ອາການເຈັບປວດເກີດຂຶ້ນໂດຍບໍ່ຮູ້ສາເຫດ ມັກສ້າງຄວາມກັງວົນເພາະນອກຈາກຈະບໍ່ຮູ້ທີ່ມາແລ້ວ ເຮົາຍັງບໍ່ອາດເຫັນສະພາບພາຍໃນໄດ້ ມື້ມີຂໍ້ມູນມາໄຂຂໍ້ຂ້ອງໃຈໂດຍສະເພາະອາການປວດ 10 ຈຸດ ຕໍ່ໄປນີ້
ເຈັບຄໍລາມຮອດແຂນ‘ ເຈັບນີ້ຕ້ອງລະວັງເສັ້ນປະສາດຄໍອາດຖືກກົດ ຫລື ບາດເຈັບຈາກອຸບັດເຫດ ຍົກຂອງໜັກທີ່ຜ່ານມາໄດ້ ‘ເຈັບແຂນປວດປາຍມື‘ ເບິ່ງເລື່ອງເສັ້ນປະສາດໃຫ້ດີມີສິດເກີດຈາກພັງຜືດໄປລັດເສັ້ນປະສາດ ຫລື ເກີດມາຈາກສູນລວມປະສາດທີ່ຕົ້ນຄໍກໍເປັນໄດ້
‘ເຈັບຫົວກະທົບຮອດຄໍ‘ ອາດເປັນພຽງກ້າມຊີ້ນທີ່ຈັງ ເວລາມີຄວາມຄຽດທຳມະດາ ແຕ່ຖ້າມີຕາມົວບວກກັບປຸ້ນທ້ອງຮາກນໍາກໍຕ້ອງຈັບຕາອາການທາງສະຫມອງ ‘ປວດຫລັງຮອດລົງຂາ‘ ໜ້າຈະເກີດຈາກໝອນຮອງກະດູກກົດເສັ້ນປະສາດເປັນຫລັກ ໂດຍສະເພາະຫລັງສ່ວນບັ້ນແອວເປັນຈຸດອ່ອນທີ່ສຳຄັນ ການເບິ່ງວ່າ ປວດຫລັງເຖິງຂັ້ນໃດໃຫ້ເບິ່ງອາການປວດລົງຂາ
‘ເຈັບເອິກແລ່ນໄປແຂນຊ້າຍ‘ ຍິ່ງກວ່າອາການອົກຫັກເພາະມັກກ່ຽວເຖິງພະຍາດຫົວໃຈຂາດເລືອດ ໃຫ້ສັງເກດອາການປວດວ່າ ຄືຖືກບີບ ຫລື ຖືກງູເຫລືອມໂຕໃຫຍ່ຮັດ ຫລືບໍ່ ‘ໄອແລ້ວປວດລົງຮອດກົ້ນບໍ່‘ ບາງຄົນເວລາໄອ ຫລື ເບັ່ງທ້ອງແຮງໆ ແລ້ວມີອາການເຈັບໄປຫລັງ ຫລື ກົ້ນເບື້ອງລຸ່ມທຸກເທື່ອ ຕ້ອງເຝົ້າລະວັງພະຍາດໝອນຮອງກະດູກທັບເສັ້ນ
‘ເຈັບທ້ອງນ້ອຍລາມລົງຂາ‘ ໃນແມ່ຍິງຕ້ອງລະວັງເລື່ອງ ການອັກເສບ ສ່ວນໃນໜຸ່ມໆ ໃຫ້ລະວັງໜິ້ວໃນກະເພາະຍ່ຽວ ຖ້າມີໄຂ້ຮ່ວມນໍາໃຫ້ຊ່ວຍລະວັງການຕິດເຊື້ອເປັນຫລັກ ‘ເຈັບທ້ອງສ່ວນອື່ນໆ ແລ້ວລາມຊອດຫລັງ‘ ອາການເຈັບໜ້າໄປຫລັງເຊັ່ນນີ້ຖ້າເປັນຢູ່ຕັບ ຄື ທາງເທິງຂວາໃຫ້ຄິດເຖິງ ຖົງນ້ຳບີທີ່ອາດບໍ່ດີສົມຊື່ ເພາະນິ້ເປັນສັນຍານໜິ້ວໃນຖົງນ້ຳບີ ຫລື ຖົງນ້ຳບີອັກເສບ ສ່ວນຖ້າເຈັບສູນກາງຮ່ວມກັບໄຂ້ສູງໃຫ້ຄິດເຖິງຕັບອ່ອນອັກເສບ (Acute pancreatitis) ແບບຮຸນແຣງ
‘ເຈັບບັ້ນແອວແຖວຂ້າງປວດລົງຂາ‘ ຍິ່ງຖ້າເຈັບບັ້ນແອວທາງໃດທາງໜຶ່ງແລ້ວປວດນໍາ ໃຫ້ຄິດເຖິງກ້ອນໜິ້ວໃນ ກວຍຫມາກໄຂ່ຫລັງ ຫລື ທໍ່ຫມາກໄຂ່ຫລັງ ໃນບາງຄົນອາດມີທໍ່ຍ່ຽວອັກເສບຮ່ວມກັບມີໄຂ້ ຮູ້ສຶກໜາວ ແລະ ຍ່ຽວປົນເລືອດອີກ ຖ້າຫາກເປັນເຊັ່ນນີ້ແນະໃຫ້ຊ່ວຍຮີບໄປກວດຍ່ຽວ ເອັກສະເລ ຫລື ອັນຕ້າຊາວ
ແລະ ສຸດທ້າຍ ‘ເຈັບຕາມຜື່ນແລ້ວ ປວດລົງເສັ້ນປະສາດ‘ ການທີ່ມີຜື່ນເປັນຕຸ່ມນ້ຳໃສແລ້ວມີອາການແສບຮ້ອນ ຫລື ເຄີຍມີປະຫວັດເປັນພະຍາດໃຫ້ລະວັງອາການປວດລ້າວໄປນໍາປາຍປະສາດ ແມ່ນບໍ່ມີຜື່ນແລ້ວກໍອາດຖິ້ມອາການແສບຮ້ອນໄວ້ໄດ້ ບາງຄົນເຈັບແສບຢູ່ຕາມແນວເສັ້ນປະສາດເປັນຄັ້ງຄາວ