ສຸດຍອດສັບພະຄຸນທາງຢາທີ່ມາກັບຫມາກໄມ້ລົດສົ້ມ

1

ໝາກມ່ວງ
ຊ່ວຍ​ແກ້​ອາການ​ປຸ້ນທ້ອງ​ຮາກ ແກ້​ວິນຫົວ ແກ້ຢາກນໍ້າ ແກ້​ທ້ອງ​ອືດ ໄລ່ແມ່​ພະຍາດ ແກ້​ໄຂ້ ແກ້​ອາການ​ປວດ​ເມື່ອຍ​ລະຫວ່າງ​ມີ​ປະຈຳ​ເດືອນ ແກ້​ລຳ​ໄສ້​ອັກ​ເສບ​ຊຳເຮື້ອ ປິ່ນປົວ​ບິດ​ຖ່າຍ​ເປັນ​ເລືອດ​ໄດ້​ ແລະ ​ຊ່ວຍ​ບຳ​ລຸງ​ອະໄວຍະວະ​ໃນ​ລະບົບ​ຍ່ອຍ​ອາຫານ

2

ໝາກຂາ
ມີ​ສັບ​ພະຄຸນ​ຊ່ວຍ​ຂັບເສມ​ຫະ ແກ້​ໄອ ຊ່ວຍ​ຂັບ​ລົມ​ອອກຈາກ​ລຳ​ໄສ້ ແກ້​ບິດ ກະຕຸ້ນ​ການ​ຂັບ​ຖ່າຍ​ໄດ້​ດີ ຈຶ່ງ​ໃຊ້​ເປັນ​ຢາ​ລະບາຍ​ທ້ອງ​ໄດ້ ​ແລະ ​ຍັງ​ຊ່ວຍ​ແກ້​ຢາກນໍ້າ​ຜ່ອນຄາຍ​ຮ້ອນ​ໄດ້​ນໍາອີກ

3

ໝາກ​ນາ
ເປືອກ​ໜ່ວຍ​ທີ່​ມີ​ລົດ​ຂົມ​ນັ້ນ​ມີ​ສັບພະຄຸນ​​ໃນ​ການ​ຂັບ​ລົມ ຜິວ​ຂອງ​ເປືອກ​ໝາກນາວ​ຈະ​ມີ​ນ້ຳ​ມັນ​ຫອມ​ລະ​ເຫຍ (Volatile oil) ເຊິ່ງ​ມີ​ລິດ​ຊ່ວຍ​ຂັບ​ລົມ ແກ້​ທ້ອງ​ອືດ​ ວິ​ຕາ​ມິນ​ຊີ​ ກົດ​ຈາກ​ນ້ຳ​ໝາກນາວ​ຍັງ​ກະຕຸ້ນ​ການ​ຂັບ​ນ້ຳ​ລາຍ​ຈຶ່ງ​ເຮັດໃຫ້​ເກີດ​ຄວາມ​ຊຸ່ມ​ຄໍ ຈຶ່ງ​ຊ່ວຍ​ຂັບ​ເສມ​ຫະ​ ແລະ ​ຫລຸດ​ອາການ​ໄອ​ລົງ​ໄດ້​ນັ້ນ​ເອງ

4

ໝາກເຟືອງ
ຫມາກໄມ້​ທີ່​ໃຫ້​ວິ​ຕາ​ມິນ​ຊີ​ສູງ ​ແລະ ​ຍັງ​ເຕັມ​ດ້ວຍ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ທີ່​ມີ​ປະ​ສິດ​ທິ​ພາບ ຊ່ວຍ​ຫລຸດຜ່ອນ​ການ​ຜະລິດ​ເມັດ​ສີ​ນ້ຳ​ຕານ​ ຫລື ​ຝ້າ ຝ້າ​ໜາໆ ຫລື ​ຝ້າ​ທີ່​ມີ​ການ​ສະ​ສົມ​ມາ​ເປັນ​ເວລາ​ຍາວນານ​ຈຶ່ງ​ຄ່ອຍ​ໆ ເຈືອ​ຈາງ​ລົງ​ໄດ້ ພ້ອມ​ກັນ​ນີ້​ມັນ​ຍັງ​ຊ່ວຍ​ຟື້ນ​ຟູ ​ແລະ ​ຊ່ອມ​ແຊມ​ຜິວ​ໃນ​ໂຕໄດ້​ດີ​ນໍາອີກ​

5

ໝາກສີດາ
ເປັນ​ຫມາກໄມ້​ທີ່​ໃຫ້​ວິ​ຕາ​ມິນ​ຊີ​ບໍ່​ໜ້ອຍ​ເຊັ່ນ​ກັນ ສັບພະ​ຄຸນ​ຂອງ​ໝາກສີດາ​ຈະ​ຊ່ວຍຫ​ລຸດ​ສານ​ພິດ​ຈາກ​ຮ່າງກາຍ ຊ່ວຍຫ​ລຸດ​ລະ​ດັບ​ໄຂ​ມັນ​ໃນ​ເລືອດ​ຈຶ່ງ​ເໝາະ​ກັບ​ຜູ້​ປ່ວຍ​ທີ່​ມີ​ບັນຫາ​ເສັ້ນ​ເລືອດ​ອຸດ​ຕັນ ນອກ​ຈາກ​ນີ້​ຍັງ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ໄຂ​ມັນ​ເກາະ​ຝາ​ຫລອດ​ເລືອດ ສຳຫລັບ​ຜູ້​ປ່ວຍ​ພະຍາດ​ເລືອດ​ຈາງ​ບໍ່​ແນະ​ນຳ​ໃຫ້​ກິນ

6

ໝາກກ້ຽງ
ຫມາກໄມ້​ທີ່​ເຕັມດ້ວຍ​ເສັ້ນ​ໃຍ​ອາຫານ​ສູງ ໃຫ້​ພະລັງ​ງານ​ຕ່ຳ​ຈຶ່ງ​ເໝາະສົມ​ກັບ​ສາວໆ ທີ່​ຄວບ​ຄຸມ​ນ້ຳ​ໜັກ​ຢ່າງ​ຫລວງຫລາຍ ນອກ​ຈາກ​ນີ້ ໝາກ​ກ້ຽງຍັງມີ​ວິ​ຕາ​ມິນ​ເອ​ ທີ່​ຈະ​ຊ່ວຍ​ບຳ​ລຸງ​ສາຍ​ຕາ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ

7

ໝາກນັດ
ມີ​ແຄ​ຊຽມ ​ແລະ ​ທາດ​ຟອດ​ຟໍ​ລັດ ​ສູງ​ໂດຍ​ຈະ​ຊ່ວຍ​ບຳ​ລຸງ​ກະດູກ​ ແລະ ​ແຂ້ວ​ໃຫ້​ແຂງ​ແຮງ ຊ່ວຍ​ຍ່ອຍ​ອາຫານ ຫລຸດ​ອາການ​ແໜ້ນ​ສຽດ​ທ້ອງ ຫລຸດ​ອາການ​ອັກ​ເສບ​ບວມ ຊ່ວຍ​ຂັບ​ເສມ​ຫະ ​

8

ແອບ​ເປິ້ນ
ຊ່ວຍ​ກວາດລ້າງ​ສານ​ພິດ​ອອກຈາກ​ລຳ​ໄສ້ ກະຕຸ້ນ​ການ​ປັ້ນ​ຂອງ​ລຳ​ໄສ້​ຈຶ່ງ​ຊ່ວຍ​ໃຫ້​ການ​ຂັບ​ຖ່າຍ​ເຮັດວຽກ​ດີ​ຂຶ້ນ ປິ່ນປົວ​ອາການ​ຖອກທ້ອງ​​ໄດ້ ທັງ​ຍັງ​ປັບ​ສົມ​ດຸ​ຂອງ​ລະບົບ​ການ​ຍ່ອຍ​ອາຫານ ເຮັດໃຫ້​ການ​ຍ່ອຍ​ອາຫານ​ດີ​ຂຶ້ນ ບຳ​ລຸງ​ກະເພາະ​ຫລຸດ​ກົດ​ພາຍ​ໃນ​ກະເພາະ ແລະ​ ຊ່ວຍ​ລະ​ລາຍ​ເສມ​ຫະ​ໄດ້​ນໍາອີກ

9

ໝາກເລັ່ນ
ບຳ​ລຸງ​ຮ່າງກາຍ​ໃຫ້​ມີ​ຄວາມ​ສົດ​ຊື່ນ ບຳ​ລຸງ​ຜິວ​ໃຫ້​​ກະ​ຈ່າງ​ໃສ ຊ່ວຍ​ຟອກ​ເລືອດ ​ແລະ ​ມີ​ສານ​ໄລ​ໂຄ​ປີນ​ສູງ​ທີ່​ຈະ​ຊ່ວຍ​ປ້ອງ​ກັນ​ມະ​ເຮັງ ນອກ​ຈາກ​ນີ້​ຍັງ​ຊ່ວຍ​ໃຫ້​ການ​ຍ່ອຍ​ອາຫານ​ດີ​ຂຶ້ນ​ນໍາອີກ​

ຮູ້​ກັນ​ແບບນີ້​ແລ້ວ ຢ່າ​ລືມ​ຊອກ​ຫາ​ຫມາກໄມ້​ລົດ​ສົ້ມ​ເຫລົ່າ​ນີ້​ມາ​ກິນ​ເປັນ​ອາຫານ​ທາງ​ຢາ​ກັນແນ່ເດີ ຈະ​ໄດ້​ມີ​ສຸຂະພາບ​ແຂງ​ແຮງ​ຫ່າງ​ໄກ​ຈາກ​ອາການ​ເຈັບ​ໄຂ້​ໄດ້​ປ່ວຍ​ຢ່າງ​ປອດ​ໄພ ຂາດ​ຜົນ​ຂ້າງ​ຄຽງ​ເມື່ອ​ທຽບ​ກັບ​ການ​ກິນ​ຢາ​ແພດ​ແຜນ​ປັດ​ຈຸ​ບັ