spot_img
Homeນານາສາລະຮຽນຮູ້ປະເພນີອັນດີງາມຂອງລາວ​! ຮີດ 12, ຄອງ 14.

ຮຽນຮູ້ປະເພນີອັນດີງາມຂອງລາວ​! ຮີດ 12, ຄອງ 14.

Published on

HH JJ

ຮີດ 12 ຄອງ14 ປະເພນີ ລາວ
ຄຳ​ວ່າ​ຮີດ 12 ຄອງ 14 ທີ່​ພວກ​ເຮົາ​ໄດ້​ຍິນ​ຜູ້​ເຖົ້າ​ເພິ່ນ​ມັກ​ເວົ້າ ​ແຕ່​ຫລາຍ​ຄົນ​ອາດ​ຈະ​ຍັງ​ບໍ່​ທັນ​ຮູ້​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ມັນ.​ເຊິ່ງຄວາມໝາຍຂອງ​ຮີດ 12 ຄອງ 14 ມີ​ຢູ່​ວ່າ: ຮີດ​ ແປ​ວ່າ: ​ແບບຢ່າງ ​ຫລື​ ປະ​ເພນີ​ທີ່​ເຄີຍ​ປະພຶດສືບ​ທອດ​ກັນ​ມາ​ແຕ່​ບູຮານ​ນະ​ການ​ ຈົນ​ເຖິງ​ປັດຈຸບັນ ​ທັງ​ພາສາ​ເວົ້າ ​ແລະ ​ພາສາ​ຂຽນ ​ເພິ່ນ​ນິຍົມ​ເວົ້າ​ ແລະ​ຂຽນ​ຄຳ​ວ່າ: ຮີດຄອງ​ປະ​ເພນີ (ຈາຮີດ​ນິຍົມ) ລວມ​ເຂົ້າກັນ​ເປັນ​ຄຳ​ດຽວ​ຄຳ​ວ່າ ຂະ​ນົບ​ທຳນຽມ ​ແປ​ເອົາ​ໃຈຄວາມ​ແລ້ວ​ກໍ​ແມ່ນ​ປະ​ເພນີ​ທີ່​ເຄີຍ​ປະຕິບັດ​ສືບ​ທອດ​ກັນ​ມານັ້ນ​ເອງ. ຮີດ ມາ​ຈາກ​ຄຳ​ບາ​ລີ​ທີ່​ວ່າ: ຈາ​ປິດ​ຕະ ​ເປັນ​ໄດ້​ທັງ​ຄຳ​ນາມ ​ແລະ ຄຳ​ກະລິຍາ ຮີດ12 ໝາຍ​ເຖິງ​ປະ​ເພນີ​ພິທີກຳ (ຫລື​ ການ​ເຮັດບຸນ​ປະຈຳ​ເດືອນ) ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ພາຍ​ໃນ 12​ເດືອນ ​ເພິ່ນ​ຈະ​ນັບ​ເອົາ​ຕາມ​ເດືອນ​ລາວ ​ບໍ່​ແມ່ນ​ເດືອ​ນສາກົນ ​ເປັນຕົ້ນ​ແມ່ນ:

1.    ​ເດືອນ​ຈຽງ: ຈະ​ມີ​ພິທີ​ລ້ຽງ​ຜີຟ້າ​ຜີ​ແຖນ ນິມົນ​ພະສົງ​ອົງ​ຄະ​ເຈົ້າ​ເຂົ້າປະລິວາດ​ຊະ​ກຳ.
2.    ​ເດືອນ​ຍີ່: ຈະ​ມີ​ພິທີ​ເຮັດບຸນ​ເຂົ້າຄູນ​ລານ (ບຸນ​ກິນ​ຈຽງ)​ ເຜົ່າ​ມົ້ງ, ບຸນ​ງະ ບຸນ​ລະ​ປືມ(ລາວ​ເທິງ​ພາກ​ໃຕ້) ບຸນ​ກະ​ເລີ (ລາວ​ເທິງ​ພາກ​ເໜືອ)
3.    ​ເດືອນ​ສາມ​ເພັງ: ເຮັດບຸນ​ເຂົ້າຈີ່ ບຸນ​ມາ​ຂະ​ບູຊາ ບຸນ​ວັດ​ພູ​ຈຳປາ​ສັກ
4.    ​ເດືອນ​ສີ່: ​ເຮັດບຸນ​ພະ​ເວດ ຫຼື ບຸນ​ມະຫາຊາດ
5.    ​ເດືອນ​ຫ້າ: ​ເຮັດບຸນ​ປີ​ໃໝ່ລາວ ຫຼື​ ບຸນ​ກຸດ​ສົງການ
6.    ​ເດືອນຫົກ: ​ເຮັດບຸນ​ວິສາຂະບູຊາ ​ແລະ ບຸນ​ບັ້ງ​ໄຟ
7.    ​ເດືອນ​ເຈັດ: ​ເຮັດບຸນ​ເບີກ​ຊຳລະ​ບ້ານ ​ແລະ ລ້ຽງ ປູ່ຕາ (ກຽມ​ເຮັດ​ໄຮ່​ເຮັດ​ນາ)
8.    ​ເດືອນ​ແປດ: ​ເຮັດບຸນ​ເຂົ້າພັນ​ສາ
9.    ​ເດືອນ​ເກົ້າ: ​ເຮັດບຸນ​ເຂົ້າປະດັບ​ດິນ
10.   ​ເດືອນ​ສິບ: ​ເຮັດບຸນ​ເຂົ້າສະຫຼາກ
11.   ​ເດືອນ​ສິບ​ເອັດ: ​ເຮັດບຸນ​ອອກ​ພັນ​ສາ
12.   ​ເດືອນ​ສິບ​ສອງ: ​ເຮັດບຸນ​ກະຖິນ ບຸນ​ພະທາດ​ຫຼວງ.

A  ''

ວ່າ​ດ້ວຍ​ຄອງ 14 ​ແມ່ນ​ມີ​ຄື: ຄອງ14 ຢ່າງ ​ສຳລັບ​ຄົນ​ທົ່ວ​ໄປ ​ແລະ ​ຄອງ 14 ຢ່າງ ​ຂອງ​ພະ​ລາຊາ, ສຳ​ຄົນ​ຄົນ​ທົ່ວ​ໄປ​ແມ່ນ​ໜ້າ​ທີ່​ຂອງໝົດທຸກ​ຄົນ​ຈະ​ຕ້ອງ​ປະພຶດ​ປະຕິບັດ​ຕໍ່​ກັນ​ເຊັ່ນ: ຄູ່​ຜົວ ​ເມຍ ຊາວບ້ານ ຄອບຄົວ​ເຮືອນ​ຊານ ​ແລະ​ວັດວາອາ​ຮາມ​ສາສະໜາ ລາຍ​ລະ​ອຽດຄື​ລຸ່ມ​ນີ້:

1.    ​ເມື່ອພືດ​ໂພດ​ເຂົ້າກ້າໝາກ​ໄມ້​ເປັນ​ຮວງ​ເປັນໝາກມາ​ແລ້ວ ຕົນ​ຢ່າ​ຟ້າວ​ກິນ​ກ່ອນ​​ໃຫ້​ເອົາ​ທຳບຸນ​ໃຫ້​ທານ​ແກ່​ທ່ານ​ຜູ້​ມີ​ສິນ​ກິນ​ກ່ອນ ​ແລ້ວ​ຕົນ​ຈິ່ງ​ກິນ​ພາຍ​ລຸນ​ ແຕ່​ປັດຈຸບັນ​ບໍ່​ຄ່ອຍ​ປະຕິບັດ​ຕາມ​ແລ້ວ.
2.    ຢ່າ​ໂລບ​ລ່າຍ​ຕາຊິງ​ຕາ​ຍ່ອຍ​ ຢ່າ​ຈ່າຍ​ເງິນ​ແດງ ​ຢ່າ​ແປງ​ເງິນ​ຄວ່າງ ​ແລະ ຢ່າ​ກ່າວ​ຄຳ​ຫຍາບຊ້າກ້າ​ແຂງ​ໃສ່​ກັນ.
3.    ​ໃຫ້​ພ້ອມ​ພາກັນ​ເຮັດຮົ້ວຕ້າຍ ​ແລະ ​ກຳ​ແພງ​ອ້ອມ​ຮອບ​ວັດວາ​ອາ​ຮາມ ​ແລະ​ເຮື​ອນ​ແຫ່ງ​ຕົນ​ດ້ວຍ​ການ​ປຸກ​ຫໍ​ບູຊາ​ເທວະ​ດາ​ໃນ​ສີ່​ແຈ​ເຮືອນ
4.    ​ເມື່ອ​ຈະ​ຂຶ້ນ​ເຮືອນນັ້ນ​ໃຫ້​ຊ່ວຍ​ລ້າງ​ຕີ​ນ​ເສຍ​ກ່ອນ​ແລ້ວ​ຈິ່ງ​ຂຶ້ນ.
5.    ​ເມືອ​ເຖິງ​ວັນ​ສິນ 7-8-14-15ຄໍ່າ​ ໃຫ້ສົມ​ມາ​ກ້ອນ​ເສົ້າ​ແມ່ຄີ​ໄຟ ​ແມ່ຂັ້ນ​ໄດ ​ແລະ ປະຕູ​ທີ່​ຕົນ​ໄດ້​ອາ​ໄສ​ຢູ່​ທຸກ​ເຊົ້າຄໍ່າວັນ​ຄືນ.
6.    ​ເມື່ອ​ຈະ​ເຂົ້ານອນ​ນັ້ນ​ໃຫ້​ເອົາ​ນ້ຳສ່ວຍ​ລ້າງ​ຕີນ​ຜົວ​ແຫ່ງ​ຕົນ​ເສຍ​ກ່ອນ​ແລ້ວ​ຈິ່ງ​ເຂົ້ານອນ ​(ເຊິ່ງປັດຈຸບັນ​ບໍ່​ນິຍົມ​ໃຊ້​ແລ້ວ)
7.    ​ເຖິງ​ວັນ​ສິນ​​ໃຫ້​ເອົາ​ດອກ​ໄມ້​ທູບ​ທຽນ​ສົມ​ມາ​ຜົວ​ແຫ່ງ​ຕົນ ພໍ່​ແມ່​ເຖົ້າ​ແກ່​ລຸງ​ຕາ​ຂອງ​ຕົນ ​ເຖິງ​ວັນ​ອຸ​ໂປ​ສົດ​ພະສົງ​ຂອງ ອົງຄະ​ເຈົ້າ​ ໃຫ້​ແຕ່ງ​ຂັນ​ດອກ​ໄມ້​ທູບ​ທຽນ​ໄປ​ເຄນ​ສັງຄະ​ເຈົ້າ
8.    ​ເຖິງ​ວັນ​ສິນ​ດັບ​ສີນ​ເພັງ​ມາ​ໃຫ້​ນິມົນ​ພະ​ສັງຄະ​ເຈົ້າມາ​ສູນ​ມຸງຄຸນ​ເຮືອນ ​ແລ້ວ​ທຳບຸນ​ໃສ່​ບາດ​ຖວາຍ​ທານ.
9.    ​ເມື່ອ​ພະສົງມາ​ບິນທະບາດ​ນັ້ນຢ່າ​ໃຫ້ເພິ່ນ​ຄອຍ​ຖ້າ​ເວລາ​ໃສ່​ບາດ​ກໍ​ຢ່າ​ໃຫ້​ຊູນ​ບາດ ຊູນ​ພິກຂຸ​ສາມະ​ເນນ ​ແລະ​ ຍາມ​ໃສ່ບາ​ດນັ້ນຢ່າ​ໄດ້​ໃສ່​ເກີບ ກັ້ງຄັນ​ຮົ່ມ​ ບໍ່​ເອົາ​ຜ້າ​ປົກ​ຫົວ ບໍ່​ອູ້ມລູກ​ຫຼານ ​ແລະ​ ຖື​ສາດຕາ​ວຸດ​ຕ່າງໆ.
10.   ​ເມື່ອ​ພິກຂຸ​ເຂົ້າປະລິດວາສະ​ກຳ​ຊຳລະ​ເນື້ອຕົວ​ແລ້ວ​ເວລາ​ອອກ​ປະ​ລິ​ວາ​ສະ​ກຳ​ໃຫ້​ມີ​ຂັນ​ດອກ​ໄມ້​ທູບ​ທຽນ ​ແລະ​ເຄື່ອງ​ອັດທະ​ປະລິຂານ​ໄປ​ຖວາຍ.
11.   ​ເມື່ອ​ພິກຂຸ​ສັງຄະ​ເຈົ້າກາຍ​ມາ ​ໃຫ້​ນັ່ງ​ລົງ​ຍໍມື​ໄຫວ້​ກ່ອນ ​ແລ້ວ​ຈິ່ງ​ຄ່ອຍ​ເຈລະຈາ.
12.   ຢ່າ​ຢຽບ​ເງົາ​ເຈົ້າພິກ​ຂຸ​ສຳມະ​ເນນ.
13.   ຢ່າ​ເອົາ​ອາຫານ​ເງື່ອນ​ຂອງ​ຕົນ​ກິນ​ແລ້ວ​ໄປ​ທານ​ໃຫ້​ສັງຄະ​ເຈົ້າ ​ແລະ​ ຢ່າ​ເອົາ​ໄວ້​ຄອຍ​ໃຫ້​ຜົວ​ກິນ.
14.   ຢ່າ​ເສບ​ກາມ​ມະ​ຄຸນ​ໃນ​ວັນ​ສິນ ວັນ​ເຂົ້າວັດ​ສາ ວັນ​ອອກວັດສາ ​ແລະ ​ວັນ​ມະຫາສົງ​ການ​ຂຶ້ນປີ​ໃໝ່.

ທັງໝົດ​ເຫຼົ່າ​ນັ້ນ​ແມ່ນ​ຮີດ 12 ຄອງ 14 ທີ່​ຄົນ​ລາວ​ເຮົາ​ນັບຖື​ມາ​ແຕ່​ດຶກ​ດຳ​ບັນ ຈົນ​ມາ​ຮອດ​ປັດຈຸ​ບັນ ​ໄດ້​​ເຄົາລົບ​ນັບຖື ​ແລະ ​ປະຕິບັດ​ໃຫ້​ຖືກ​ກັບ​ຮີດຄອງປະ​ເພນີອັນ​ດີງາມ​ຂອງ​ຊາດ​ຕະຫຼອດ​ມາ.

>>ຂອບໃຈ http://lanxanglpb.weebly.com/375837653732371637573719373937603776374237373765.html

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...