spot_img
Homeຂ່າວການສຶກສາສົກປີນີ້ ຈະສຸມໃສ່ປັບປຸງຫລັກສູດການສຶກສາ ໃຫ້ມີຄຸນນະພາບດີກວ່າເກົ່າ

ສົກປີນີ້ ຈະສຸມໃສ່ປັບປຸງຫລັກສູດການສຶກສາ ໃຫ້ມີຄຸນນະພາບດີກວ່າເກົ່າ

Published on

lao student

 

ຄືດັ່ງທີ່ຮູ້ກັນແລ້ວວ່າ ວຽກງານປັບປຸງຄຸນນະພາບການສຶກສາໃນສົກປີຜ່ານມາ, ແມ່ນໄດ້ຮັບການ ເອົາໃຈໃສ່ ຫລາຍສົມຄວນ, ເຊິ່ງກະຊວງສຶກສາທິການ ແລະ ກິລາ ລວມທັງຄູ່ຮ່ວມພັດທະນາໄດ້ລົງທຶນຢ່າງຫລວງຫລາຍເຂົ້າໃນການປັບປຸງຫລັກສູດ, ຈັດພິມປຶ້ມແບບຮຽນ ແລະ ຄູ່ມືຄູເປັນຕົ້ນສຳເລັດການສ້າງໂຄງຮ່າງຫລັກສູດ ແລະ ສື່ການຮຽນ – ການສອນເສີມສຳລັບນັກຮຽນຊົນເຜົ່າຂັ້ນ ປະຖົມປີທີ 1 ແລະ 2, ພ້ອມນັ້ນ ຍັງໄດ້ກວດແກ້ຕົ້ນສະບັບປຶ້ມແບບຮຽນ ແລະ ຄູ່ມືຄູວິຊາພາສາລາວ, ຄະນິດສາດ, ຄຸນສົມບັດ ແລະ ໂລກອ້ອມຕົວສຳລັບຊັ້ນ ປ1 ແລະ ປ2 ເພື່ອຈັດພິມ ແລະ ແຈກຢາຍໃຫ້ໂຮງຮຽນປະຖົມສຶກສາໃນທົ່ວປະເທດ. ພ້ອມທັງໄດ້ສະໜອງອຸປະກອນ ທົດລອງໃຫ້ແກ່ສະຖາບັນສ້າງຄູ ແລະ ໂຮງຮຽນມັດທະຍົມສົມບູນຈຳນວນໜຶ່ງ ໃນຂອບເຂດທົ່ວປະເທດ.

ແນວໃດກໍຕາມໃນສົກປີນີ້ ກະຊວງສຶກສາທິການ ແລະ ກິລາ ຈະສຸມໃສ່ສ້າງມາດຕະຖານຄຸນນະພາບ ແລະ ຄູ່ມືການນຳໃຊ້ສຳລັບການສຶກສາເດັກກ່ອນໄວຮຽນ, ຊັ້ນອະນຸບານ ແລະ ການສຶກສານອກ ໂຮງຮຽນ; ສ້າງເຄື່ອງມື ແລະ ຄູ່ມືການຕິດຕາມປະເມີນຄຸນນະພາບພາຍໃນໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມສຶກສາ; ດຳເນີນການປະ ເມີນຄຸນນະພາບການສຶກສາຊັ້ນປະຖົມ ແລະ ມັດທະຍົມ ບ່ອນທີ່ໄດ້ຮັບການຝຶກອົບຮົມແລ້ວ; ສືບຕໍ່ຝຶກອົບຮົມການນຳໃຊ້ມາດຕະຖານຄຸນນະພາບການສຶກສາຊັ້ນປະຖົມ, ມັດທະຍົມໃຫ້ຄູຝຶກຂັ້ນແຂວງ, ເມືອງ, ຜູ້ອຳນວຍການໂຮງຮຽນ ແລະ ໃຫ້ສາຍອາຊີວະສຶກສາ ແລະ ພາກສ່ວນການສຶກສາທີ່ຍັງເຫລືອ; ພັດທະນາກົນໄກການປະເມີນພາຍນອກ ສຳລັບການສຶກສາໃນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງ; ຝຶກອົບຮົມໃຫ້ຜູ້ປະເມີນພາຍນອກ ເພື່ອລົງປະເມີນໃນສາຍອາຊີວະ ແລະ ການສຶກສາຊັ້ນສູງ. ນອກຈາກນີ້ ຍັງຈະສົ່ງເສີມການແຂ່ງຂັນນັກຮຽນເກັ່ງດ້ານໄອທີ ແລະ ພາສາອັງກິດຂັ້ນພື້ນຖານເພື່ອໃຫ້ເທົ່າທຽມກັບສາກົນ ແລະ ພາກພື້ນນຳອີກ.

ກະຊວງສຶກສາໃຫ້ຮູ້ວ່າ: ໃນສົກປີຜ່ານມາ ຍັງມີບັນຫາທີ່ຈະຕ້ອງແກ້ໄຂເຊັ່ນ: ບັນຫາຄຸນນະພາບ ການຮຽນ-ການສອນ ໃນຊັ້ນປະຖົມສຶກສາຍັງຕ່ຳ, ຈຳນວນນັກຮຽນປະລະ ແລະ ອອກຮຽນກາງປີມີຫລາຍ, ໂດຍສະເພາະ ໃນຂັ້ນ ປ1 ແລະ ປ2. ການຕິດຕາມ ແລະ ບໍລິຫານຄຸ້ມຄອງໂຮງຮຽນຍັງບໍ່ເປັນລະບົບຕໍ່ເນື່ອງ, ການປະລະຂອງນັກຮຽນມັດທະຍົມຍັງສູງ, ການສ້າງສີມືແຮງງານຍັງບໍ່ທັນສອດຄ່ອງ ກັບຄວາມຕ້ອງການຂອງຕະຫລາດແຮງງານ ທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ VII, ການຮັບນັກຮຽນເຂົ້າ ຮຽນຢູ່ສະຖາບັນອາຊີວະສຶກສາ ແລະ ມະຫາວິທະຍາໄລ ຍັງບໍ່ໄດ້ຕາມແຜນການ. ກົງກັນຂ້າມສະຖາບັນສ້າງຄູ ພັດມີຜູ້ສະໝັກເຂົ້າຮຽນລື່ນແຜນການທີ່ກຳນົດ. ສະພາບການບັນຈຸ ແລະ ນຳໃຊ້ຄູຍັງບໍ່ທັນມີປະສິດທິພາບເຫັນວ່າ ຍັງມີສະພາບຄູເຫລືອບໍ່ພໍຢູ່ໃນລະບົບເປັນຈຳນວນບໍ່ໜ້ອຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...