spot_img
Homeປະເພນີ-ວັດທະນະທຳບຸນພຣະເວດ! ເປັນອີກໜຶ່ງຮີດ ຂອງລາວ

ບຸນພຣະເວດ! ເປັນອີກໜຶ່ງຮີດ ຂອງລາວ

Published on

ງງ

ບຸນພຣະເວດ

ເດືອນທີ4 ຫຼືຮີດທີ 4 ຈາກ 12 ຮີດ ນັ້ນແມ່ນການເຮັດບູນພະເວດ

ເປັນເດືອນທີ່ປວງຊົນທັງຊາດຈັດຕັ້ງບຸນພະເວດ ຫລືບຸນມະຫາຊາດ ບຸນປາງນີ້ມີຮູບການຈັດຕັ້ງຄື ບຸນທາງສາສະໜາທົ່ວໄປ ແຕ່ມີຈຸດພິເສດບ່ອນວ່າພະສົງໄດ້ພັດປ່ຽນກັນຂຶ້ນເທດ ນິ ທານເລື່ອງ ທ້າວ ພຣະເວດສັນດອນ ເປັນເວລາ 24 ຊົ່ວໂມງຈິ່ງຈົບສັນຕະຣະເວດຊາດົກ ເປັນການເລົ້າເລື່ງຂອງພຣະ ພູດທະເຈົ້າໃນປາງຊາດທີ່ແລ້ວ  ຫຼື ຊາດສຸດທ້າຍ, ກ່ອນທີ່ພະອົງຈະເກີດມາເປັນເຈົ້າຊາຍ ສິດທັດທະ ເມື່ອອາຍຸໄດ້ 29ປີ ໄດ້ ສະຫລະບັນ ລັງ ອອກ ບວດ ຊອກຫາວິທີພົ້ນທຸກອອກຈາກທາງກາຍ ແລະ ໃຈຂອງມວນມະນຸດ ແລະໄດ້ບັນລຸເຖິງເປົ້າໝາຍ ຫລັງຈາກຄວາມພຽນໃນໄລຍະ 6ປີ .

ການຟັງທັມມະເທດ ສະໜາ ຂອງ ພະເວດສັນດອນນີ້ ຕາມ ປະເພນີແລ້ວຕ້ອງເຮັດທຸກທຸກວັດເພາະເປັນຕອນສຳຄັນຕອນ ທີ່ ເປັນ ແບບຢ່າງອັນດີໃຫ້ແກ່ຊາວ ພຸດຄືການຄັດເກົາກິເລດຕັນຫາໃຫ້ມີຈິດໃຈເອື້ອເຟື້ອ ເພື່ອ ແພ່ບໍ່ເຫັນແກ່ໂຕ ບູຮານມັກເວົ້າວ່າ: ໃຫ້ເຮັດໃຈດີຄືພະເວດ ແມ່ນສ້າງຄວາມສາມັກຄີຮັກ ແພງກັນລະຫວ່າງບ້ານກັບບ້ານ ການໂອບເອື້ອຍອາລີ ຊ່ວຍເຫຼືອເຊີ່ງກັນ ແລະ ກັນຂອງຄົນເົຮາ. ແລະ ຍັງມີປະເພນີທີ່ເຊື່ອຖືກັນວ່າ ຖ້າຜູ້ໃດໄດ້ຮັບຟັງທໍາມະເທດສະໜາ ເລື່ອງພະເວດສັນຕະລາຊາດົກໃຫ້ຈົບໃນມື້ໜຶ່ງວັນດຽວ ຜູ້ນັ້ນຈະໄດພົບກັບພະສໍາມາສໍາພູດທະເຈົ້າອະລິຍະເມດໄຕໂຍ ອົງທີ່ຈະລົງມາ ເປັນພະພຸດທະເຈົ້າໃນຊາດຕໍ່ໜ້າ.

>>ຂອບໃຈ http://lanxanglpb.weebly.com/375837653732371637573719373937603776374237373765.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...