ອາຫານທີ່ຄົນຖືພາຫ້າມກິນ

index11

       ມີ​ອາຫານ​ບາງຢ່າງ​ທີ່​ຄົນ​ຖືພາຫ້າມ​ກິນ ເພາະ​ຈະ​ສົ່ງ​ຜົນ​ຕໍ່​ລູກ​ໃນ​ທ້ອງ ​ຫລື​​ແມ່​ທີ່​ຖືພາ​ເອງ ຊ່ວງ​ນີ້​ຕ້ອງ​ເບິ່ງແຍງ​ສຸຂະພາບ​ກັນ​ແນ່ ເຮົາ​ມາ​ເບິ່ງ​ກັນ​ວ່າ​ຄົນ​ທ້ອງ​ຫ້າມ​ກິນ​ຫຍັງ​ນຳ ອາຫານ​ທີ່​ຄວນ​ຫລີກ​ລ້ຽງ​ຂະນະ​ຖືພາຄື

  • ຜະລິດຕະພັນ​ຈາກ​ສະ​ຫລາມ ເຊັ່ນ ຫູ​ສະ​ຫລາມ
  • ປາ​ກະ​ພົງ​ຂາວ ປາ​ກະ​ພົງ​ແດງ
  • ປາກ​ລະ​ໂທງ​ແທງ​ດາບ
  • ປາ​ອິນທີ
  • ປາ​ດິບ
  • ປາ​ທູ​ໜ້າ (ຜູ້​ຊ່ຽວຊານ​ແນະ​ນຳ​ໃຫ້​ກິນ​ປາ​ທູ​ໜ້າ​ຂະໜາດ​ເທົ່າ​ສະ​ເຕັກ​ປາ​ທູ​ໜ້າ​ພຽງ 2 ອັນ​ຕໍ່​ອາທິດ)
  • ນົມ​ແລະ​ນ້ຳ​ຫມາກໄມ້​ທີ່​ບໍ່​ຜ່ານ​ການ​ພາດ​ເຈີ​ໄລຊ໌
  • ສະ​ຫລັດ​ທີ່​ຫາ​ຊື້​ຕາມ​ຮ້ານ
  • ອາຫານ​ທະ​ເລ
  • ໄສ້​ກອກ
  • ຊີ້ນທີ່​ໃສ່​ໃນ​ແຊນ​ວິດ
  • ກຸນ​ຊຽງ
  • ໄຂ່​ບໍ່​ສຸກ
  • ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນ

ເບິ່ງຄືວ່າ​ມີ​ອາຫານ​ຫລວງຫລາຍ​ທີ່​ເຈົ້າ​ບໍ່​ຄວນຮັບປະ​ທານ ທ່ອງ​ໄວ້ວ່າ​ພຽງ​ຊ່ວງເວລາ​ນີ້​ເທົ່າ​ນັ້ນ​ບໍ່​ແມ່ນຕະຫລອດ​ໄປແຕ່​ແທ້ໆ ແລ້ວ​ກໍ​ຍັງມີ​ອາຫານ​ແຊບໆ ທີ່​ດີ​ຕໍ່​ສຸກຂະພາບ​ອີກ​ຫລວງຫລາຍ ຫາກ​ເຈົ້າ​ສົງ​ໄສ​ວ່າ​ອາຫານ​ທີ່​ເຈົ້າ​ຮັບປະທານ​ນັ້ນ​ຈະ​ປອດ​ໄພ​ກັບ​ເຈົ້າ​ແລະ​ລູກ​ຫລື​ບໍ່​ກໍ​ລອງ ປຶກ​ສາ​ແພດ​ຫລື​ນັກ​ໂພສະ​ນາ​ການ​ເພິ່ມເຕິມ​ເບິ່ງ