Homeນານາສາລະ5 ອາຫານ​ອຳມະຕະ ກິນ​ໄດ້​ເຖິງຈະ​ໝົດ​ອາ​ຍຸ​ແລ້ວ

5 ອາຫານ​ອຳມະຕະ ກິນ​ໄດ້​ເຖິງຈະ​ໝົດ​ອາ​ຍຸ​ແລ້ວ

Published on

index

ທຸກ​ມື້​ນີ້​ຄົນ​ທົ່ວ​ໂລກ​ຖິ້ມ​ອາຫານ​ເກືອບ​ເຄິ່ງ​ໂດຍ​ບໍ່​ຈຳເປັນ ພຽງ​ເພາະ​ກິນ​ເຫລືອ ຫລື ​ເພາະ​ມັນ​ໝົດ​ອາ​ຍຸ ໂດຍ​ບໍ່​ສົນ​ໃຈ​ວ່າ​ຄົນ​ອີກ​ເກືອບເ​ຄິ່ງ​ໂລກ​ກຳ​ລັງ​ຢູ່ໃນ​ພາ​ວະ​ອົດ​ຢາກ ແຕ່​ບັນຫາ​ນີ້​ອາດ​ແກ້​ໄຂ​ໄດ້ ຫາກ​ເຮົາ​ຫັນ​ມາ​ກິນ​ອາຫານ​ທີ່​ໝົດ​ອາ​ຍຸ​ແລ້ວ​ໃຫ້​ຫລາຍ​ຂຶ້ນ ອາຫານ​ຊະນິດ​ໃດ​ທີ່​ນັກ​ວິທະຍາ​ສາດ​ຢືນຢັນ​ວ່າ​ຍັງ​ບໍ່​ເສຍ ເຖິງຈະຜ່ານ​ມື້​ໝົດ​ອາ​ຍຸ​ໄປ​ແລ້ວ ເມື່ອ​ບໍ່​ຈັກ​ເດືອນ​ທີ່​ຜ່ານມາ ມີ​ການ​ເປີດ​ເຜີຍ​ຜົນ​ສຳ​ລວດ​ຊັອກ​ໂລກ​ທີ່​ວ່າ​ອາຫານ​ທີ່​ຜະລິດ​ໃນ​ລະບົບ​ເສດຖະກິດ​ໂລກ​ປະ​ມານ​ຮ້ອຍ ລະ30-50 ຖືກ​ຖິ້ມ​ໂດຍ​ບໍ່​ເຄີຍ​ຕົກ​ເຖິງ​ທ້ອງ​ປະຊາຊົນ ໂດຍ​ສະເພາະ​ໃນ​ຍຸ​ໂລບ​ແລະ​ອະ​ເໝ​ລິ​ກາ ທີ່​ອາຫານເ​ຄິ່ງ​ໜຶ່ງ​ຖືກ​ຖິ້ມ​ພຽງ​ເພາະ​ໝົດ​ອາ​ຍຸ ທັ້ງໆ​ທີ່​ແທ້ໆ​ແລ້ວ​ອາຫານ​ຫລາຍ​ຊະນິດ​ຍັງ​ກິນ​ໄດ້

ຕົວ​ເລກ​ນີ້​ນຳ​ມາ​ຊຶ່ງ​ການ​ວິ​ພາກວິ​ຈານຊູ​ບເປີມາ​ເກັດ ທີ່​ມີ​ຄ່າ​ນິຍົມ​ເລືອກ​ຂາຍ​ອາຫານ​ສະເພາະ​ທີ່​ຮູບ​ຮ່າງ​ໜ້າ​ຕາ​ສົມບູນ​ແບບ ບໍ່​ມີ​ຮອຍ​ດ່າ​ງແປ້ວ ລວມ​ເຖິງ​ກົດ​ເກນ​ການ​ກຳນົດ​ມື້​ໝົດ​ອາ​ຍຸ​ອາຫານ​ໃນ​ຍຸ​ໂລບ​ແລະ​ອະ​ເມ​ລິ​ກາ​ທີ່​ເຂັ້ມ​ງວດ​ເກີນ​ໄປ ຊຶ່ງ​ທັງ​ສອງ​ຢ່າງ​ນີ້ ເຮັດໃຫ້​ອາຫານ​ຈຳນວນ​ຫລາຍ​ຕ້ອງ​ຖືກ​ຖິ້ມ​ໄປ​ໂດຍ​ທີ່​ບໍ່​ໄດ້​ເຮັດ​ປະໂຫຍດ​ຫຍັງ​ໃຫ້​ແກ່​ໂລກ ແລະ​ຄົນ​ອີກເຄິ່ງ​ໂລກ​ໜຶ່ງ​ທີ່​ຫິວ​ໂຫຍ ທັ້ງໆ​ທີ່​ຕ້ອງ​ສູນ​ເສຍຊັບພະຍາ​ກອນ​ທຳມະຊາດ​ແລະ​ພະລັງ​ງານ​ມະຫາ​ສານ​ໃນ​ການ​ຜະລິດ​ພວກ​ມັນ​ອອກ​ມາ

ເມື່ອ​ການ​ປ່ຽນ​ກົດ​ການ​ກຳນົດ​ມື້​ໝົດ​ອາ​ຍຸ​ອາຫານ ເປັນ​ສິ່ງ​ທີ່​ເຮັດ​ໄດ້​ຍາກ​ແລະ​ຕ້ອງ​ໃຊ້​ເວລາ​ດົນ ນັກ​ວິທະຍາ​ສາດ​ຈຶ່ງ​ຫັນ​ມາ​ໃຊ້​ອີກ​ວິທີ​ທີ່​ແກ້​ບັນຫາ​ໄດ້​ວ່ອງໄວ​ກວ່າ ແມ່ນ​ຈະ​ບໍ່​ງ່າຍ​ດາຍ​ໄປ​ກວ່າ​ວິທີ​ທຳອິດ ນັ້ນ​ກໍ​ຄື​ການ​ປ່ຽນ​ທັດ​ສະນະຄະ​ຕິ​ທີ່​ຄົນ​ມີ​ຕໍ່​ມື້​ໝົດ​ອາ​ຍຸ​ຂອງ​ອາຫານ ນັກ​ວິທະຍາ​ສາດ​ການ​ອາຫານ​ຂໍ​ງົດ​ອອກ​ລາຍ​ງານ​ທີ່​ລະ​ບຸ​ວ່າ​ມື້​ໝົດ​ອາ​ຍຸ​ຂອງ​ອາຫານ​ຫລາຍ​ຊະນິດ ບໍ່​ໄດ້​​ຄິດໄລ່​ຈາກ​ອາ​ຍຸ​ອາຫານ​ແທ້ໆ ແຕ່​ເປັນ​ການ​ປ່ຽນ​ແປງ​ຂອງ​ລົດ​ຊາດ​ແລະ​ໜ້າ​ຕາ ແທ້ໆ​ແລ້ວ​ມີ​ອາຫານ​ຢ່າງ​ນ້ອຍ 5 ຊະນິດ​ທີ່​ຍັງບໍ​ລິ​ໂພກ​ໄດ້ ເຖິງຈະຜ່ານ​ມື້​ໝົດ​ອາ​ຍຸ​ໄປ​ແລ້ວ​ດົນ​ນັບ​ເດືອນ

1.ອາຫານ​ປະ​ເພດ​ຂະໜົມ​ ​ທັງ​ຫລາຍ ຍັງ​ກິນ​ໄດ້ ເຖິງຈະ​ຜ່ານ​ມື້​ໝົດ​ອາ​ຍຸ​ທີ່​ຂ້າງ​ຖົງ​ໄປ​ແລ້ວ​ນັບ​ເດືອນ ພຽງ​ແຕ່​ມັນ​ອາດຈະ​ເລີ່ມ​ມີ​ກິ່ນ​ຫືນ ແລະ​ ບໍ່​ກອບ​ເທົ່າ​ເດີມ ຊຶ່ງ​ວິທີ​ແກ້​ກໍ​ເຮັດ​ໄດ້​ງ່າຍໆ ໂດຍ​ການ​ເທ​ຂະໜົມ​ໃສ່​ຖາດ ພົມ​ນ້ຳ​ມັນ​ເພີ່ມ​ເລັກນ້ອຍ ແລ້ວ​ນຳ​ໄປ​ອົບ ກໍ​ຈະ​ໄດ້​ຂະໜົມ​ກອບ​ກອບ​ທີ່​ສົດ​ໃໝ່​ເໝືອນ​ເດີມ

2.ອາຫານ​ອີກ​ຊະນິດ​ທີ່ເກືອບຈະ​ບໍ່​ມີ​ມື້​ໝົດ​ອາ​ຍຸ ກໍ​ຄື​ໂຍ​ເ​ກິ​ດ ເພາະໂຍ​ເ​ກິດເປັນ​ນົມ​ທີ່​ຖືກ​ເຮັດໃຫ້​ບູດ​ໄປ​ແລ້ວ​ເທື່ອ​ໜຶ່ງ ແລະ​ ເຕັມ​ໄປ​ດ້ວຍ​ຈຸລິນຊີ​ຊະນິດ​ດີ​ທີ່​ຂ້າ​ແບກ​ທີ​ເລຍ​ ແລະ ​ຈຸລິນຊີ​ທີ່​ເຮັດໃຫ້​ເຈົ້າເຈັບ​ທ້ອງ​ໄດ້ດ້ວຍ​ເຫດ​ນີ້​ເຈົ້າ​ຈຶ່ງ​ກິນ​ໂຍ​ເ​ກິດ​ໄດ້​ເຖິງຈະເມື່ອ​ມັນ​ໝົດ​ອາ​ຍຸ​ແລ້ວ​ຫລາຍ​ເດືອນ

3.ຊັອກ​ໂກ​ແລັຕ ຂອງ​ຫວານ​ທີ່​ເກືອບ​ບໍ່​ມີ​ໃຜ​ປະຕິເສດ​ໄດ້ ກໍ​ເປັນ​ອາຫານ​ອີກ​ຊະນິດ​ທີ່​ບໍ່​ເນົ່າ​ເສຍ ນອກ​ຈາກ​ເຈົ້າ​ຈະ​ເຮັດ​ມັນ​ລະ​ລາຍ ຊັອກ​ໂກ​ແລັດ​ທີ່​ເກັບ​ໄວ້​ດົນ​ເກີນ​ໄປ​ຈະ​ມີ​ຝ້າ​ຂາວ​ຂຶ້ນ ຊຶ່ງ​ບໍ່ແມ່ນ​ເຊື້ອ​ລາ ແຕ່​ເປັນ​ປະຕິ​ກິ​ລິ​ຢາ​ຂອງ​ໄຂ​ມັນ​ໃນ​ຊັອກ​ໂກ​ແລດ​ເມື່ອຖືກກັບ​ອາ​ກາດ

4ໄຂ່ ອາຫານ​ຄູ່​ຄົວ​ທົ່ວ​ໂລກ ສາມາດ​ເກັບ​ໄດ້​ດົນ​ກວ່າ​ທີ່​ເຈົ້າ​ຄິດ ພຽງ​ເກັບ​ໄຂ່​ໄວ້​ໃນ​ທີ່​ແຫ້ງ​ແລະ​ເຢັນ ອຸນຫະພູມ​ຕ່ຳ​ກວ່າ 5 ອົງ​ສາ​ ເຈົ້າ​ກໍ​ສາມາດ​ເກັບ​ໄຂ່​ໄວ້​ໄດ້​ດົນ 3-5 ອາທິດ ເນື່ອງ​ຈາກ​ອຸນຫະພູມ​ລະ​ດັບ​ນີ້​ສາມາດ​ຍັບ​ຍັ້ງ​ການ​ເຕີບໂຕ​ຂອງ​ເຊື້ອ​ຊັນ​ໂມ​ເນ​ລາ ເຊື້ອ​ພະຍາດ​ຮ້າຍແຮງ​ທີ່​ມັກ​ກໍ່​ຕົວ​ໃນ​ໄຂ່​ໄດ້

5ນົມ ອາຫານ​ຊະນິດ​ສຸດ​ທ້າຍ​ທີ່​ເຈົ້າ​ອາດ​ບໍ່​ຄິດວ່າ​ຈະ​ເກັບ​ໄດ້​ດົນ​ຫລັງ​ມື້​ໝົດ​ອາ​ຍຸ ກໍ​ຄືນົມ ແມ່ນຢູ່​ທີ່​ນົມ​ອາດ​ມີ​ກິ່ນ​ ແລະ ​ລົດ​ຊາດ​ບໍ່​ດີ​ຫາກ​ຖິ້ມ​ໄວ້​ໃນ​ອຸນຫະພູມ​ຫ້ອງ​ດົນ​ເກີນ​ໄປ ແຕ່​ກິ່ນ​ແລະ​ລົດ​ທີ່​ປ່ຽນ​ໄປ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ນົມ​ກ໋ອງ​ນັ້ນ​ບູດ ເພາະ​ວ່າ​ນົມ​ຈະ​ບູດ​ເຖິງ​ຂັ້ນ​ເຮັດໃຫ້​ເຈົ້າ​ທ້ອງ​ເສຍ​ເມື່ອ​ດື່ມ​ເຂົ້າໄປ ຕ້ອງ​ໃຊ້​ເວລາ​ຫລັງ​ຈາກ​ນົມ​ນັ້ນ​ເລີ່ມ​ມີ​ກິ່ນ​ດົນ​ຫລາຍ​ຊົ່ວ​ໂມງ ແຕ່​ຫາກ​ເຈົ້າ​ຢາກ​ຍືດ​ອາ​ຍຸ​ນົມ​ໂດຍ​ບໍ່​ຕ້ອງ​ອົດ​ດື່ມ​ນົມ​ມີ​ກິ່ນ ກໍ​ຄວນ​ຮີບ​ປິດ​ຝາ​ກ໋ອງນົມ​ແລະ​ເກັບ​ເຂົ້າ​ຕູ້​ເຢັນ​ທັນທີ ​ພາຍຫລັງ​ໃຊ້​ງານ ອຸນຫະພູມ​ທີ່​ເໝາະ​ສົມ​ໃນ​ການ​ເກັບ​ນົມ​ຄື 2 ອົງ​ສາ​ເຊ ພຽງ​ເທົ່າ​ນີ້​ນົມ​ຂອງ​ເຈົ້າ​ກໍ​ຈະ​ຢູ່​ໄດ້​ດົນ ບໍ່​ຕ້ອງ​ໂຍນ​ຖິ້ມ​ພຽງ​ເພາະ​ດື່ມ​ນົມ​ບໍ່​ໝົດ​ກ່ອນ​ມື້​ໝົດ​ອາ​ຍຸ​ຂ້າງ​ກ໋ອງອີກ​ຕໍ່ໄປ

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...