spot_img
Homeຄວາມງາມເກີບຂົນລຸກ ຄວາມເຊັກຊີທີ່ແຕກຕ່າງ ຂອງ ແມ່ຍິງ

ເກີບຂົນລຸກ ຄວາມເຊັກຊີທີ່ແຕກຕ່າງ ຂອງ ແມ່ຍິງ

Published on

babe-bu-zhu-tian-6-990x500-600x303

ເກີບ​ຄູ່​ນີ້​ເຮັດ​ຈາກ​ຢາງ ໂດຍ​ໃຊ້​ເສັ້ນ​ຂົນ​ຈາກ​ມະນຸດ​ໃນ​ການ​ຕົກ​ແຕ່ງ​ຂຶ້ນ​ມາ ເປັນ​ຜົນ​ງານ​ຂອງ Zhu Tian ສິລະປິນ​ຍິງ​ຄົນຈີນ ຜູ້​ໄດ້ຮັບ​ໂຈດ​ໃຫ້​ສ້າງ ຜົນ​ງານ​ເພື່ອ​ຈັດ​ສະແດງ​ສະຫລອງ​ໃນ​ໂປ​ເຈັກ ຄົບ​ຮອບ 25 ປີ Elle China ແລະ​ ນາງ​ຕັ້ງຊື່​ຜົນ​ງານ​ອັນ​ນີ້​ໄດ້​ສຸດ​ເຊັກ​ຊີ​ວ່າ “Babe”

Zhu Tian ໄດ້​ກ່າວ​ກັບ​ສື່​ວ່າ ” ວາລະ​ສານ ​ແອນ ​ໄດ້​ເຊີນ​ຂ້ອຍ​ເຂົ້າ​ຮ່ວມ​ສ້າງ​ຜົນ​ງານ​ຈາກ​ເກີບ​ສົ້ນ​ສູງ​ຂອງ ​ດິ​ອໍ ຂ້ອຍ​ຕັ້ງ​ໂຈດ​ສຸດ​ທ້າ​ທາຍ​ໃນ​ການສ້າງ​ຜົນ​ງານ​ອັນ​ນີ້​ວ່າ ຫຍັງ​ຄື ນິ​ຍາມ​ຄຳ​ວ່າ​ເຊັກ​ຊີ່ ສຳຫລັບ​ເກີິບ​ສົ້ນ​ສູງ​ທີ່​ເຂົ້າ​ກັບ​ວັດທະນະທຳ​ຮ່ວມ​ສະໄໝ​ແບບ​ນີ້ ມັນ​ເຊັກ​ຊີ​ແບບ​ເປັນ​ທຳມະຊາດ​ແທ້ບໍ່? ຫລື​ ເພາະ​ເຮົາ​ບອກ​ເຈົ້າ​ວ່າ​ມັນ​ເຊັກ​ຊີ?”

ແລະ ​ນາງ​ຍັງ​ກ່າວ​ອີກວ່າ “ຄວາມ​ຕັ້ງ​ໃຈ​ຂອງ​ຂ້ອຍ​ຄື ຕ້ອງ​ການ​ປ່ຽນ​ມຸມ​ມອງ ຄວາມ​ເປັນ​ຍິງ ອອກຈາກ ເກີບ​ສົ້ນ​ສູງ ຂ້ອຍ​ຈຶ່ງ​ນຳ ເສັ້ນ​ຂົນ​ເຫລົ່າ​ນີ້​ມາ​ໃຊ້​ກັບ​ເກີບ ເພື່ອ​ໃຫ້​ເຫັນ​ວ່າ​ມັນ​ບໍ່​ເຂົ້າ​ກັນ ”

ຖ້າຫາກ​ໄດ້​ໄປ​ເບິ່ງນິ​ທັດສະ​ການ​ນີ້​ທີ່ ລອນ​ດອນ ​ຈະ​ໄດ້​ເຫັນ​ເກີບຄູ່​ນີ້​ຖືກ​ມັດ​ເຊືອກ​ຫ້ອຍ​ລົງ​ມາ​ລົງພື້ນ ທີ່​ຕ້ອງ​ການ​ສະແດງ​ໃຫ້​ເຫັນ​ເຖິງ ຄວາມ​ເຊັກ​ຊີຂອງ​ແມ່ຍິງ​ຈີນ​ສະໄໝ​ກ່ອນ ທີ່​ຕ້ອງ​ມັດ​ຕີນ​ໃຫ້​ນ້ອຍ​ທີ່ສຸດ ເປັນ​ຊົງ​ດອກ​ບົວ ? ນັ້ນ​ຄື ວັດທະນະທຳ​ຄວາມ​ງາມ ທີ່​ແລກປ່ຽນ​ມາ​ດ້ວຍ​ຄວາມ​ທຸກທໍລະມານ​ຂອງ​ຍິງແມ່​ຈີນ​ຍຸກ​ກ່ອນ

slide_387938_4673504_free_

 

slide_387938_4673486_free

 

slide_387938_4673484_free

 

33

 

 

 

51

 

slide_387938_4673494_free-600x400

 

slide_387938_4673502_free

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...