spot_img
Homeຂ່າວຕ່າງປະເທດວິເຄາະຂໍ້ແຕກຕ່າງຂອງການຫາຍໄປລະຫວ່າງQZ8501 ກັບ MH370

ວິເຄາະຂໍ້ແຕກຕ່າງຂອງການຫາຍໄປລະຫວ່າງQZ8501 ກັບ MH370

Published on

ການຫາຍສາບສູນໄປຂອງເຄື່ອງບິນ ສາຍການບິນແອຣ໌ເອເຊຍທ່ຽວບິນທີ່ QZ8501 ເມື່ອຊ່ວງເຊົ້າວັນທີ 28 ທັນວາ, ທີ່ຜ່ານມາ ເຮັດໃຫ້ເກີດເປັນກໍລະນີປຽບທຽບເຫດການທີ່ມີລັກສະນະຄ້າຍກັນເມື່ອປະມານ 10​ເດືອນກ່ອນ  ເຫດການລຶກລັບທີ່ເກີດຂຶ້ນກັບເຄື່ອງບິນມາເລເຊຍແອຣ໌ລາຍນ໌ ທ່ຽວບິນທີ່ MH370 ທີ່ຫາຍໄປຈາກໜ້ານໍ້າເອເຊຍຕາເວັນອອກສຽງໃຕ້ ຄືກັນ.

ສໍານັກຂ່າວ CNN ໄດ້ວິເຄາະ ແລະ ປຽບທຽບຄວາມແຕກຕ່າງລະຫວ່າງເຫດການທີ່ເກີດຂຶ້ນກັບ 2 ທ່ຽວບິນທີ່ຫາຍໄປເຖິງແມ່ນວ່າຂະນະນີ້ທັງ 2​ເຫດການຍັງຄົງເປັນປິດສະໜາແຕ່ຍັງພົບວ່າມີຄວາມແຕກຕ່າງໃນຫຼາຍປະເດນຈຶ່ງເຊື່ອວ່າເຫດການທ່ຽວບີນ QZ8501 ຈະບໍ່ເປັນປິດສະໜາລຶກລັບຄືກັບ MH307 ແນ່ນອນ

ທ່ານປີເຕີຣ໌ໂກເອລຊ໌ ຜູ້ຊ່ຽວຊານການບິນ ແລະ ອາດີດເຈົ້າໜ້າທີ່ຄະນະກໍາມະການຄວາມປອດໄພດ້ານການຂົນສົ່ງແຫ່ງຊາດສະຫະລັດ ແລະ   ທ່ານສະຕີເວັນ ວອລເລຊ ອາດີດອໍານວຍການສໍານັກງານສອບສວນອຸປະຕິເຫດສໍານັກງານການບິນກາງຂອງສະຫະລັດ ຕັ້ງຂໍ້ສັງເກດກ່ຽວກັບເຫດເຄື່ອງບິນຫາຍສາບສູນທັງ 2 ​ກໍລະນີພົບຂໍ້ແຕກຕ່າງ 4​ ປະເດນ.

ປະເດນ 1: ກໍລະນີທ່ຽວບິນ QZ8501 ນັ້ນບໍ່ມີຄວາມຊັບຊ້ອນເທົ້າກັບກໍລະນີທ່ຽວບິນ MH307 ທີ່ພົບວ່າຖືກຕັ້ງໃຈປິດລະບົບບອກລະດັບ ແລະ ຄວາມສູງຢ່າງເປັນປິດສະໜານັກບິນຕັ້ງໃຈທີ່ຈະຢຸດການຕິດຕໍ່ກັບສູນການບິນ ແລະ ບິນອອກນອກເສັ້ນທາງຢ່າງໜ້າສົງໃສກ່ອນທີ່ຈະຫາຍໄປຢ່າງບໍ່ມີວີແວວ ເຊິ່ງເກີດຂໍ້ສັນນິຖານກ່ຽວກັບການກໍ່ການຮ້າຍ. ແຕ່ ທ່ຽວບິນ QZ8501 ມີຂໍ້ມູນບອກວ່າມີບັນຫາຈາກສະພາບອາກາດທີ່ປັນປ່ວນນັກບິນໄດ້ຂໍອະນຸຍາດຍົກລະດັບຂອງເຮືອບິນຂຶ້ນໃຫ້ພົ້ນ ມີການລະບຸລະດັບຊັດເຈນກ່ອນເຄື່ອງບິນຈະຂາດການຕິດຕໍ່ໄປ.

ປະເດນທີ່ 2: ເຂດໜ້ານໍ້າທະເລຊາວາໃນຈຸດທີ່ QZ8501 ຂາດການຕິດຕໍ່ໄປນັ້ນຄ້ອນຂ້າງຕຶ້ນອີກທັງຍັງເປັນເສັ້ນທາງແລ່ນເຮືອທີ່ມີຄວາມໜ້າແໜ້ນຈຶ່ງເຊື່ອວ່າຈະພົບຊາກເຮືອບິນໃນໄວໆນີ້ ຫາກເປັນກໍລະນີເຮືອບີນຕົກແທ້ຂະນະນີ້ຈຸດທີ່ MH370 ຫາຍໄປຢູ່ຕອນໃຕ້ຂອງມະຫາສະໝຸດອິນເດຍມີຄວາມເລິກຫຼາຍກິໂລແມັດເຮັດໃຫ້ການຄົ້ນຫາຍາກກວ່າ.

ປະເດນທີ່ 3: ​ກໍລະນີການຫາຍໄປຂອງ MH370 ເຮັດໃຫ້ເກີດບົດຮຽນຕ່າງໆ ກັບສາຍການບິນ ແລະ ລັດຖະບານໃນພູມີພາກດັ່ງກ່າວ ເຮັດໃຫ້ QZ8501 ມີການແຈ້ງ ແລະ ປະສານງານໄປໃນທາງດຽວກັນ ບໍ່ເກີດຄວາມສັບສົນໃນຂໍ້ມູນເຊັ່ນດຽວກັນກັບທີ່ເຄີຍເກີດຂຶ້ນກັບ MH370 ທັງຍັງມີລະບົບລະບຽບໃຫ້ຈັດການ ແລະ ອໍານວຍຄວາມສະດວກຊ່ວຍເຫຼືອຍາກພີ່ນ້ອງຂອງຜູ້ໂດຍສານໄດ້ຢ່າງທົ່ວເຖິງມທັງຍັງເກີດຄວາມຮ່ວມມືໃນການຄົ້ນຫາສໍາຫລວດລາຍກວ່າຄັ້ງກ່ອນ.

ປະເດນທີ 4: ນັກວິເຄາະເຊື່ອວ່າຫາກທ່ຽວບິນ QZ8501 ປະສົບເຫດຕົກໃນທະເລແທ້ຈະສາມາດຄົ້ນພົບຊາກເຮືອບິນໄດ້ໄວກວ່າກໍລະນີ MH370 ຢ່າງແນ່ນອນຜູ້ຊ່ຽວຊານບໍ່ແປກໃຈຫາກຈະພົບຊາກເຄື່ອງບິນ QZ8501 ໃນອີກ 24​ຊົ່ວໂມງຂ້າງໜ້າເນື່ອງຈາກວ່າຈຸດດັ່ງກ່າວເປັນເຂດນໍ້າທີ່ຕື້ນກວ່າມະຫາສະໝຸດ ພ້ອມທັງໝັ້ນໃຈວ່າທີມງານຈະປະສົບຄວາມສໍາເລັດ.

ຂະນະທີ່ທ່ານ ໂທນີ່ ແອບບອດຕ໌ ຜູ້ນໍາປະເທດອອສເຕຣເລຍ ເຊື່ອວ່າການຫາຍໄປຂອງ QZ8501 ບໍ່ພົບຊາຕາກໍາດຽວກັນກັບ MH370 ເຫດທີ່ເກີດຂຶ້ນກັບແອຣ໌ເອເຊຍໜ້າຈະ ເປັນເພາະບັນຫາສະພາບອາກາດຊຶ່ງທາງການອອສເຕຣ໌ເລຍພ້ອມທີ່ຈະຊ່ວຍເຫຼືອໃນການປະຕິບັດການຄົ້ນຫາຄັ້ງນີ້ຢ່າງເຕັມທີ່.

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM0NC8xNzIyOTEzL25ld3MwNi0xLmpwZw==

>> http://news.sanook.com/1722913/

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...