spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຂົ້າກໍ່າ ສຸດຍອດສານອາຫານຫລາຍ

ເຂົ້າກໍ່າ ສຸດຍອດສານອາຫານຫລາຍ

Published on

1215803522

ເມື່ອ​ເວົ້າ​ຫາ​ເຂົ້າ​ໜຽວ​ດຳ ຫລື “ເຂົ້າ​ກ່ຳ” ຫລາຍ​ຄົນ​ກໍ່​ຄິດຮອດ​ຂອງ​ຫວານ​ໆ ເຊັ່ນ​ເຂົ້າ​ໜຽວ​ດຳ​​ນ້ຳ​ກະ​ທິ​ ແຕ່​ຄວາມ​ຈິງ​ແລ້ວ​ເຂົ້າ​ໜຽວ​ດຳ​ມີ​ສັບພະຄຸນ​ລ້ຳ​ເລີດ​ຫລາຍກວ່າ​ນັ້ນ ເພາະ​ມີ​ສາລະພັດ​ສານ​ອາຫານ​ທີ່​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ ອີກ​ທັງ​ຍັງ​ຊ່ວຍ​ປ້ອງ​ກັນ​ພະຍາດ​ຕ່າງໆ ດັ່ງນີ້

ຫລຸດ​ຄວາມ​ສ່ຽງ​ພະຍາດ​ຫົວ​ໃຈ 

ໃນ​ເຂົ້າ​ໜຽວ​ດຳ​ມີ​ສານ “ແກມ​ມາ​ໂອ​ໄລ​ຊາ​ນອລ”  (gamma oryzanol) ເຊິ່ງ​ສາມາດຫ​ລຸດ​ໄຂ​ມັນ​ອຸດ​ຕັນ​ໃນ​ຫລອດ​ເລືອດ ຈຶ່ງ​ຊ່ວຍຫ​ລຸດ​ຄວາມ​ສ່ຽງ​ຂອງ​ການ​ເປັນ​ພະຍາດ​ຫົວ​ໃຈໄດ້

ຍັບ​ຍັ້ງ​ການ​ຈະເລີນ​ເຕີບໂຕ​ຂອງ ​ຈຸລັງມະເຮັງ 

ສານ “ແອນ​ໂທ​ໄຊ​ຢາ​ນິນ  (anthocyanin) ” ທີ່​ພົບ​ໃນ​ເຂົ້າ​ກໍ່າ​ມີ​ຄຸນສົມບັດ​ໃນ​ການ​ຍັບ​ຍັ້ງ​ການ​ຈະເລີນ​ເຕີບໂຕ​ຂອງ​ ຈຸລັງມະ​ເລັງ​ປອດ​ຢ່າງ​ຊັດເຈນ
ປ້ອງ​ກັນ​ພະຍາດ​ເລືອດ​ຈາງ

ໃນ​ເຂົ້າ​ກໍ່າມີ​ທາດ​ເຫລັກ​ທີ່​ເປັນ​ອົງ​ປະກອບ​ສຳຄັນ​ໃນ​ການສ້າງ​ເມັດ​ເລືອດ​ແດງ ເຊິ່ງ​ຖ້າຫາກ​ຮ່າງກາຍ​ໄດ້ຮັບ​ທາດ​ເຫລັກ​ບໍ່​ພຽງ​ພໍ​ຈະ​ເຮັດໃຫ້​ເກີດ​ພະຍາດ​ເລືອດ​ຈາງ​ໄດ້

ທີ່​ສຳຄັນ ເຂົ້າ​ກໍ່າ​ຍັງ​ອຸດົມ​ໄປ​ດ້ວຍ​ມີ​ ວິ​ຕາ​ມິນ​ເອ ອີ ບີ 1 ບີ 2 ແລະ​ ບີ 6 ຊ່ວຍ​ບຳ​ລຸງ​ສາຍ​ຕາ​ ແລະ ​ບຳ​ລຸງ​ສະຫມອງ​ນໍາອີກ​

ບົດຄວາມຫຼ້າສຸດ

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...