spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ8 ສັນຍານເຕືອນ ຂາດໄຂມັນ

8 ສັນຍານເຕືອນ ຂາດໄຂມັນ

Published on

26_201210011141411.

ໄລ​ຍະ​ຫລັງ​ມາ​ນີ້ ໄຂ​ມັນ​ກາຍ​ເປັນ​ຜູ້​ຮ້າຍ​ໄປ​ແລ້ວ ທັງ​ທີ່​ປົກກະຕິ​ຄົນ​ເຮົາ​ໄດ້ຮັບ​ຈາກ​ອາຫານ​ມື້​ລະ 5-6 ບ່ວງ​ ເຊິ່ງ​ຜູ້ຍິງ​ແອວ​ບາງ​ຮ່າງ​ນ້ອຍ​ຫລາຍ​ຄົນ​ກິນ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຮ່າງກາຍ ຈົນ​ເກີດ​ອາການ​ຜິດ​ປົກກະຕິ ເຮັດໃຫ້​ເກີດ​ອາການ ຂາດ​ໄຂ​ມັນໄດ້

ວາລະ​ສານ​ຊີວ​ະຈິດ​ຈຶ່ງ​ນຳ​ຂໍ້​ມູນ​ຂອງ ອາລິ​ຊາ​ເບດ ນາ​ລິນ ນັກ​ຂຽນ ​ແລະ ​ນັກ​ໂພສະ​ນາ​ການ​ຄົນອາ​ເມ​ລິ​ກາ ມາ​ບອກ​ເລົ່າ ເພື່ອ​ໃຫ້​ຜູ້​ອ່ານ​ສັງເກດ​ຕົນເອງ​ວ່າ ເມື່ອໃດ​ຈຳ​ເປັນ​ຕ້ອງ​ກິນ​ເພີ່ມ​ຂຶ້ນ​ອີກ​ໜ້ອຍໜຶ່ງ

  1. ຮູ້ສຶກ​ຢາກກິນຕະຫລອດນັ້ນ​ເປັນ​ເພາະ​ຮ່າງກາຍ​ຍ່ອຍ​ອາຫານ​ປະ​ເພດ​ອື່ນ​ໄດ້​ໄວ​ກວ່າ​ໄຂ​ມັນ ຢືນຢັນ​ໂດຍ​ ແອນ ເມົາ​ນີ ນັກ​ກຳນົດ​ອາຫານ ໃນ​ນະຄອນວໍ​ຊິງ​ຕັນ​ດີ​ຊີ ປະເທດ​ສະ​ຫະລັດ​ອະ​ເມລິກາ
  2. ຜິວ​ແຫ້ງ ​ແລະ ​ໝອງ​ຄລ້ຳດີ​ບໍ່​ດີ​ກໍ​ເບິ່ງ​ແກ່​ກວ່າ​ນໍາອີກ ເຊິ່ງ​​ກໍ​ຕ້ອງ​ຮູ້​ວ່າ ໄຂ​ມັນ​ບໍ່ດີ​ຄື​ສາ​ເຫດ​ເຫລົ່າ​ນີ້ ແຕ່​ໄຂ​ມັນ​ດີ​ຈະ​ຊ່ວຍ​ດູດ​ຊຶມ​ໄຂ​ມັນ ວິ​ຕາ​ມິນ ແລະ ​ສານ​ອາຫານ​ອື່ນໆ ທີ່​ຈະ​ຊ່ວຍ​ໃຫ້​ຜິວ​ຊຸ່ມ​ຊື່ນ ຢືນຢັນ​ໂດຍ​ ລໍ​ລີ ເວ​ດ​ເຕດ ນັກ​ກຳນົດ​ອາຫານ ແຫ່ງ​ມະຫາ​ວິທະຍາ​ໄລ​ການ​ແພດ​ ຊິ​ຄາ​ໂກ ປະເທດ​ສະ​ຫະລັດ​ອະ​ເມລິກາ
  3. ປະຈໍາເດືອນ​ຜິດ​ປົກກະຕິເພາະ​ຮ່າງກາຍ​ຕ້ອງ​ອາໄສ​ໄຂ​ມັນ​ໃນ​ການ​ຄວບ​ຄຸມ​ການເຮັດວຽກງານ​ຂອງ​ຮໍ​ໂມນ ລໍ​ລີ ​ກ່າວ​ວ່າ ການ ຂາດ​ໄຂ​ມັນ ອາດ​ມີ​ສ່ວນ​ເຮັດໃຫ້​ເກີດ​ອາການ​ດັ່ງ​ກ່າວ
  4. ຂາ​ດສະ​ມາທິດ້ວຍ​ຄວາມ​ທີ່​ໄຂ​ມັນ​ພຽງ 1 ກຣາມ​ກໍ​ໃຫ້​ພະລັງ​ງານ​ເຖິງ​ສອງ​ເທົ່າ​ຂອງ​ຄາລ​ໂບ​ໄຮ​ເດດ ຄົົນທີ່​ກິນ​ແຕ່ ຄາລໂບ​ໄຮ​ເດ​ດ​ ແລະ ​ໂປ​ຕີນ ຈຶ່ງ​ອາດ​ບໍ່​ສາມາດ​ຈົດ​ຈໍ່​ໄດ້​ໂດຍ​ບໍ່​ຮູ້​ສາ​ເຫດ
  5. ກະ​ວົນ​ກະ​ວາຍເຊິ່ງ​ອາດ​ເກີດ​ຄວາມ​ກົດ​ດັນ​ເລັກໆ​ໜ້ອຍ​ໆ ແຕ່​ ລໍ​ລີ ບອກວ່າ ຖ້າຫາກ​​ກິນ​ໄຂ​ມັນ​ທີ່​ມີ​ໂອ​ເມ​ກ້າ3 ຫລື 6 ຢ່າງ​ພຽງ​ພໍ ຈະ​ຊ່ວຍ​ໃຫ້​ປອດ​ໂປ່ງ​ຫລາຍ​ຂຶ້ນ
  6. ທໍລະມານ​ກັບ​ການ​ຢູ່​ທ່າມ​ກາງ​ຝູງ​ຊົນຈາກ​ການ​ທົດລອງ​ຂອງ​ສະມາຄົມ​ຈິດ​ວິທະຍາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ ເມື່ອ​ແບ່ງ​ໜູ​ເປັນ​ສອງ​ກຸ່ມ ກຸ່ມ​ໜຶ່ງ​ໄດ້ຮັບ​ກົດ​ໄຂ​ມັນ​ໂອ​ເມ​ກ້າ3 ຢ່າງ​ພຽງ​ພໍ ອີກ​ກຸ່ມ​ໄດ້ຮັບ​ບໍ່​ພຽງ​ພໍ ແລ້ວ​ນຳ​ທັງ​ສອງ​ກຸ່ມ​ມາ​ຢູ່ໃນ​ທີ່​ຄົນຫລາຍ ພົບ​ວ່າ​ ກຸ່ມ​ທີ່​ໄດ້ຮັບ​ມາ​ພຽງ​ພໍ​ສາມາດ​ສະຫງົບ​ໄດ້ ກົງ​ກັນ​ຂ້າມ​ກັບ​ກຸ່ມ​ທີ່​ໄດ້ຮັບ​ບໍ່​ພຽງ​ພໍ​ຈະ​ແລ່ນ ​ແລະ ​ຮ້ອງ​ຢ່າງ​ທໍລະມານ
  7. ອອກ​ກຳ​ລັງ​ກາຍ​ບໍ່​ທົນທັງ​ທີ່​ຮ່າງກາຍ​ເບິ່ງ​ແຂງ​ແຮງ ແຕ່​ແລ່ນ​ຫລື​ຍ່າງ​ໄວ ບໍ່​ກາຍ 20 ນາ​ທີ​ກໍ​ຕ້ອງ​ລົງ​ນັ່ງ​ຫອບ​ເກືອບ​ຕາຍ ເຖິງວ່າ​ຈະ​ເປັນ​ນັກ​ແລ່ນ​ມາ​ລາ​ທອນ​ກໍ​ຕາມ ເພາະ​ຮ່າງກາຍ​ຈະ​ເຜົາ​ຜານ​ ແຄ​ລໍ​ລີ​ ໝົດ​ລົງ​ຢ່າງ​ວ່ອງໄວ ແລ້ວ​ຫລັງ​ຈາກ​ນັ້ນ​ຈະ​ເລີ່ມ​ເຜົາ​ຜານ​ໄຂ​ມັນ
  8. ຂີ້​ຫລົງ​ຂີ້​ລືມມີ​ລາຍ​ງານ​ຫລາຍ​ຢ່າງ​ຢືນຢັນ​ວ່າ ອາຫານ​ທີ່​ມີ​ໄຂ​ມັນ​ສູງ​ເຊັ່ນ ນ້ຳ​ມັນ ​ ໝາກ​ກອກ ຖົ່ວ ປາ ຈະ​ຊ່ວຍ​ບຳ​ລຸງ​ສະຫມອງ​ສ່ວນ​ຄວາມຈື່​ຈຳ ຖ້າ​​ລືມ​ນັ້ນ​ລືມ​ນີ້ ທັງ​ທີ່​ຍັງ​ສາວ​ຍັງ​ສາວ ໃຫ້​ແນ່​ໃຈ​ໄດ້​ວ່າ ຕ້ອງ​ຕື່ມໄຂ​ມັນ

ຮູ້​ວ່າ ຮ່າງກາຍ​ຕ້ອງ​ການ​ໄຂ​ມັນ​ແລ້ວ ກໍ​ຢ່າ​ລືມ​ພິຈາລະນາ​ສານ​ອາຫານ​ອື່ນໆ ທີ່​ເປັນ​ປະໂຫຍດ​ໃຫ້​ຄົບ​ຖ້ວນ​ນໍາ ເພື່ອ​ສະຫລາດ ຮູບຮ່າງ​ດີ ອ່ອນ​ເຍົາ ແລະ ​ອາ​ຍຸ​ຍືນ​

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...