spot_img
Homeນານາສາລະ5 ວິທີລ້າງຜັກຫຼຸດຜ່ອນສານພິດຕົກຄ້າງ!

5 ວິທີລ້າງຜັກຫຼຸດຜ່ອນສານພິດຕົກຄ້າງ!

Published on

ວິທີລ້າງຜັກຫຼຸດຜ່ອນສານພິດ ຢາຂ້າແມງໄມ້ ເພື່ອໃຫ້ເຮົາໄດ້ຮັບປະທານ ແລະ ໄດ້ຮັບປະໂຫຍດຈາກຜັກຢ່າງເຕັມທີ່, 5 ວິທີງ່າຍໆ ທີ່ຕ້ອງປະຕິບັດກ່ອນຮັບປະທານ.

e_abefhnvxz356

ໃຜໆກໍ່ຮູ້ວ່າ ຜັກ ເປັນອາຫານທີ່ດີຕໍ່ສຸຂະພາບເຕັມໄປດ້ວຍແຮ່ທາດ ວິຕາມິນຕ່າງໆ ທີ່ຊ່ວຍບໍາລູງຮ່າງກາຍແຕ່ການທີ່ຈະກິນຜັກນັ້ນ ກໍ່ບໍ່ໄດ້ວ່າຈະກິນແບບສຸມສີ່ສຸມຫ້າໄດ້ ເພາະຖ້າເປັນຜັກທີ່ປົນເປື້ອນດ້ວຍສານພິດ  ຜັກທີ່ກິນແຊບທີ່ເໝືອນກັບເປັນຢາ ອາກຈະກາຍມາເປັນພິດໄດ້ ຫາກວ່າມັນໄດ້ຖືກສະສົມໃນຮ່າງກາຍ ຫຼາຍເກີນໄປກໍ່ຈະເຮັດໃຫ້ ລະບົບຂອງອະໄວຍະວະຂອງຮ່າງກາຍເຮັດວຽກຜິດປົກກະຕິໄດ້.

ອ່ານແລ້ວກໍ່ຢ່າຟ້າວຢ້ານ ແລ້ວບໍ່ກ້າາກິນຜັກເດີ ເພາະວ່າຖ້າເຮົາຮູ້ຈັກລ້າງໃຫ້ຖືກວິທີກ່ອນຈະນໍາມາປຸງແຕ່ງອາຫານ ຫຼື ຮັບປະທານ ກໍ່ຈະຊ່ວຍຫຼຸດປະລິມານ ສານພິດ ແລະ ສິ່ງປົນເປື້ອນຕ່າງໆ ທີ່ຕົກຄ້າງຢູ່ໃນຜັກໄດ້ ຊຶ່ງສໍານັກງານຄະນະກໍາມະການອາຫານ ແລະ ຢ່າ ຫຼື ອຢ.  ກໍ່ໄດ້ໃຫ້ຄໍາແນະນໍາ ມາ 5 ວິທີ ລ້າງຜັກຫຼຸກຜ່ອນສານຕົກຄ້າງ ໄດ້ໄວຢ່າງໜ້າສົນໃຈ ອ່ານແລ້ວລອງປະຕິບັດຕາມເພື່ອເຮົາຈະໄດ້ກິນຜັກຢ່າງສະບາຍໃຈ ແລະ ໄດ້ຮັບປະໂຫຍດຢ່າງເຕັມທີ່

eat

 

ມິທີທີ່ 1 ເອົາໂຊດ່ຽມໄບຄາຣ໌ບໍເນັດ(ໂຊດາ) 1 ບ່ວງໃຫຍ່ ຕໍ່ນໍ້າອຸ່ນ 20ລີດ ແຊ່ປະໄວ້ ປະມານ 15 ນາທີ ຈາກນັ້ນລ້າງດ້ວຍນໍ້າສະອາດຈະຊ່ວຍຫຼຸດປະລິມານສານຕົກຄ້າງໄດ້ 80-90%.

ວິທີທີ່ 2 ເດັດຜັກເປັນໃບ ລ້າງຜ່ານນໍ້າສະອາດໄຫລຜ່ານຫຼາຍໆຄັ້ງ ຈະຊ່ວຍຫຼຸດປະລິມານສານຕົກຄ້າງໄດ້ 54-63 %.

ວິທີທີ່ 3 ເອົາດ່າງທັບທີມ 20-30 ເກັຼດປະສົມນໍ້າ 4ລິດ ແຊ່ປະໄວ້ ປະມານ 10 ນາທີ ຈາກນັ້ນລ້າງດ້ວຍນໍ້າສະອາດ ຊ້ວຍຫຼຸດປະລິມານສານຕົກຄ້າງໄດ້ 35-43​%.

ວິທີທີ່ 4 ເອົານໍ້າສົມສາຍຊູ 1 ບ່ວງໃຫຍ່ ຕໍ່ນໍ້າ 4 ລິດ ແຊ່ປະໄວ້ 10​ນາທີ ຈາກນັ້ນເອົາອອກລ້າງດ້ວຍນໍ້າສະອາດ ຫຼຸດປະລິມານສານຕົກຄ້າງໄດ້ 29-38%

ວິທີທີ່ 5 ເອົາເກືອ 1 ບ່ວງໃຫຍ່ ປະສົມນໍ້າ 4 ລິດ ແຊ່ປະໄວ້ 20 ນາທີ ຈາກນັ້ນ ລ້າງດ້ວຍ ນໍ້າທີ່ສະອາດ ຫຼຸດປະລິມານສານຄົດຄ້າງ 27-38%

ຫຼັງຈາກທີ່ເຮົາລ້າງຜັກແລ້ວໆ ກໍ່ສາມາດນໍາເອົາໄປປຸງແຕ່ງອາຫານ ຫຼືຈະນໍາໄປຮັບປະທານກໍ່ໄດ້ ພຽງເທົ້ານີ້ກໍ່ຈະຊ່ວຍໃຫ້ປະລິມານສານພິດທີ່ຕົກຄ້າງໃນພືດຜັກຫຼຸດລົງ ໄດ້ແລ້ວ.

>>ຂອບໃຈ http://www.thaihealth.or.th/Content/27099-5%20%E0%B8%A7%E0%B8%B4%E0%B8%98%E0%B8%B5%20%E0%B8%A5%E0%B9%89%E0%B8%B2%E0%B8%87%E0%B8%9C%E0%B8%B1%E0%B8%81%E0%B8%A5%E0%B8%94%E0%B8%AA%E0%B8%B2%E0%B8%A3%E0%B8%9E%E0%B8%B4%E0%B8%A9%E0%B8%95%E0%B8%81%E0%B8%84%E0%B9%89%E0%B8%B2%E0%B8%87.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...