spot_img
Homeຂ່າວທ້ອງຖິ່ນເຈົ້າ​ໜ້າ​ທີ່ການ​ຄ້າເມືອງ​ສີ​ສັດ​ຕະ​ນາກ ກວດ​ພົບ​ສິນ​ຄ້າ​ໝົດ​ອາ​ຍຸ ໃນ​ກະ​ຕ່າ​ຂອງ​ຂວັນ ຕາມ​ຮ້ານ​ຄ້າ!

ເຈົ້າ​ໜ້າ​ທີ່ການ​ຄ້າເມືອງ​ສີ​ສັດ​ຕະ​ນາກ ກວດ​ພົບ​ສິນ​ຄ້າ​ໝົດ​ອາ​ຍຸ ໃນ​ກະ​ຕ່າ​ຂອງ​ຂວັນ ຕາມ​ຮ້ານ​ຄ້າ!

Published on

20150106143355

 

ໃນ​ລະຫວ່າງ​ວັນ​ທີ 25 ທັນວາ 2014 ຫາ 1 ມັງກອນ 2015 ທີ່​ຜ່ານ​ມາ ເພື່ອ​ກວດກາ​ຄວາມເປັນ​ລະບຽບ​ຮຽບ​ຮ້ອຍ ​ໃນ​ການຈຳໜ່າຍ​ສິນຄ້າ​ພາຍ​ໃນ​ເມືອງ ໃຫ້ຖືກຕ້ອງ​ສອດຄ່ອງ​ຕາມ​ລະບຽບ​ຫຼັກການ​ທີ່​ວາງ​ອອກ ເຈົ້າໜ້າທີ່​ກວດກາ​ຫ້ອງການ​ອຸດ​ສະຫະ​ກຳ-ການ​ຄ້າ ເມືອງ​ສີ​ສັດຕະນາກ ນະຄອນຫຼວງ​ວຽງ​ຈັນ ໄດ້ລົງ​ກວດກາ​ການ​ຕິດ​ລາຄາ​ສິນຄ້າ​ເປັນ​ເງິນ​ກີບ​ ພາຍ​ໃນ​ເມືອງ​ຂອງ​ຕົນ.

ຜ່ານ​ການ​ກວດກາ ໄດ້​ພົບເຫັນ​ສິນຄ້າ​ທີ່​ໝົດ​ອາຍຸໃນ​ກະຕ່າ​ຂອງຂວັນ ຢູ່​ບັນດາ​ຮ້ານ​ຄ້າ ຮ້ານ​ມິ​ນິ​ມາກ ແລະ ຕາມ​ຕະຫຼາດ​ພາຍ​ໃນ​ເມືອງ​ຂອງ​ຕົນ ເຊິ່ງສິນຄ້າດັ່ງກ່າວ​ ສ່ວນ​ໃຫຍ່​ເປັນ​ສິນຄ້າ​ອຸປະໂພກ ແລະ ບໍລິໂພກ​ທີ່ໝົດ​ອາຍຸ ຈຳນວນ 15 ລາຍການ ພ້ອມ​ນັ້ນ​ຍັງ​ກວດ​ເຫັນ​ສິນຄ້າ ຕ້ອງ​ຫ້າມ​ປະເພດ​ໝາກ​ກະໂພກ ຈຳນວນ 3 ກິ​ໂລ​ກຼາມ ລວມ​ມູນຄ່າ​ທັງ​ໝົດ 2 ລ້ານ​ກວ່າ​ກີບ ຈາກ​ນັ້ນ ກໍ່​ໄດ້​ເຮັດ​ບົດ​ບັນທຶກ ກ່າວ​ເຕືອນ​ສຶກ​ສາ​ອົບຮົມ​ຕາມ​ລະບຽບ​ການ ແລະ ຢຶດ​ສິນຄ້າ​ຈຳນວນ​ດັ່ງກ່າວ ​ເພື່ອ​ທຳລາຍ​ຖິ້ມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...