spot_img
Homeຄວາມງາມ4 ສັນຍານການກິນທີ່ຈະເຮັດໃຫ້ຕຸ້ຍແບບບໍ່ມີຢຸດ

4 ສັນຍານການກິນທີ່ຈະເຮັດໃຫ້ຕຸ້ຍແບບບໍ່ມີຢຸດ

Published on

00386_hccfc

ເພາະ​ການ​ກິນ​ເປັນ​ອີກ​ໜຶ່ງ​ກິດຈະກຳ​ທີ່​ສ້າງ​ຄວາມ​ສຸກ​ໃຫ້​ແມ່ຍິງ​ເຮົາ​ໄດ້​ຢູ່​ສະເໝີ ຍິ່ງ​​ໄດ້​ກິນ​ອາຫານ​ເມ​ນູ​ທີ່ມັກ​ໂດຍ​ທີ່​ບໍ່​ຕ້ອງ​ຄຳ​ນຶງ​ວ່າ​ ນ້ຳ​ໜັກ​ຈະ​ເພີ່ມ​ແລ້ວ​ ເຊື່ອ​ວ່າ​ສາວໆ ຮ້ອຍ​ທັງ​ຮ້ອຍ​ຈະ​ຕ້ອງແລ່ນ​ໃສ່​ຮ້ານ​ອາຫານ​ທີ່​ມັກ​ເປັນ​ປະຈຳ​ແນ່ນອນ​ ແຕ່​ການ​ກິນ​ອາຫານ​ປະລິມານ​ຫລາຍ​ເກີນ​ໄປ​ຍ່ອມ​ທຳລາຍ​ຮູບ​ຮ່າງ​ຂອງ​ເຮົາ​ໄດ້​ຢ່າງ​ຊັດເຈນ

ມື້​ນີ້​ເຮົາ​ຈຶ່ງ​ມາ​ຊວນ​ສາວໆ ກວດເຊັກ​ພຶດຕິກຳ​ການ​ກິນ​ຂອງ​ຕົນ​ເອງ​ວ່າ ​ສັນ​ຍານ​ເຫລົ່າ​ນີ້​ນີ້​​ຄື ສັນ​ຍານ​ເຕືອນ​ວ່າ​​ກຳ​ລັງ​ຈະ​ຕຸ້ຍ ເມື່ອ​ຮູ້​​ພຶດຕິກຳ​ ຈະ​ໄດ້​ມາ​ລະ​ວັງ​ການ​ກິນ​ໂດຍ​ຫລຸດ​ປະລິມານ​ໃຫ້​ໜ້ອຍ​ລົງ ​ແລະ ​ກິນ​ຢ່າງ​ພໍ​ດີ ແຖມ​ກິນ​ແບບ​ມີ​ສະຕິ ​ອີກ​ເທື່ອໜຶ່ງ​ເພື່ອ​ຄວບ​ຄຸມ​ບໍ່​ໃຫ້​ນ້ຳ​ໜັກ​ກາຍ

  1. 1. ຢາກ​ກິນ​ທຸກ​ຢ່າງ​ທີ່​ຂວາງ​ໜ້າ
    ເປັນ​ເລື່ອງ​ປົກກະຕິ ທີ່​ເວລາ​ເຮົາ​ເຫັນ​ເມ​ນູ​ອາຫານ​ຈານ​ມັກວາງ​ລໍ້​ຕາ​ລໍ້​ໃຈ​ຢູ່​ທາງໜ້າ ​ກໍ​​ຢາກ​ກິນທຸກຄັ້ງ​ ນອກ​ຈາກ​ນີ້ ຍັງມີ​ອາຫານ​ອີກ​ຫລາຍ​ຊະນິດ​ທີ່​ເຖິງວ່າ ​ເຮົາ​ຈະ​ບໍ່​ໄດ້​​ມັກ​ເປັນ​ເມ​ນູ​ທີ່ມັກທີ່ສຸດ ແຕ່​ພໍ​ເຫັນ​ແລ້ວ​ກໍ​​ຢາກຈັບໃສ່​ປາກ​ໄປ​​ທຸກ​ເທື່ອ ເອີ້ນວ່າ​ ຢາກ​ກິນ​ທຸກ​ຢ່າງ​ທີ່​ຂວາງ​ໜ້າ​ນັ້ນ​ເອງ ອາການ​ແບບ​ນີ້​ນີ້​ແຫລະ​ຄື ສັນ​ຍານ​ສ່ຽງ​ຕຸ້ຍຂອງສາວໆ
  2. 2. ກິນ​ແບບເພີດ​ເພີນ​ ແລະ ແຊບຊ້ອຍທຸກ​ຄຳ​ທີ່​ກິນ
    ການ​ກິນ​ອາຫານ​ໃດ​ກໍ​ຕາມ ຖ້າຫາກ​​ສັງເກດ​ພົບ​ວ່າ ​ຕົນ​ເອງ​ກິນ​ແບບແຊບຊ້ອຍ​ເພີດ​ເພີນ​​ທຸກ​ຄຳ ນັ້ນ​ກໍ​ບົ່ງ​ບອກ​ຄືກັນ​​ວ່າ ​​ອາດຈະ​ຫັກ​ຫ້າມ​ໃຈ​ຢຸດ​ກິນ​ຕໍ່ໄປ​ບໍ່​ໄດ້​​ແລ້ວ ແລະ​ແນ່ນອນ​ວ່າ ​ຖ້າຫາກ​ຍັງ​ປ່ອຍ​ໃຫ້​ຕົນ​ເອງ​​ກິນ​ແບບ​ບໍ່​ມີ​ສະຕິ​ ​ອາດຈະ​ນັ່ງ​ກິນ​ແບບຍາວນານ​ເປັນ​ເວລາ​ດົນ​ໆ ແລະ ​ມັນ​ກໍ​ເຮັດໃຫ້​ຕຸ້ຍ​ຂຶ້ນ​ໄດ້​ແບບ​ບໍ່​ຮູ້​ໂຕ​ແນ່ນ​ອນ
  3. 3. ກິນ​ອິ່ມ​ແລ້ວ​ກໍ​ຍັງ​ຢາກ​ກິນ​ຕໍ່
    ເວລາ​ທີ່​ເຮົາ​ກິນ​ອາຫານ​ອິ່ມ​ແລ້ວ ເຮົາ​ມັກ​ຈະ​ຢຸດ​ກິນ​ຢູ່​ແລ້ວ​ນັ້ນ​ກໍ​ຖື​ວ່າ​ເປັນ​ເລື່ອງ​ປົກກະຕິ ແຕ່​ຖ້າ​ເມື່ອໃດ​ທີ່​ກິນ​ອິ່ມ​ທ້ອງ​ຈົນ​ແໜ້ນ​ກະເພາະ​ສຸດໆ ແຕ່​ອາການ​ໂຫຍ​ຫາ​ອາຫານ​ກໍ​ຍັງ​ມີ​ເກີດ​ຂຶ້ນ ຄື​ຍັງ​​ມີ​ຄວາມ​ຮູ້ສຶກ​ຢາກ​ກິນ​ອາຫານ​ຕໍ່​ອີກ​ເລື່ອຍ​ໆ ວ່າ​ອາການ​ຫິວ​ແບບບໍ່​ມີ​ຢຸດ​ແບບ​ນີ້​ກຳ​ລັງ​ສະ​ກິດ​ຕ່ອມ​ຄວາມ​ຫິວ​ຢ່າງ​ຮຸນແຮງ​ຕໍ່​ເນື່ອງ ແລະ​ ມັນ​ເຮັດໃຫ້​​ເຜີ​ປາກ​ໄດ້​ອີກ​ເລື່ອຍ​ໆ ແນ່ນອນ​
  4. 4. ຮູ້ສຶກ​ອຶດ​ອັດ ເຄື່ອງນຸ່ງ​ຄັບ​ຈົນ​ເກືອບ​ລຸກ​ບໍ່​ຂຶ້ນ
    ຫລັງ​ຈາກ​ກິນ​ອາຫານ​ໄປ​ຈົນ​ແໜ້ນ​ຄັບ​ເຄື່ອງນຸ່ງແລ້ວ ​ທຸກຄົນຈະ​ຍິ່ງ​ຮູ້ສຶກ​ອຶດ​ອັດ​ໄປ​ທັງ​ຮ່າງກາຍ ໂດຍ​ສະເພາະ​ທ້ອງ​​ທີ່​ແໜ້ນ ​ແລະ ​ຈຸກ​​ຂຶ້ນ​ມາ​ເລື່ອຍ​ໆ ເຮັດໃຫ້​ເກືອບ​ຈະ​ບໍ່​ຢາກ​ລຸກ​ຂຶ້ນ​ໄປ​ໃດ ບາງ​ຄົນ​ຍັງມີ​ອາການ​ເມື່ອຍຫລັງ​ຈາກ​ກິນ​ສຳເລັດ​ນໍາອີກ​ ເອີ້ນວ່າ​ເກືອບ​ຈະ​ຢາກ​ສະຫລົບ​​ຢູ່ບ່ອນ​​ນັ້ນ​ໄປ​ເລີຍ​ກໍ​ມີ ອາການ​ແບບ​ນີ້​ອັນຕະລາຍ​ ເພາະ​ມັນ​ຈະ​ຍິ່ງ​ສົ່ງ​ຜົນ​ໃຫ້​​ກາຍ​ເປັນ​ຄົນ​ຫິວ​​ໂດຍ​ບໍ່​ຮູ້​ໂຕ​ ແລະ ​ເຮັດໃຫ້​ນ້ຳ​ໜັກ​ເພີ່ມ​ຂຶ້ນ​ງ່າຍໆ ນໍາອີກ​

ຮູ້​ເຖິງ​ພຶດຕິກຳ​ທີ່​ມາ​ພ້ອມ​ອາການ​ສ່ຽງ​ຄວາມຕຸ້ຍ​ດັ່ງ​ກ່າວ​ແລ້ວ ລອງ​ໄປ​ຈັບ​ສັນ​ຍານ​ຂອງ​ຕົນເອງ​ເບິ່ງ​ ​ແລ້ວ​ນຳ​ມາ​ປັບ​ປ່ຽນ​ກັບ​ການ​ກິນ​ອາຫານ​ເທື່ອ​ຕໍ່ໄປ ນອກ​ຈາກ​ຈະ​ກາຍ​ເປັນ​ສາວ​​ຕຸ້ຍ​​ແລ້ວ ​ຍັງມີ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ພະຍາດ​ຕຸ້ຍ​ໄດ້ນໍາ​ອີກ​

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...