ການນອນຫລັບພັກຜ່ອນຖືເປັນເລື່ອງສຳຄັນທີ່ບໍ່ຄວນເບິ່ງຂ້າມ ໄດ້ຫລັບຕາສະນິດ ນອນຕາມເວລາ ແລະ ໄດ້ນອນເຕັມອີ່ມ ຜົນລັບທີ່ໄດ້ກໍຄື ສຸຂະພາບທີ່ດີ ຈົນເອີ້ນວ່າ ການນອນຫລັບເປັນລາງວັນຈາກທຳມະຊາດ ແລະ ເປັນວິຕາມິນທີ່ດີທີ່ບໍ່ຕ້ອງໄປຫາຈາກ ບ່ອນໃດ ໂດຍນາທີທີ່ສຳຄັນຄືຕັ້ງແຕ່ 22 : 00 ເປັນຕົ້ນໄປ ຈົນເຖິງກ່ອນທ່ຽງຄືນ ຊຶ່ງຂໍ້ດີຂອງການນອນຫລັບໄດ້ໄວກໍຄື.
ຮ່າງກາຍໄດ້ຊ້ອມແຊມ
ການໃຊ້ຊີວິດ ຫລື ການເຮັດວຽກງານໃນແຕ່ລະມື້ເຮັດໃຫ້ເຮົາຕ້ອງໃຊ້ຮ່າງກາຍຕະຫລອດເວລາ ນາທີສຳຄັນທີ່ຈະຊ່ວຍຟິດຮ່າງກາຍຂອງເຮົາໄດ້ກໍຄືຕອນນອນ ເພາະສະຫມອງໄດ້ພັກຜ່ອນ ກ້າມຊີ້ນໄດ້ຄາຍໂຕ ຫົວໃຈສະຫງົບຂຶ້ນ ຄວາມດັນຫລຸດ ດັ່ງນັ້ນການນອນກໍຄືເຂົ້າອູ່ປົວແປງຮ່າງກາຍຈາກວຽກໜັກໝົດມື້ ຍິ່ງໄດ້ນອນໄວກໍເທົ່າກັບໄດ້ກຳໄລສຳຄັນທີ່ຈະເຮັດໃຫ້ມີສຸຂະພາບດີ ຄົົນທີ່ນອນໄວຈະບໍ່ສ່ຽງກັບການເຈັບປ່ວຍງ່າຍ
ມີຄວາມສຸກງ່າຍ
ຄວາມສຸກຂອງເຮົາອາດ ເພີ່ມສູງຂຶ້ນພຽງແຕ່ລອງນອນໃຫ້ໄວຂຶ້ນ ເພາະເມື່ອນອນໄວກໍຈະມີໂອກາດນອນໄດ້ເຕັມອີ່ມ ແລະ ພຽງພໍກັບຄວາມຕ້ອງການຂອງຮ່າງກາຍແບບເຕັມທີ່ ໃນທາງກົງກັນຂ້າມ ເມື່ອອົດນອນຈະນຳໄປສູ່ສຸຂະພາບ ແລະ ສະຫມອງ ບໍ່ມີສະມາທິ ຄວາມຈຳບໍ່ດີ ຂີ້ຫງຸດຫງິດ ຄວາມອົດທົນໜ້ອຍລົງ ແລະ ອາລົມເສຍງ່າຍໂດຍບໍ່ຮູ້ສາເຫດ
ຊ່ວຍປ້ອງກັນຄວາມເຖົ້າ
ພຽງແຕ່ນອນກໍຊ່ວຍເສີມສ້າງຄວາມໜຸ່ມສາວ ແລະ ປ້ອງກັນຄວາມເສື່ອມທີ່ມາຫາໄດ້ຈາກພະລັງການຕ້ານອານຸມູນອິດສະຫລະ ຊຶ່ງເປັນຂີ້ໝ້ຽງເຖົ້າທີ່ເກີດໃນຮ່າງກາຍຕາມທຳມະຊາດໃນທຸກລົມຫາຍໃຈ ຊຶ່ງການໄດ້ນອນຈະຊ່ວຍໃຫ້ຂີ້ໝ້ຽງເຖົ້າທັງຫລາຍບໍ່ທໍາຮ້າຍຮ່າງກາຍກ່ອນໄວອັນຄວນ ການນອນໄວຕັ້ງແຕ່ຫົວຄ່ຳຊ່ວຍເຮັດໃຫ້ຄວາມເຖົ້າບໍ່ຍ່າງມາຫາເຮົາໄວເກີນໄປ
ຄວາມຈຳດີຂຶ້ນ
ການສຶກສາຈາກສະມາຄົມຈິດວິທະຍາອາເມລິກາ (APA) ບອກວ່າ ຄົົນທີ່ນອນໜ້ອຍ (ປະມານ 4 ຊົ່ວໂມງຕໍ່ຄືນ) ຕິດຕໍ່ກັນມີຜົນຕໍ່ຄວາມຈຳ ສະມາທິ ແລະ ອຸບັດເຫດຫລາຍ ດ້ວຍກົນໄກຂະນະນອນຊ່ວຍຈັດລະບຽບສະຫມອງ (Consolidation) ຄ້າຍ ອີເມນ ທີ່ແຍກເມນຂີ້ເຫຍື້ອອອກໄປ ສັງເກດວ່າ ເວລາອົດນອນຈະມີອາການມຶນ ຄວາມຈື່ຈຳມົວ ລືມງ່າຍ ຫລື ບໍ່ກໍ່ລິ້ນພັນກັນ ເພາະຄິດອີກຢ່າງແຕ່ພັດເວົ້າອີກຢ່າງ ດັ່ງນັ້ນການໄດ້ນອນເຕັມອີ່ມມີສ່ວນຊ່ວຍໃຫ້ສະຫມອງໄດ້ເຕີມພະລັງ ສາກແບັດພ້ອມຮັບຄວາມຈື່ຈຳໃໝ່ໆ ໄດ້ດີຂຶ້ນ
ບໍ່ສ່ຽງຕຸ້ຍ
ຊ່ວຍໃຫ້ບໍ່ເກີດການສ່ຽງພະຍາດຕຸ້ຍລົງໜ້າທ້ອງ ເພາະການນອນໄວຊ່ວຍສະກັດອາການຢາກຕອນເດິກ ແລະ ກິນຈຸກ ນອກຈາກນັ້ນ ຍັງມີກົນໄກດັບຄວາມຢາກດ້ວຍການສ້າງເຄມີດັບຢາກຂຶ້ນມາ ເຮັດໃຫ້ການນອນໄວຊ່ວຍຄຸມນ້ຳໜັກໂຕໄດ້ດີກວ່າ ເພາະກະຕຸ້ນເຜົາໃນຮ່າງກາຍໃຫ້ເຮັດວຽກໄດ້ດີ ຊ່ວຍໃຫ້ບໍ່ຕຸ້ຍງ່າຍ ບໍ່ສ້າງເຄມີເກັບໄຂມັນຫລາຍ
ຄຸມຄວາມດັນເລືອດໄດ້
ເພາະໃນຂະນະນອນຫລັບໄວ ພາຍໃນຮ່າງກາຍ ລະບົບປະສາດອັດຕະໂນມັດ ທັງຫລາຍ ແລະ ກົນໄກທາງຊີວະວິທະຍາທີ່ເປັນແບບແຂ້ວເຟືອງ ຂະໜາດນ້ອຍທັງຫລາຍຈະມີການຊ່ວຍກັນເຮັດວຽກທີ່ ຊັບຊ້ອນແບບຄຸມຫົວໃຈ ແລະ ຄວາມດັນເລືອດໃຫ້ສະຫງົບລົງ ບໍ່ແກວ່ງຂຶ້ນລົງງ່າຍຄືກັບຕອນຕື່ນ
ບໍ່ສ່ຽງພະຍາດເກົ່າທີ່ອາດຈະກັບມາອີກ
ພະຍາດເກົ່າທີ່ອາດຈະກັບມາໄດ້ ໃນເມື່ອມະນຸດນອນເດິກກໍຄື ພະຍາດຫົວໃຈ ພະຍາດຫລອດເລືອດສະຫມອງ ຄວາມດັນສູງ ເບົາຫວານ ພູມແພ້ ພະຍາດຄຽດ ຊຶມເສົ້າ ລວມໄປເຖິງພະຍາດມະເຮັງ ການນອນເດິກ ເຮັດໃຫ້ຮ່າງກາຍເມື່ອຍເພີ່ມຂຶ້ນໂດຍແມ່ນເຫດ ຄິດງ່າຍໆວ່າ ຄືກັບເຄື່ອງຈັກຕ້ອງເຮັດວຽກກາຍເວລາ ກໍຈະເຮັດໃຫ້ພະຍາດທີ່ຢູ່ຕາມອະໄວຍະວະຕ່າງໆ ພາກັນອອກລິດຂຶ້ນ
ໄດ້ລ້າງພິດ
ສັງເກດໄດ້ວ່າ ຄົົນທີ່ອົດນອນອາດມີບັນຫາຖອກທ້ອງ ໜ້າຕາໝົ່ນໝອງ ເບິ່ງບໍ່ສົດຊື່ນ ແລະ ທີ່ສຳຄັນຄື ສຸຂະພາບບໍ່ດີ ນັ້ນເພາະສ່ວນຫນຶ່ງຂອງພິດມາຈາກການນອນເດິກ ໂດຍສະເພາະສາວໆ ທີ່ປວດຮອບເດືອນເລື້ອຍໆ ຖ້າແກ້ການນອນເດິກໄດ້ກໍສາມາດຊ່ວຍຄຸມເຄມີປວດໄດ້ຫລາຍ
ສະຫມອງສ້າງເຄມີສຸຂະພາບ
ສະຫມອງເປັນຫົວເຮືອໃຫຍ່ໃນການແຈກງານໃຫ້ອະໄວຍະວະຕ່າງໆ ບໍ່ເວັ້ນແມ່ນເວລານອນທີ່ຖືເປັນເວລາແຈກລາງວັນໃຫ້ຮ່າງກາຍ ໂດຍມອບ ເມລາໂທນິນ ຊີໂລໂທນິນ ແລະ ຮໍໂມນເພດ ອີກທັງເຄມີບຳລຸງຕ່າງໆ ອອກມາຄຸມລະບົບໃນໂຕເຮົາໃຫ້ເຮັດວຽກ ຄ່ອງໂຕພ້ອມຕື່ນມາຢ່າງສົດຊື່ນ ແຖມຍັງ ຊ່ວຍເປັນເກາະປ້ອງກັນການປ່ວຍໄດ້ນໍາອີກ ຊຶ່ງການນອນຫລັບມີຜົນມະຫາສານຕໍ່ຄຸນນະພາບຊີວິດຂອງເຮົາ