5 ເຫດຜົນ​​ທີ່​ເຮັດໃຫ້​​ທ່ານຊາຍເປັນ​ຄົນ​ເມື່ອງ່າຍ

s85

– ປ່ອຍ​ໃຫ້​ຮ່າງກາຍ​ຂາດນ້ຳ ຄົົນທີ່​ອອກ​ກຳ​ລັງ​ກາຍ​ ຫລື​ ຕ້ອງ​ເຮັດ​ກິດຈະກຳ​ຫຍັງ​ຈັກຢ່າງ​ທີ່​ຕ້ອງ​ໃຊ້​ແຮງ ມີ​ໂອ​ກາດ​ທີ່​ຮ່າງກາຍ​ຈະ​ຢູ່ໃນ​ພາ​ວະ​ຂາດ​ນ້ຳ​ໄດ້​ງ່າຍ​ຈາກ​ການ​ສູນ​ເສຍ​ເຫື່ອ ຊຶ່ງ​ຜົນ​ທີ່​ຕາມ​ມາ​ກໍ​ຄື​ເຮັດໃຫ້​ອາລົມ​ເຈົ້າ​ຂຶ້ນໆລົງໆ ແລະ ​ຮ່າງກາຍ​ເສຍ​ພະລັງ​ງານ​ໄປ​ຫລາຍ​ຈົນ​ມີ​ອາການ​ເມື່ອ​ງ່າຍ ທາງ​ທີ່​ດີ​ໃຫ້​ໝັ່ນ​ກິນ​ນ້ຳ ທຸກ​ໆ 25-30 ນາ​ທີ ໃຫ້ເປັນ​ນິ​ໄສ​ດີກວ່າ

ເຄັ່ງຄຽດ​ຫລາຍ​ເກີນ​ໄປ ​ ຮອລ໌​ໂມນ ​ທີ່​ເກີດ​ຈາກ​ຄວາມ​ເຄັ່ງຄຽດ​ຈະ​ຖືກ​ຜະລິດ​ອອກ​ມາ​ໃນ​ຍາມ​ທີ່​ເຈົ້າ​ມີ​ເລື່ອງ​ເຄັ່ງຄຽດ ຊຶ່ງ​ໂດຍ​ປົກກະຕິ​ລະ​ດັບ​ຮໍໂມນ​ນັ້ນ​ຄ່ອຍ​ໆ ເພີ່ມ​ສູງ​ຂຶ້ນ​ໃນ​ຕອນ​ເຊົ້າ​ ແລະ​ ຈະ​ຄ່ອຍ​ໆລຸດລົງ​ໃນ​ຕອນ​ກາງ​ຄືນ ຢ່າ​ປ່ອຍ​ໃຫ້​ຕົວ​ເອງ​ຕົກ​ຢູ່ໃນ​ຄວາມ​ເຄັ່ງຄຽດ​ເປັນ​ເວລາ​ດົນໆ ຫາ​ຫຍັງ​ເຮັດໃຫ້​ຕົວ​ເອງ​ຮູ້ສຶກ​ຜ່ອນ​ຄາຍ​ນຳ​ ບໍ່​ຊັ້ນເຈົ້າ​ອາດ​ຮູ້ສຶກ​ເມື່ອຍທັງ​ທີ່​ບໍ່​ໄດ້​ອອກ​ກຳ​ລັງ

– ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ຄາ​ເຟ​ອີນ​ຫລາຍ​ເກີນໄ ຫລາຍ​ຄົນ​ໜ້າ​ຈະ​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ​ການ​ດື່ມ​ກາ​ເຟ​ ຫລື ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ສ່ວນປະສົມ​ຂອງ​ຄາ​ເຟ​ອີນ​ໃນ​ປະລິມານ​ຫລາຍ​ເກີນ​ໄປ ຈະ​ເຮັດໃຫ້​ເຈົ້າ​ນອນ​ບໍ່​ຫລັບ ແລະ​ ນີ້​ແຫລະ​ແມ່ນສາ​ເຫດ​ທີ່​ເຮັດໃຫ້​ເຈົ້າ​ຮູ້ສຶກ​ອ່ອນເພຍ​ໄປ​ຕະຫລອດ​ທັງ​ມື້ ດັ່ງ​ນັ້ນ​ດື່ມ​​ມື້​ລະ 1-2 ຈອກ​ກໍ​ໜ້າ​ຈະ​ພຽງ​ພໍ ຫລື​ ບາງ​ຄົນ​ຈອກດຽວ​ກໍ​ຫລາຍ​ເກີນ​ໄປ​ແລ້ວ

– ບັງຄັບ ອອກ​ກຳ​ລັງ​ເກີນ​ໄ   ອອກ​ກຳ​ລັງ​ເປັນ​ເລື່ອງ​ດີ​ໃຜ​ໆກໍ​ຮູ້ ແຕ່​ຖ້າ​ອອກ​ແບບ​ເອົາ​ເປັນ​ເອົາ​ຕາຍ​ເພາະ​ຢາກ​ຈ່ອຍ ຫລື ຢາກ​ໃຫ້​ນອນ​ຫລັບ​ສະບາຍ​ນັ້ນ​ຄິດ​ຜິດແລ້ວ ເພາະ​ການ​ທີ່​ເຈົ້າ​ຝືນ​ເຮັດຫຍັງ​ທີ່​ເກີນ​ຂີດ​ຈຳ​ກັດ​ຂອງ​ຮ່າງກາຍ ມັນ​ເຮັດໃຫ້​ເກີດ​ຜົນ​ເສຍ​ຕາມ​ມາ​ໄດ້ ບໍ່​ວ່າ​ຈະ​ເປັນ​ອາການ​ເຈັບປວດ​ຕາມ​ກ້າມ​ຊີ້ນ ​ຫລື ​ອາການ​ອ່ອນ​ເພຍ ບໍ່​ຮູ້ສຶກ​ສົດ​ຊື່ນ​ກະ​ຕືລືລົ້ນ ເຄັດ​ລັບ​ການ​ອອກ​ກຳ​ລັງ​ໃຫ້​ມີ​ປະ​ສິດ​ທິ​ພາບ​ກໍ​ຄື​ການ​ຈັດ​ວາງ​ໂປ​ແກຣມ​ການ​ອອກ​ກຳ​ລັງ​ໃຫ້ ເໝາະ​ສົມ​ກັບ​ສະພາບ​ຮ່າງກາຍ​ຂອງ​ຕົວ​ເອງ​ ບໍ່ແມ່ນໃຊ້​ຮ່າງກາຍ​ແບບ​ເກີນໄປ

ດື່ມ​ແອວ​ກໍ​ຮໍ​ເພື່ອ​ຜ່ອນ​ຄາຍ  ແມ່ນ​ຢູ່​ວ່າ​ການ​ກິນເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ແອວ​ກໍ​ຮໍໜ້ອຍ​ໜຶ່ງຈະ​ຊ່ວຍ​ໃຫ້ ຫລັບ​ສະບາຍ​ຂຶ້ນຖ້າ​ວ່າ​ບໍ່ແມ່ນ​ການ​ດື່ມ​ແບບ​ບໍ່​ຢຸດບໍ່ຢັ້ງ​ຂາດ​ສະຕິ​ ເພາະ​ນອກ​ຈາກ​ອາດ​ເຮັດໃຫ້​ເຈົ້າ​ເຮັດຫຍັງ​ໄປ​ໂດຍ​ບໍ່​ຮູ້​ຕົວ​ແລ້ວ ຍັງ​ເຮັດໃຫ້​ນອນ​ຫລັບ​ບໍ່​ສະນິດ​ອີກ​ ທາງ​ທີ່​ດີ​ດື່ມວາຍມື້​ລະ 1-2 ຈອກ​ກ່ອນ​ເວລາ​ນອນ​ຈັກສອງ​ຊົ່ວ​ໂມງ​ຈະ​ດີກວ່າ