spot_img
Homeຂ່າວການພັດທະນາລ້ານຊ້າງ ມີເນໂຣນ ມອບເງິນພາສີຊັບພະຍາກອນແຮ່ທາດ

ລ້ານຊ້າງ ມີເນໂຣນ ມອບເງິນພາສີຊັບພະຍາກອນແຮ່ທາດ

Published on

20150115111943

ບໍລິສັດ ລ້ານ​ຊ້າງ ມີ​ເນໂຣນ ລິ​ມິ​ເຕັດ-ບໍ່​ຄຳ-ທອງ​ເຊໂປນ (MMG LXML Sepon) ໄດ້​ມອບ​ເງິນ​ພາສີ​ຊັບພະຍາກອນແຮ່​ທາດ ສຳລັບ​ໄຕ​ມາດ​ທີ 3 ປີ 2014 ຈຳນວນ 6,6 ລ້ານ​ໂດ​ລາສະຫະລັດ ຫຼື ປະມານ 52 ຕື້ກວ່າ​ກີບ ໃຫ້​ແກ່​ລັດຖະບານ ​ສປປ ລາວ.

ພິທີ​ມອບ-ຮັບ​ເງິນ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ອາທິດ​ຜ່ານ​ມາ ທີ່​ກະຊວງ​ການ​ເງິນ ໃຫ້​ກຽດ​ກ່າວ​ມອບໂດຍ​ແມ່ນ​ທ່ານ ຊຸ​ເຣດຊ໌ ວາດນາກ​ຣາ ຜູ້​ຈັດການ​ໃຫຍ່ ບໍລິສັດ ລ້ານ​ຊ້າງ ມີ​ເນ​ໂຣນ ລິ​ມິ​ເຕັດ ແລະ ກ່າວ​ຮັບ​ໂດຍ​ແມ່ນ​ທ່ານນາງ ກະເສີມ​ສີ ພົມ​ມະ​ວົງສາ ຫົວໜ້າ​ກົມຄຸ້ມ​ຄອງ​ຊັບ​ສິນ ກະຊວງ​ການ​ເງິນ ເຊິ່ງ​ມີ​ພາກສ່ວນກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ ເປັນ​ສັກຂີ​ພິຍານ.

ທ່ານ ຊຸ​ເຣດຊ໌ ວາດ​ນາກ​ຣາ ໄດ້​ກ່າວ​ວ່າ: ນັບ​ຕັ້ງແຕ່​ເລີ່ມ​ການຜະລິດ​ໃນ​ປີ 2003 ເປັນຕົ້ນ​ມາ ບໍລິສັດ ລ້ານ​ຊ້າງ ມີ​ເນ​ໂຣນ ລິມິ​ເຕັດ ໄດ້​ປະຕິບັດ​ພັນທະ​ຂອງຕົນ​ຢ່າງ​ຕັ້ງໜ້າ​ຕະຫຼອດ​ມາ​ ເປັນຕົ້ນ​ແມ່ນ​ໄດ້​ປະກອບສ່ວນ​ສ້າງລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່ ​ສປປ ລາວ ຫຼາຍ​ກວ່າ 1,3 ຕື້​ໂດ​ລາ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການສ້າງສາ​ພັດທະນາ​ປະເທດ​ລາວ ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ລາວ​ບັນດາເຜົ່າ​ໃຫ້​ດີຂຶ້ນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...