spot_img
Homeນານາສາລະອາບນໍ້າຕອນເຊົ້າເພື່ອສຸຂະພາບ!

ອາບນໍ້າຕອນເຊົ້າເພື່ອສຸຂະພາບ!

Published on

FGH L

ອາບນ້ຳຕອນ​ເຊົ້າ
ກ່ອນ​ຈະ​ອາບນ້ຳຄວນ​ເອົາ​ນ້ຳຫົດ​ໃສ່​ເຄິ່ງຕົວ ​ແຕ່​ຄ່າ​ບັ້ນ​ແອວ​ລົງ​ຫາ​ຕີນ​ເສຍ​ກ່ອນ (ບໍ່​ຄວນ​ຫົດ​ນ້ຳ​ໃສ່​ຕົນ​ຕົວ​ທັງໝົດບາດ​ດຽວ ອາດ​ຈະ​ເຮັດ​ໃຫ້​ເລືອດ​ລົມ​ຢຸດ​ສະ​ງັກໄດ້) ​ແລະ​ການ​ຫົດ​ນ້ຳ​ໃສ່​ແຕ່​ບັ້ນ​ແອວລົງ​ໄປ​ກໍ​ເພື່ອ​ໃຫ້​ຮ່າງກາຍ​ຮັບ​ເອົາ​ການ​ກະທົບ​ຈາກ​ຄວາມ​ເຢັນ​ເທື່ອ​ລະ​ຂັ້ນຕອນ ( ບໍ່​ໃຫ້​ຮ່າງ ກາຍ​ກະທົບ​ຄວາມ​ເຢັນ​ແຮງ​ບາດ​ດຽວ ຊຶ່ງ​ມີ​ບາງ​ກໍລະນີ​ເກີດ​ອາການ​ຫົວ​ໃຈ​ສະບັ້ນຂາດ​ໃຈ​ຕາຍ​ໄປ​ເລີຍ​ກໍ່​ມີ ) ຫຼື​ ບໍ່​ຂາດ​ໃຈ​ຕາຍ​ບຶດໜຶ່ງ​ຍາມ​ດຽວ ​ແຕ່​ກໍ​ເປັນ​ການ​ເລີ່​ມຕົ້ນສະ​ສົມ​ອາການ​ທາງ​ຫົວ​ໃຈ​ເທື່ອ​ລະ​ນ້ອຍ​ເຊັ່ນ​ດຽວ​ກັນ. ການ​ອາບນ້ຳຕອນ​ເຊົ້າມີ​ຄວາມ​ຈຳ​ເປັນ​ຕໍ່​ຮ່າງ​ກາຍ ​ແລະ ​ຕໍ່​ສຸຂະພາບ​ຂອງ​ມະນຸດ​ຫຼາຍ ​ເພາະ​ຕະຫລອດ​ທັ້ງຄືນ​ທ່ານ​ຮູ້​ຫຼື​ບໍ່ ​ເວລາ​ຄົນ​ນອນ​ຫລັບ​ໄຫຼ​ທັງ​ຄືນ​ນັ້ນ​ເຫື່ອ​ໄຄ​ຄ້າວ​ຈະ​ໄຫຼ​ອອກ​ມາ​ອາບ​ທົ່ວ​ຮ່າງກາຍ ຕອນ​ເຊົ້າຄວນ​ຊຳລະ​ລ້າງ​ອອກ​ໃຫ້ໝົດຈະ​ເປັນ​ການ​ດີ​ທີ່​ສຸດ. ​ເວ​ລາ​ຫົດ​ນ້ຳ​ໃສ່​ທົ່ວ​ຮ່າງກາຍ​ເທື່ອ​ທຳ​ອິດ ຄວນ​ເອົາ​ທັງ​ສອງ​ຝາ​ມື​ຮຸກຖູ​ໄປ​ທົ່ວ​ແຂນ​ຂາ​ ແລະ​ ຕົນ​ຕົວ​ອ່າວ​ແຮງ ​ໃຫ້​ທົ່ວ​ເພື່ອ​ຟອກ​ເລືອດ​ລົມ​ເຮັດ​ໃຫ້​ເລືອດ​ລົມ​ທົ່ວ​ຮ່າງກາຍ​ໝູນວຽນດີ ແລະ​ ແຂງ​ແຮງ​ຕະຫລອດ​ການ. ​ແລ​ະອີກ​ສິ່ງ​ໜຶ່ງ​ທີ່​ມະນຸດ​ເຮົາ​ເບິ່ງຂ້າມ​ໃນ​ການ​ອະນາ​ໄມ​ຮູ​ທະວານ ​ເວລາ​ຟອກ​ສະບູ​ໃຫ້​ໃຊ້​ນິ້ວຊີ້ມື​ແຍ່​ເຂົ້າຮູ​ທະວານ​ຈົນຈຳ​ ເພື່ອ​ປ້ອງກັນ​ການ​ເກີດ​ລີດ​ສະ​ດວງ​ທະວານ​ ແລະ​ຍັງ​ເປັນ​ການ​ທຳລາຍ​ການວາງ​ໄຂ່​ຂອງ​ພະຍາດ​ຕົວ​ເຂັມ​ອີກ​ດ້ວຍ.

>>ຂອບໃຈ http://lanxanglpb.weebly.com/37543762374937603716375137623745375837693785.html

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...