spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ7 ພິດຕິກຳເຮັດແລ້ວອາຍຸສັ້ນ

7 ພິດຕິກຳເຮັດແລ້ວອາຍຸສັ້ນ

Published on

index

1ນອນເດິກ ເພາະການນອນເດິກເຮັດໃຫ້ຮໍໂມນຕ້ານມະເຮັງຫລັ່ງອອກມາໜ້ອຍເກີນໄປ ແລະ ສ່ຽງຕໍ່ການເກີດໂລກຮ້າຍອື່ນໆເຊັ່ນ ຄວາມດັນເລືອກສູງ, ໄຂມັນສູງ ແລະ ໂລກຕຸ້ຍເນື່ອງຈາກຄົນນອນເດິກມັກຈະຫິວ ແລະ ຕ້ອງຫາອີ່ຫຍັງມາຮັບປະທານ ຊິ່ງບໍ່ເປັນຜົນດີຕໍ່ສຸຂະພາບຢ່າງແນ່ນອນ

2 ສູບຢາ ແລະ ດື່ມເຫລົ້າ ທັງສອງສິ່ງນີ້ສົ່ງຜົນຕໍ່ອະໄວຍະວະພາຍໃນ ແລະ ພາຍນອກ ປອດ ແລະ ຕັບເຮັດວຽກໜັກ ເຮັດໃຫ້ເຖົ້າໄວ ແລະ ສ່ຽງຕໍ່ການມະເຮັງ ນຳໄປສູ່ການເສຍຊິວິດກ່ອນໄວ

3 ຄຽດໜັກ ຫລື ເປັນໂລກຄຽດຊ່ຳເຮື່ອ ເພີ່ມຄວາມສ່ຽງໃນການເປັນມະເຮັງ

4 ຮັບປະທານອາຫານຮ້ອນຈັດເຊັ່ນ ຊາຮ້ອນ ຫລີ ກາແຟຮ້ອນ ຖ້າບໍ່ລະວັງອາດຈະໄປລວກເຊວຫລອດອາຫານຈົນອັກເສບ ແລະ ມີໂອກາດປ່ຽນແປງເປັນເຊວມະເຮັງທາງທີ່ດີຄວນຫລີກລ້ຽງອາຫານ ແລະ ເຄື່ອງດື່ມທີ່ຮ້ອນແບບສຸດໆຄວນລໍໃຫ້ຢູ່ໃນລະດັບອຸ່ນໆ

5 ກັ້ນຍ່ຽວ ຢ່າງທີ່ຮູ້ກັນດີຢູ່ວ່ານ້ຳຍ່ຽວເປັນຂອງເສຍເຫລືອ ຍິ່ງກັ້ນຍ່ຽວຈະເຮັດໃຫ້ກະເພາະສະສົມຂອງເສຍ ສົ່ງຜົນໃຫ້ເກີດມະເຮັງ ຫລື ເຮັດໃຫ້ກະເພາະຍ່ຽວອັກເສບໄດ້

6 ເສບຕິດລົດເຄັມ ມີງານວິໃຈພົບວ່າ ຄົນທີ່ມັກກິນອາຫານເຄັມຈະມີອັດຕາການເກີດມະເຮັງສູງກວ່າຄົນທີ່ກີນອາຫານລົດຈີດ ດັ່ງນັ້ນຄວນປັບພິດຕິກຳໃໝ່ການມັກກິນຂອງເຄັມໃຫ້ໜ້ອຍລົງກ່ອນຈະສາຍເກີດໄປ

7 ຕາກແດດຕະຫລອດ ແລະ ດົນ ສ່ຽງມະເຮັງຜິວໜັງ ເພາະແສງແດດເປັນລັງສີກະຕຸເນເຊວໃຫ້ແບ່ງໂຕໄປຢ່າງບໍ່ຢຸດ ກາຍເປັນກ້ອນໃຫຍ່ຂຶ້ນໄດ້ ວິທິປ້ອງກັນຄືຄວາມຫລີກລ້ຽງການປະເຊີນກັບແດດທີ່ແຮງກ້າ ຖ້າລ້ຽງບໍ່ໄດ້ກໍ່ຄວາມທາຄີມກັນແດດ ຫລື ໃສ່ເສື້ອປົກຄຸມ

 

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...