ: ຖ້ານ້ຳທີ່ດື່ມມີປະລິມານສານ­ໜູສູງກໍສາ­ມາດເຮັດໃຫ້ປອດເສຍຫາຍໄດ້ທຽບເທົ່າກັບການສູບ­ຢາດົນເຖິງ10ປີເຖິງວ່າຈະມີປະ­ລິ­ມານປານກາງກໍສາມາດຫຼຸດປະ­ສິດ­ທິ­ພາບການເຮັດວຽກຂອງປອດໄດ້ເຊັ່ນກັນ.
  • ສານທອງ­ແດງ: ມັກພົບການປົນເປື້ອນຫຼາຍທີ່ສຸດໃນນ້ຳດື່ມເພາະເປັນ­ສານທີ່ໃຊ້ໃນທໍ່ນ້ຳອາດເຮັດໃຫ້ເກີດການສະສົມຂອງແອມີລອຍບີຕາຊຶ່ງເປັນໂປຣຕີນທີ່ພັບໂຕຜິດຮູບແບບໃນສະ­ໝອງຈົນນຳ­ໄປສູ່ໂລກຄວາມຈຳເສື່ອມ,ໂລກກ້າມ­ຊີ້ນອັກ­ເສບ ແລະ ໂລກທີ່ກ່ຽວ­ຂ້ອງກັບເສັ້ນ­ເລືອດໃນສະ­ໝອງໄດ້.
  • ຄໍຣີນ: ເປັນ­ສານເຄມີທີ່ໃຊ້ຂ້າພະ­ຍາດໃນນ້ຳດື່ມ ແລະ ນ້ຳໃນສະລອຍ­ນ້ຳແຕ່ນ້ຳທີ່ໄດ້ຮັບສານເຄມີນີ້ສາ­ມາດໂຮມກັນກັບສານອີນຊີເຊັ່ນ:ພືດທີ່ເນົ່າເປື່ອຍຈົນກາຍ­ເປັນໄຕຣຮາໂລມີເທນທີ່ເປັນສານກໍ່ມະເຮັງລະ­ດັບສູງ.
  • ສານກົ່ວ:ໂລ­ຫະທີ່ສາ­ມາດຂຶ້ນໃນນ້ຳແລະເດີນ­ທາງໄປຕາມສາຍເຄື່ອງຈັກ(ໂດຍສະ­ເພາະແມ່ນເຮືອນທີ່ສ້າງຂຶ້ນກ່ອນປີ1950)ຈະມີຄວາມສ່ຽງຕໍ່ການເປັນໂລກຄວາມ­ດັນ­ເລືອດແລະບັນຫາຂອງໝາກໄຂ່ຫຼັງຫຼາຍທີ່ສຸດ.

ດັ່ງ­ນັ້ນການເລືອກນ້ຳດື່ມທີ່ສະ­ອາດຈິ່ງຖືເປັນເລື່ອງທີ່ສຳ­ຄັນເພາະການບໍ­ລິ­ໂພກນ້ຳທີ່ສະ­ອາດ ແລະເໝາະສົມຖືເປັນສິ່ງສຳ­ຄັນທີ່ຮ່າງ­ກາຍຂອງຄົນເຮົາຕ້ອງ­ການ.

ຮຽບຮຽງໂດຍ: ຣັດສະ­ໝີ
ຈາກ: ໜັງສືພິມເສດຖະກິດ-ສັງຄົມ
ຈາກ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...