spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມບໍ່ສະບາຍແຕ່ຢາກອອກກຳລັງກາຍ ເຮັດໄດ້ຫລືບໍ່

ບໍ່ສະບາຍແຕ່ຢາກອອກກຳລັງກາຍ ເຮັດໄດ້ຫລືບໍ່

Published on

1_6

ສຳຫລັບ​ຄົົນທີ່​ມັກ ​ແລະ ​ຕິດ​ການ​ອອກ​ກຳ​ລັງ​ກາຍ ການ​ບໍ່​ໄດ້​ອອກ​ກຳ​ລັງ​ກາຍ​ແມ່ນ​ພຽງ​ມື້​ດຽວ​ກໍ​ອາດຈະ​ເຮັດໃຫ້​ຮູ້ສຶກ​ບໍ່​ສະບາຍຕົນ​ສະບາຍ​ໂຕ​ໄດ້ ແຕ່​ຖ້າ​ເກີດ​ວ່າ ​ກຳ​ລັງ​ບໍ່​ສະບາຍ​ຈະ​ເຮັດ​ແບບໃດ ຈະໃຫ້​ຝືນ​ອອກ​ກຳ​ລັງ​ກາຍ​ກໍ​ຈະ​ຍິ່ງ​ເຮັດໃຫ້​ປ່ວຍ​ໜັກ​ກວ່າ​ເກົ່າ ແຕ່​ຈະໃຫ້​ເຊົາ​ອອກ​ກຳ​ລັງ​ກາຍ​ເລີຍ​ໃນ​ໄລຍະ​ນັ້ນ​ກໍ​ຄົງ​ເຮັດ​ໄດ້​ຍາກ​ ດັ່ງ​ນັ້ນ​ມື້​ນີ້​ເລີຍ​ຍົກ​ເລື່ອງ​ການ​ອອກ​ກຳ​ລັງ​ກາຍ​ໃນ​ໄລຍະ​ທີ່​ເຈັບປ່ວຍ​ມາ​ເລົ່າ​ສູ່​ກັນ​ຟັງ ໄປ​ເບິ່ງ​ກັນ​ວ່າ ​ເຈັບປ່ວຍ​ແບບໃດ​ທີ່​ຍັງ​ອອກ​ກຳ​ລັງ​ກາຍ​ໄດ້ ແລ້ວ​ເຈັບປ່ວຍ​ແບບ​ໃດ​ທີ່​ຫ້າມ​ອອກ​ກຳ​ລັງ​ກາຍ

1. ອາການ​ໄອ ​ແລະ ​ເຈັບ​ຄໍ

ເປັນ​ອາການ​ທີ່​ພົບ​ໄດ້​ເລື້ອຍໆ ​ເຊິ່ງ​ມີ​ສາ​ເຫດ​ຈາກ​ການ​ໃຊ້​ສຽງ​ຫລາຍ​ເກີນ​ໄປ ຫລື​ ແມ່ນແຕ່​ອາ​ກາດ​ປ່ຽນ​ແປງ ແລະ ​ໂດຍ​ສ່ວນ​ໃຫຍ່​ກໍ​ມັກ​ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຫຍັງ​ກັບ​ການ​ອອກ​ກຳ​ລັງ​ກາຍ ແຕ່​ກໍ​ຄວນ​ທີ່​ຈະ​ຫລີກ​ລ້ຽງ​ການ​ອອກ​ກຳ​ລັງ​ກາຍ​ທີ່​ໜັກ​ໜ່ວງ​ ເພາະ​ອາດຈະ​ເຮັດໃຫ້​ໄອ​ຫລາຍ​ຂຶ້ນ ຖ້າ​ຢາກ​ອອກ​ກຳ​ລັງ​ກາຍ​ກໍ່ລອງ​ຫລີກລ້ຽງ​ມາ​ອອກ​ກຳ​ລັງ​ກາຍ​ຄ່ອຍໆ ​ເຊັ່ນ ​ຄາລດິ​ໂອ ​ແບບ​ຄ່ອຍໆ ຫລື ​ບໍ່​ກໍ່​ຍົກ​ນ້ຳ​ໜັກ ແລະ ​ໝັ່ນ​ດື່ມ​ນ້ຳ​ເລື້ອຍໆ ກໍ​ຈະ​ຊ່ວຍ​ໃຫ້​ອາການ​ບັນ​ເທົາ​ລົງ​ໄດ້ນໍາ​ອີກ​

 

  1. ຄັດ​ດັງ ນ້ຳ​ມູກ​ໄຫລ

ອາການ​ຄັດ​ດັງ ​ແລະ ​ມີ​ນ້ຳ​ມູກ​ໄຫລ ເປັນ​ອາການ​ທີ່​ຫລາຍໆ ຄົນ​ຮູ້ສຶກ​ລຳ​ຄານ ເພາະ​ຈະ​ເຮັດໃຫ້​ຫາຍ​ໃຈ​ໄດ້​ບໍ່​ສະ​ດວກ ບາງ​ຄົນ​ເຖິງ​ກັບ​ຕ້ອງ​ຫາຍ​ໃຈ​ທາງ​ປາກ​ ແຕ່ບໍ່ແມ່ນວ່າ ​ຄັດ​ດັງ ນ້ຳ​ມູກ​ໄຫລ ​ແລ້ວ​ຈະ​ບໍ່​ສາມາດ​ອອກ​ກຳ​ລັງ​ກາຍ​ໄດ້​ ພຽງ​ແຕ່​ຫລີກ​ລ້ຽງ​ການ​ອອກ​ກຳ​ລັງ​ກາຍ​ໜັກໆ ມາ​ອອກ​ກຳ​ລັງ​ກາຍ​ດ້ວຍ​ການ​ຫລິ້ນ​ໂຍ​ຄະ ແຕ່​ຕ້ອງ​ຫລີກລ້ຽງ​ທ່າ​ໂຍ​ຄະ ​ທີ່​ຕ້ອງ​ກົ້ມ​ຫົວ​ຕ່ຳ​ໆ  ຫລື ​ທ່າ​ກັບ​ຫົວ ເພາະ​ຈະ​ຍິ່ງ​ເຮັດໃຫ້​ຫາຍ​ໃຈ​ໄດ້​ບໍ່​ສະ​ດວກ

 

  1. ປຸ້ນທ້ອງ ຮາກ ຫລື​ ຖອກທ້ອງ

ເມື່ອ​ເກີດ​ອາການ​ເຫລົ່າ​ນີ້ ບໍ່​ຄວນ​ອອກ​ກຳ​ລັງ​ກາຍ​ເດັດ​ຂາດ​ ເພາະ​ຈະ​ຍິ່ງ​ເຮັດໃຫ້​ອາການ​ໜັກ​ຂຶ້ນ ຄວນ​ຈະ​ພັກ​ຜ່ອນ​ໂດຍ​ການ​ນັ່ງ​ສະບາຍ​ ຫລື​ ​ກິນ​ຢາ​ແລ້ວ​ນອນ​ພັກ​ຈະ​ດີກວ່າ​ ການ​ທີ່​​ອອກ​ກຳ​ລັງ​ກາຍ​ທັງ​ໆ ທີ່​ມີ​ອາການ​ເຫລົ່າ​ນີ້ ຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ປຸ້ນທ້ອງ ຮາກ ​ໄດ້​ງ່າຍ ແຖມ​ອາການ​ຖອກທ້ອງ​​ກໍ​ຈະ​ບໍ່​ບັນ​ເທົາ​ລົງນໍາ​ອີກ​

  1. ເປັນ​ໄຂ້

ຫລາຍ​ຄົນ​ມັກ​ຈະ​ຄິດວ່າ​ ເມື່ອ​ເປັນ​ໄຂ້ ຄວນ​ຈະ​ອອກ​ກຳ​ລັງ​ກາຍ​ໃຫ້​ເຫື່ອ​ອອກ​ເພື່ອ​ທີ່​ໄຂ້​ຈະ​ໄດ້ຫ​ລຸດ ແຕ່​ແທ້ໆ ແລ້ວ​ນັ້ນ​ເປັນ​ຄວາມ​ຄິດ​ທີ່​ຜິ​ດ ເພາະ​ຍິ່ງ​ເຮົາ​ເສຍ​ເຫື່ອ​ຫລາຍ​ຂຶ້ນ​ຮ່າງກາຍ​ກໍ​ຈະ​ຍິ່ງ​ອ່ອນ​ເພຍ ແຖມ​ການ​ອອກ​ກຳ​ລັງ​ກາຍ​ຍັງ​ເຮັດໃຫ້​ຮ່າງກາຍ​ມີ​ອຸນຫະພູມ​ສູງ​ຂຶ້ນ​ກວ່າ​ເກົ່າ ແລະ ​ຖ້າ​ຫາກ​ຮ່າງກາຍ​ມີ​ອຸນຫະພູມ​ສູງ​ຫລາຍ​ເກີນ​ໄປ​ກໍ​ອາດຈະ​ເຮັດໃຫ້​ເກີດ​ການ​ຊັອກ​ໄດ້​ ດັ່ງ​ນັ້ນ​ຖ້າຫາກ​​ຮູ້ສຶກ​ເປ້ນ​ໄຂ້ ຄວນ​ກິນ​ຢາ​ແລ້ວ​ນອນ​ພັກ​ຈະ​ດີກວ່າ​5. ອາການ​ເຈັບ​ຫົວ​ໜ້ອຍ​

ອາການ​ເຈັບ​ຫົວ ສິ່ງ​ທີ່​ດີ​ທີ່ສຸດ​ຄື​ການ​ນອນ​ພັກ ແຕ່​ຖ້າ​ຫາກ​ຮູ້ສຶກ​ເຈັບ​ຫົວ​ພຽງ​ໜ້ອຍດຽວ​ແລະ ​ຢາກ​ອອກ​ກຳ​ລັງ​ກາຍ ຂໍ​ແນະ​ນຳ​ໃຫ້​ອອກ​ກຳ​ລັງ​ກາຍ​ແບບ​ເບົາໆ ​ເຊັ່ນ​ ການ​ຍ່າງ ເປັນ​ຕົ້ນ ແລະ ​ຫລີກລ້ຽງ​ການ​ອອກ​ກຳ​ລັງ​ກາຍ​ທີ່​ຕ້ອງ​ເຄື່ອນ​ໄຫວ​ຮ່າງກາຍ​ຢ່າງ​ໜັກ ຫລື​ ທ່າ​ທາງ​ທີ່​ຈະ​ຕ້ອງ​ກົ້ມ​ຫົວ​ລົງ​ເປັນ​ເວລາ​ດົນ ເພາະ​ຈະ​ເຮັດໃຫ້​ເລືອດ​ໄຫລ​ວຽນ​ໄປ​ລ້ຽງ​ບໍລິເວນ​ຫົວ​ໄດ້​ບໍ່​ສະ​ດວກ ສົ່ງ​ຜົນ​ເຮັດໃຫ້​ເຈັບຫົວ​ບໍ່​ເຊົາ ແລະ ​ຄວນ​ຈະ​ອອກ​ກຳ​ລັງ​ກາຍ​ໃນ​ບ່ອນອາ​ກາດ​ຖ່າຍ​ເທ​ໄດ້​ສະ​ດວກ​ ຈະ​ໄດ້​ເຊົາເຈັບ​​ຫົວ​ໄດ້​ໄວ​ຂຶ້ນ​

  1. ອາການ​ປວດ​ເມື່ອຍ​ຕາມ​ສ່ວນ​ຕ່າງໆ

ຕາບ​ໃດ​ທີ່​ອາການ​ປວດ​ເຫລົ່າ​ນັ້ນ​ບໍ່​ໄດ້​ມາ​ພ້ອມ​ກັບ​ອາການ​ໄຂ້ ກໍ​ສາມາດ​ອອກ​ກຳ​ລັງ​ກາຍ​ໄດ້​ຢ່າງ​ສະບາຍ​ໆ ເພາະ​ການ​ອອກ​ກຳ​ລັງ​ກາຍ​ຈະ​ເຮັດໃຫ້​ເລືອດ​ໄຫລ​ວຽນ​ໃນ​ຮ່າງກາຍ​ດີ​ຂຶ້ນ ສົ່ງ​ຜົນ​ໃຫ້​ອາການ​ປວດ​ຫລຸດລົງ ແຕ່​ກໍ​ບໍ່​ຄວນ​ຈະ​ອອກ​ກຳ​ລັງ​ກາຍ​ໜັກໆ ແລະ ​ຫັກ​ໂຫມ​ຈົນ​ເກີນ​ໄປ ຄວນ​ຈະ​ເລືອກ​ອອກ​ກຳ​ລັງ​ກາຍ​ທີ່​ເບົາໆ ແລະ ​ສ່ຽງ​ຕໍ່​ອາການ​ບາດ​ເຈັບ​ໜ້ອຍ​ ​ເຊັ່ນ ​ການ​ຍືດ​ກ້າມ​ຊີ້ນ ຫລື ​ການ​ລອຍ ຈະ​ໄດ້​ບໍ່​ຕ້ອງ​ຢ້ານ​ວ່າ​ຈະ​ປວດ​ຍິ່ງ​ກວ່າ​ເກົ່າ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...