Homeນານາສາລະກິນຜັກບໍ່ຖືກວິທີເຮັດໃຫ້ເກີດໂທດໄດ້!

ກິນຜັກບໍ່ຖືກວິທີເຮັດໃຫ້ເກີດໂທດໄດ້!

Published on

ເມື່ອເວົ້າເຖີງອາຫານສໍາລັບສຸຂະພາບແລ້ວ ຕ້ອງມີຜັກຈັດຢູ່ໃນຈໍາພວກນີ້ຢ່າງແນ່ນອນ ຢ່າງທີ່ເຮົາຮູ້ກັນດີຢູ່ແລ້ວວ່າຜັກ ນັ້ນເປັນປະໂຫຍດກັບເຮົາຫຼາຍ ແຕ່ຫາກວ່າກິນບໍ່ຖືກວິທີ (ໂດຍສະເພາະແມ່້ນຜັກດິບ) ຜັກທີ່ວ່າເປັນປະໂຫຍດນັ້ນກໍ່ອາດຈະເປັນໂທດຕໍ່ກັບເຮົາກໍ່ໄດ້

SAMSUNG

ຖົ່ວງອກ: ເຮົາກິນຖົ່ວງອກບໍ່ວ່າຈະເປັນສຸກຫຼືດິບ ຕາມສະຖານະການຂອງການແຕ່ງກິນຂອງໃຜລາວໃນຊີວິດປະຈໍາວັນ. ໃນຖົ່ວງອກນັ້ນມີທັງໂປຣຕີນ ວິຕາມິນຊີ ວິຕາມິນບີ12 ທາດເຫຼັກ ແລະ ເລຊີທິນ ລ້ວນແຕ່ເປັນສານອາຫານທີ່ມີຜະໂຫຍດຕໍ່ຮ່າງກາຍຖ້າຈະເລືອກກິນຖົ່ວດີບກໍ່ຄວນກິນໃນປະລິມານທີ່ເໝາະສົມ ເທົ້ານັ້ນ ເນື່ອງຈາກວ່າໃນຖົ່ວງອກດິບມີສານມີສານ ໄຟເຕັດ ທີ່ຂັດຂວາງການດູດຊືມສານອາຫານບາງຢ່າງເຂົ້າສູ່ຮ່່າງາກາຍ

dowີ່nload

    ຖົ່ວຍາວ: ວິຕາມິນຊີ ແລະ ມີທາດເຫຼັກ ແຕ່ບໍ່ຄວນກິນຖົວຍາວຫຼາຍເກີນໄປ ເພາະໃນຖົ່ວຍາວດິບນັ້ນມີແກ໊ສປະລິມານຫຼາຍ  ແກ໊ສຄາຣ໌ບອນໄດອອກໄຊດ໌ ມີເທນ ແລະ ຊັລເຟີຣ໌ ໄດອອກໄຊດ໌ ຊຶ່ງອາດຈະເຮັດໃຫ້ແໜ້ນທ້ອງໄດ້ ເນື່ອງຈາກຂະບວນການໃນການຍ່ອຍເມັດ ແລະ ເປືອກຂອງໝາກຖົ່ວໂດຍແບດທີເຣຍໃນລໍາໄສ້ໃຫຍ່

เ

ຜັກຕະກຸນກະລໍາປີ: ຊຶ່ງໄດ້ແກ່ ກະລໍາປີ ກະລໍາດອກ ບຣັອກໂຄລີ ຊື່ງຜັກກຸ່ມນີ້ຈະມີສານກອຍໂຕເຈນ ຊຶ່່ງຈະໄປຂັດຂວາງການທໍາງານຂອງຕອມໄທລອຍດ໌ ເຮັດໃຫ້ຮ່າງກາຍນໍາໄອໂອດິນໃນເລືອດໄປໃຊ້ໄດ້ໜ້ອຍ ໃນໄລຍະຍາວອາດຂະເປັນໂລກຄໍພອກໄດ້ ແຕ່ໃນໄລຍະສັ້ນຫາກກິນຫຼາຍເກີນໄປອາດເກີດອາການທ້ອງອືດ ເພາະອາຫານບໍ່ຍ່ອຍ

 

ุรີ

ໜໍ່ໄມ້ – ມັນຕົ້ນ: ມີສານໄຊຍາໄນດ໌ທີ່ຢູ່ໃນຮູບຂອງໄກລໂຄໄຊດ໌ ຊຶ່ງມີຜົນຕໍ່ລະບົບປະສາດເຮັດໃຫ້ເກີດອາການປວດຮາກ ອ່ອນເພຍມືນງົງ ໝົດສະຕິ ຫຼືອາດຮຸ້ນແຮງເຖິງຂັ້ນຫົວໃຈຢຸດເຕັ້ນ ສະນັ້ນຄວນນໍາໄປປຸງສຸກ ຫຼື ນໍາໄປຕົ້ມໃຫ້ສຸກກ່ອນນໍາມາປຸງອາຫານ

ສໍາລັບຜັກດິບທີ່ກ່າວມາຂ້າງເທິງນັ້ນຫາກກິນໃນປະລິມານພໍ່ດີ ກໍ່ຈະບໍ່ເປັນພິດຕໍ່ຮ່າາງກາຍ. ການທີ່ຈະສົ່ງຜົນເສຍຕໍ່ຮ່າງກາຍຂອງເຮົານັ້ນ ຈະຕ້ອງກິນຜັກສະນິນນັ້ນໆ ຢ່າງດຽວ ໃນປະລິມານທີ່ຫຼາຍເປັນກິໂລ  ຫຼື ຫຼາຍກວ່ານັ້ນເປັນເວລາຕິດຕໍ່ກັນຫຼາຍວັນ ແຕ່ຫາກກິນຕາມປົກກະຕິໃນຊີວິດປະຈໍາວັນ ກິນຜັກຫຼາຍໆ ຊະນິດສະຫລັບກັນໄປຜັກຕ່າງໆ ກໍ່ຈະກັບມາເປັນປະໂຫຍດໃຫ້ກັບຮ່າງກາຍຂອງເຮົ່າ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...