spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຄັດລັບ ເບິ່ງແຍງສຸຂະພາບຕາ ໄລຍະລະດູໜາວ

ເຄັດລັບ ເບິ່ງແຍງສຸຂະພາບຕາ ໄລຍະລະດູໜາວ

Published on

ອາກາດຫນາວ ມັກຈະມີອາການ ຄັດຕາຄ້າຍຄືມີຂີ້ຝຸ່ນເຂົ້າຕາ ຈົນເຮັດໃຫ້ເບິ່ງພາບບໍ່ແຈ້ງ ຫຼືບາງເທື່ອອາດມີເມືອກ ຫຼື ຂີ້ຕາຫຣາຍກວ່າປົກກະຕິ ຄັດຕາເວລາໃສ່ຄອນແທັກແລນ ຖ້າເຈົ້າເກີດອາການດັ່ງກ່າວອາດຈະເກີດຈາກພາວະອາການຕາແຫ້ງ ເຊິ່ງພົບໄດ້ຫຣາຍທີ່ທີ່ມີອາກາດແຫ້ງ ຫຼື ມີຂີ້ຝຸ່ນ ລົມ, ອາຊີບທີ່ຕ້ອງໃຊ້ສາຍຕາຈຶ້ງເບິ່ງດົນໆ ຫ໌ືຄົນທີ່ກິນຍາແກ້ແພ້

ເມື່ອມີອາການດັ່ງກ່າວ ຄວນເຮັດແບບໃດ

  • ຫຣັບຕາດຸໆ ໃນຄະນະທີ່ອ່ານຫນັງສື ຫຼື ຈຶ້ງເບິ່ງຄອມພິວເຕີດົນໆ
  • ພັກຜ່ອນສາຍຕາໄລຍະສັ້ນໆ ໂດຍການຫຼັບຕາ 2-3 ນາທີ ແລະ ບໍ່ນັ່ງຈຶ້ງຫນ້າຄອມພິວເຕີດົນໆເກີນ 2 ຊົ່ວໂມງ
  • ຫລີກລ່ຽງການໃຊ້ຄອນແທັກແລນ ເປັນເວລາດົນເກີນ 8 ຊົ່ວໂມງຕໍ່ມື້ ຫຼື ຢອດນໍ້າຕາທຽມ 3-4 ຄັ້ງ
  • ເພີ່ມຄວາມຊຸ່ມຊື່ນໃນຫ້ອງນອນ ຫຼື ບ່ອນເຮັດວຽກ ໂດຍນຳຈອກໃສ່ນໍ້າອຸ່ນໆວາງໄວ້ເພື່ອໃຫ້ມີຄວາມຊຸ່ມຊື່ນໃນອາກາດ
  • ໃສ່ແວ່ນກັນແດດເວລາຢູ່ນອກອາຄານ ປ້ອງກັນຂີ້ຝຸ່ນ ລົມ ແລະ ແສງແດດ
  • ດື່ມນໍ້າໃຫ້ໄດ້ຢ່າງໜ້ອຍມື້ລະ 8-10 ຈອກ ແລະ ຮັບປະທານອາຫານທີ່ຊ່ວຍບຳລຸງສາຍຕາ

ອາການ ພາວະຕາແຫ້ງສ່ວນຫຼາຍຈະເຊົາໄດ້ດ້ວຍການເບິ່ງແຍງຕົວເອງດັ່ງກ່າວເວັ້ນແຕ່ມີອາການເຄືອງຕາຢ່າງຮຸນແຮງ ຕາມົວ ເມື່ອຖືກລົມ ຫຼື ໃສ່ຄອນແທັກແລນ ມີນໍ້າຕາໄຫຼຫຼາຍກວ່າປົກກະຕິ ຈຶ່ງຄວນຕ້ອງໄປພົບແພດ

195573

 

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...