spot_img
Homeນານາສາລະຜົນເສຍ ຂອງການໃສ່ເກີບສົ້ນສູງ!

ຜົນເສຍ ຂອງການໃສ່ເກີບສົ້ນສູງ!

Published on

e_ehimnqwz1357

ເກີບສົ້ນສູງ ເວົ້າໄດ້ວ່າເປັນໂຕຊ່ວຍທີ່ເພີ່ມຄວາມງາມ ແລະ ສ້າງຄວາມໝັ້ນໃຈ ໃຫ້ກັບສາວໆ ຫຼາຍຄົນ, ແຕ່ຮູ້ ຫຼືບໍ່ວ່າ ການໃສ່ເກີບສົ້ນສູງເປັນເວລາດົນ ແລະ ໃສ່ເລື່ອຍໆ ຈະເຮັດໃຫ້ເປັນອັນຕະລາຍຕໍ່ສຸຂະພາບຮ່າງກາຍໄດ້ບໍ່ໜ້ອຍ.  

1. ກ້າມເນື້ອ-ເອນຄະນ່ອງ

ໃນຂະນະທີ່ໃສ່ເກີບສົ້ນສູງ ບັນດາສາວໆ ຕ້ອງໄດ້ຢືນຢູ່ໃນທ່າ ຢັງຢີ້(ຢັງແຢ້) ຊຶ່ງຖ້າຫາກວ່າຮ່າງກາຍຂອງຄົນເົຮາຕ້ອງຢູ່ໃນທ່ານີ້ເປັນເວລາດົນໆ ຈະເຮັດໃຫ້ກ້າມເນື້ອ ເອນຄະນ່ອງເຄັ່ງຕຶງ ແລະ ຫົດສັ້ນ ສັງເກດໄດ້ຈາກອາການເຈັບຄະນ່ອງເລື່ອຍໆ  ຈາກການຍ່າງ ຫຼື ເປັນຕະຄິວ.         

 2. ໂຄງສ້າງຂອງຕີນ

ເມື່ອກ້າມເນື້ອ ເອນຄະນ່ອງຫົດສັ້ນຢູ່ເລື່ອຍໆ ຈະສົ່ງຜົນເສຍຕໍ່ໂຄງສ້າງຂອງຕີນ ເມື່ອທ່ານຢືນດ້ວຍຕີນເປົ່າຈະເຫັນວ່າ ຕີນເປອອກ ເຮັດໃຫ້ເກີດອາການເຈັບປວດບໍລິເວັນອົ້ງຕີນ ແລະ ສົ້ນຕີນ ຈົນກາຍເປັນບັນຫາຂອງຝາຕີນຕາມມາ.       

3. ກະດູກສັນຫຼັງ 

ການໃສ່ເກີບສົ້ນສູງ ເຮັດໃຫ້ປາຍຕີນສ່ວນໜ້າຈະຕ້ອງຮັບນໍ້າໜັກຂອງຮ່າງກາຍໄວ້ເກືອບໝົດ ເພື່ອເຮັດໃຫ້ຢືດໂຕໃຫ້ຊື່ ແລະ ຊົງໂຕໄດ້ ໃນຂະນະດຽວກັນສະລີລະຂອງຮ່າງກາຍກໍ່ຈະປັບໃຫ້ອະໄວຍະວະສ່ວນຫຼັງບໍລິເວນຊ່ວງແອວ ແອນໄປດ້ານໜ້າ ສົ່ງຜົນໃຫ້ເກີດອາການເຄັ່ງຕຶງຂອງກ້າມເນື້ອຈົນເຖິງຂັ້ນເຈັບຫຼັງໃນທີ່ສຸດ.

      ການຮັກສາປະຖົມພະຍາບານໃນເບື່ອງຕົ້ນ. 

ໃນກໍລະນີເກີດການບາດເຈັບຂອງຕີນ ຈາກການໃສ່ເກີບສົ້ນສູງ ໃຫ້ໃຊ້ຄວາມເຢັນຊຶ່ງອາດຈະເປັນຖົງນໍ້າແຂງ ແປະໄວ້ປະມານ 20-30ນາທີ ໃນຂະນະດຍວກັນໃຫ້ຍົກຂາຂຶ້ນສູງ ແລະ ຫຼຸດການໃຊ້ງານ ທ່ານສາມາດແປະໄດ້ເລື່ອຍໆ 4-5 ຄັ້ງຕໍ່ມື້  ທູກໆ 2 ຊົ່ວໂມງ  ໃນມື້ທໍາອິດທີ່ໄດ້ຮັບການບາດເຈັບ ຂໍ້ສໍາຄັນຄືຫ້າມນວດ ຫຼືຫ້າມດັດ ບິດຂໍ່ຕີນ.

ສໍາລັບເລື່ອງເກີບສົ້ນທີ່ສູງ ເກີນ 2 ນີ້ວ ອາດສົ່ງຜົນໃຫ້ເກີດບັນຫາຕັ້ງແຕ່ເລັບຕີນຢິກ ເປັນຕູດ ຫຼື ຕາປາ ທີ່ຝາຕີນ ເສັ້ນປະສາດຕີນອັກເສບ ກ້າມເນື້ອ ເອັນຄະນ່ອງ ຫົດລັງ ການບາດເຈັບຈາກຕີນພິກ.   

ນອກຈາກນີ້ ຍັງມີອາການບາດເຈັບເຂົ່າ ເນື່ອງຈາດການຄືງ (ກຶງ)ຂອງເຂົ່າເພື່ອການຊົງໂຕ  ແລະ ທີ່ສໍາຄັນຄື ຍັງສົ່ງຜົນເຖີງກະດູກສັນຫຼັງດ້ວຍ ການກິນອາຫານໃຫ້ຄົບ 5 ໝູ່ ມີສານອາຫານ ແລະ ແຄລຊ່ຽມພຽງພໍ ແລະ ໝັ່ນອອກກໍາລັງກາຍ ຈະເຮັດໃຫ້ກະດູກແຂງແຮງ ທັ້ງນີ້ຕ້ອງຄວບຄູມນໍ້າໜັກອີກດ້ວຍ.

ຢ່າງໃດກໍ່ຕາມ ໄວອາຍຸໃດໆກໍ່ບໍ່ເໝາະສົມທີ່ຈະໃສ່ເກີບສົ້ນສູງ(ໂດຍສະເພາະແມ່ນໃສ່ເປັນເວລາດົນ) ໂດຍສະເພາະເດັກ ແລະ ຜູ້ຍິງຖືພາ ຄວນໃສ່ສົ້ນຕໍ່າ.

>>ຂອບໃຈ http://www.thaihealth.or.th/Content/26995-%E0%B8%9C%E0%B8%A5%E0%B8%81%E0%B8%A3%E0%B8%B0%E0%B8%97%E0%B8%9A%E0%B8%88%E0%B8%B2%E0%B8%81%E0%B8%A3%E0%B8%AD%E0%B8%87%E0%B9%80%E0%B8%97%E0%B9%89%E0%B8%B2%E0%B8%AA%E0%B9%89%E0%B8%99%E0%B8%AA%E0%B8%B9%E0%B8%87.html

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...