spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມບົວລະພາ ຊ່ວຍໃຫ້ນອນຫລັບ

ບົວລະພາ ຊ່ວຍໃຫ້ນອນຫລັບ

Published on

000541iekeif8ixa8jj1ln

ບົວລະ​ພາ ເປັນ​ອີກ​ວິທີ​ໜຶ່ງ​ທີ່​ຊ່ວຍ​ເຮັດໃຫ້​ຄົົນທີ່​ເປັນ​ພະຍາດ​ນອນ​ບໍ່​ຫລັບ​ສາມາດ​ນອນ​ຫລັບ​ໄດ້ ໂດຍ ມີ​ວິທີ​ງ່າຍໆ​ຄື ໃຫ້​ເອົາ​ໃບ ບົວລະພາສົດ ຈຳນວນ​ປະ​ມານ 1 ກຳ​ມື ລ້າງ​ນ້ຳ​ໃຫ້​ສະ​ອາດ ຕົ້ມ​ກັບ​ນ້ຳ​ຈຳນວນ​ເຄິ່ງ​ລີດ​ຈົນ​ຟົດ ຂ້ຽວ​ໃຫ້​ເຫລືອ​ປະ​ມານ 3 ສ່ວນ 4 ຂອງ​ຈອກ ດື່ມ​ຂະນະ​ອຸ່ນໆ​ກ່ອນ​ຈະ​ເຂົ້າ​ນອນ ຈະ​ຊ່ວຍ​ໃຫ້​ນອນ​ຫລັບ​ໄດ້ ໃຜ​ທີ່​ເປັນ​ພະຍາດ​ນອນ​ບໍ່​ຫລັບ​ທົດລອງ​ເບິ່ງ ບໍ່​ມີ​ອັນຕະລາຍ​ຫຍັງ ຄື​ກັບ​ສູດ​ອື່ນໆ​ທີ່​ເຄີຍ​ແນະ​ນຳ​ຖ້າຫາກ​ໄດ້​ຜົນດີ​ຕົ້ມ​ດື່ມ​ໄດ້​ເລື່ອຍ​ໆ ບໍ່​ໄດ້​ຜົນ​ຫຍັງບໍ່​ຕ້ອງ​ດື່ມ​ຕໍ່

ບົວລະ​ພາ ຫລື OCIMUM BASILICUM LINN. ຢູ່ໃນ​ວົງ LABIATAE ປະໂຫຍດ​ທາ​ງສະ​ໝຸນ​ໄພ ທັງ​ຕົ້ນ​ສົດ​ຈຳນວນ​ພໍ​ປະ​ມານ​ຕົ້ມ​ນ້ຳ​ດື່ມ​ແກ້​ປວດ ແກ້​ຫວັດ ຖອກທ້ອງ​ ຈະເລີນ​ອາຫານ ຂັບ​ເຫື່ອ ຂັບ​ເສມ​ຫະ ຂັບ​ລົມ ປວດ​ຫົວ ປວດ​ຂໍ້ ໜອງ​ໃນ ໃບ​ສົດ​ຕຳ​ລະອຽດ​ຄັ້ນ​ເອົາ​ສະເພາະ​ນ້ຳ​ ຫລື​ ກາກ​ທາບາດແຜ​ຟົກ​ຊ້ຳ ແຜ​ເປັນ​ໜອງ​ຊຳເຮື້ອ ແມງໄມ້​​ກັດ​ຕອດ ເມັດ​ແຫ້ງ​ຕົ້ມ ​ຫລື ​ແຊ່​ນ້ຳ​ກິນ​ເປັນ​ຢາ​ລະບາຍ ແກ້​ພະຍາດ​ຕາ​ແດງ ຮາກ​ສົດ​ ຫລື​ ແຫ້ງ​ເຜົາ​ໄຟ​ໃຫ້ເປັນ​ເທົ່າ ບົດ​ລະອຽດ​ທາບາດແຜ​ຊຳເຮື້ອ​ດີ​ຫລາຍ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...