Homeນານາສາລະສູງຂຶ້ນດ້ວຍວິທີ ທີ່ສາມາດເຮັດເອງໄດ້ງ່າຍໆ

ສູງຂຶ້ນດ້ວຍວິທີ ທີ່ສາມາດເຮັດເອງໄດ້ງ່າຍໆ

Published on

C00000068P1

– ອອກກໍາລັງກາຍເປັນປະຈໍາ ເຊັ່ນກິລາ ເຕັນເຊືອກ, ໂຢຄະ, ບາສເກັດບອນ(ບານບ້ວງ) ແລະ ອຶ່ນໆ   ເພາະການອອກກໍາລັງການຈະຮັດໃຫ້ຮ່າງກາຍຂອງຄົນເຮົາຈະເລີນເຕີບໂຕໄດ້ດີ

– ຮັບປະທານອາຫານເຊົ້າເປັນປະຈໍາ ຈະຊ່ວຍໃຫ້ລະບົບເມຕາບໍລິຊີມທໍາງານໄດ້ດີຂຶ້ນ

– ພະຍາຍາມຫຼີກລ້ຽງປັດໃຈສ່ຽງທີ່ມີຜົນເສຍຕໍ່ການຈະເລີນຂອງຮ່າງກາຍ ເຊັ່ນ ການດື່ມສິ່ງທີ່ມີທາດເຫຼົ້າ  ເພາະມັນຈະສົ່ງຜົນເສຍຕໍ່ຮ່າງກາຍຂອງຄົນເຮົາໃນຫຼາຍຢ່າງ ແລະເຮັດໃຫ້ຮ່າງກາຍຂອງເຮົາຂາດສານອາຫານທີມີຜົນຕໍ່ການຈະເລີນຂອງຮ່າງກາຍນໍາອີກ

– ໃນເວລາທີ່ທີ່ເຮົາຢືນ, ຍ່າງ ຫຼື ບາງຄັ້ງທີ່ເຮົານັ່ງເັຮດວຽກຫຼື ນັ່ງຫຼິ້ນຄອມ ກໍ່ແລ້ວແຕ່ເຮົາຄວນພະຍາຍາມເຮັດໃຫ້ລໍາໂຕຂອງເຮົາ ແລະ ຫົວຂອງເຮົາຢືດຊື່ທີ່ສຸດເທົ້າທີ່ເຮັດໃດ້ ຫຼື ເວລາຍ່າງບໍ່ຄວນກົ້ມຫລາຍ ເພາະຈະເຮັດໃຫ້ມີຜົນຕໍ່ກະດູກສັນຫຼັງ ແລະ ມີຜົນຕໍ່ການຈະເລີນຂອງຮ່າງກາຍ

– ພໍ່ເມື່ອເຖິງເວລາເຂົ້ານອນກໍ່ຄວນເຂົ້ານອນແຕ່ຫົວຄໍ່າເວລາທີ່ດີທີ່ສຸດຄື ເວລາ 8:00 ແລະ ພະຍາຍາມນອນໃຫ້ລັບທີ່ສຸດ, ເພາະວ່າເວລາເຮົານອນ    Growth Hormone (ຮໍໂມ່ນການຈະເລີນເຕີບໂຕ)  ຈະເຮັດວຽກໄດ້ດີທີ່ສຸດໃນຕອນກາງຄືນ ແລະ ເວລານອນຄວນປິດໄຟ ເພາະຄວາມມືດຈະເຮັດໃຫ້ກ້າມເນື້ອຜ່ອນຄາຍຫຼາຍທີ່ສຸດ ແລະ ຮ່າງກາຍຈະເລີນເຕີບໂຕໄດ້ດີ.

ລອງປະຕິບັດເບິ່ງເພື່ອຄວາມສູງ ແລະ ຈະໄດ້ມີສຸຂະພາບທີ່ແຂງແຮງ,   ໃນການກ້າວເຂົ້າສູ່ປີໃໝ່ 2015 ນີ້!

>>http://km.siamha.com/วิธีทําให้สูง.html

ບົດຄວາມຫຼ້າສຸດ

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...

ບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ...

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...