spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຫວ້ານ​ຫາ​ງ​ແຂ້ ແກ້​ບັນຫາ​ສຸກຂະພາບ​ໄດ້​

ຫວ້ານ​ຫາ​ງ​ແຂ້ ແກ້​ບັນຫາ​ສຸກຂະພາບ​ໄດ້​

Published on

 

2

     ຫວ້ານ​ຫາ​ງ​ແຂ້.. ສະ​ໝຸນ​ໄພ​ລາວ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຫລາຍ​ທີ່ສຸດ​ບໍ່​ແພ້​ສະ​ໝຸນ​ໄພ​ຊະນິດ​ອື່ນ ເພາະ​ມີ​ຄຸນສົມບັດ​ຫລາຍ​ດ້ານ​ທີ່​ສາມາດ​ນຳ​ມາ​ໃຊ້​ທັງ​ບຳ​ລຸງ ​ແລະ ​ປິ່ນປົວ​ຜິວ​ໜັງ ທັງ​ຍັງ​ສາມາດ​ຮັບປະທານ​ເປັນ​ຢາ​ບຳ​ບັດ​ອາການ​ພາຍ​ໃນ​ຮ່າງກາຍ​ໄດ້​ດ້ວຍ ໃນ​ມື້​ນີ້​ເຮົາ​ຈຶ່ງ​ບໍ່​ລໍ​ຊ້າ​ທີ່​ຈະ​ມາ​ຊວນ​ເຈົ້າ​ເບິ່ງ​ສັບ​ພະຄຸນຫວ້ານ​ຫາ​ງແຂ້​ກັນ ເທື່ອ​ໜ້າ​ຈະ​ໄດ້​ເບິ່ງ​ຫວ້ານ​ຫາ​ງແຂ້​ມາ​ໄວ້​ປູກ​ຕິດ​ເຮືອນ​ເພື່ອ​ໃຊ້​​ປະໂຫຍດ​ຂອງ​ມັນ ໃຫ້​ຄຸ້ມ​ຄ່າ​ກັນ​ນຳ​ນັ້ນ​ເອງ

​ສັບ​ພະຄຸນຫວ້ານ​ຫາ​ງແຂ້ ແກ້​ບັນຫາ​ສຸກຂະພາບ​ໄດ້​

  1. ໃຊ້​ກິນ​ເປັນ​ຢາ​ຖ່າຍ ໃຜ​ທີ່​ມີ​ບັນຫາ​ຖ່າຍ​ບໍ່​ອອກ​ຫລື​ຖ່າຍ​ລຳ​ບາກ ສາມາດ​ກິນ​​ ຫວ້ານ​ຫາ​ງແຂ້ແທນ​ຢາ​ຖ່າຍ​ໄດ້​ເລີຍງ່າຍໆ ໃຫ້​ເລືອກ​ຕັດ​ເອົາ​ ຫວ້ານ​ຫາ​ງແຂ້​ພັນ​ທີ່​ໃບ​ໃຫຍ່​ ແລະ​ ມີ​ນ້ຳ​ຢາງ​ສີ​ເຫລືອງ​ປະລິມານ​ຫລາຍ ສັງເກດ​ຈາກ​ຕົ້ນ​​ ຫວ້ານ​ຫາ​ງແຂ້​ທີ່​ມີ​ອາ​ຍຸ​ປະ​ມານ 9 ເດືອນ​ເປັນ​ຕົ້ນ​ໄປ​ ຈາກ​ນັ້ນ​ຕົ່ງ​ເອົາ​ນ້ຳ​ຢາງ​ທີ່​ໄຫລ​ມາ​ຈາກ​ໃບ​ໄປ​ຄ່ຽວ​ໃຫ້​ຂົ້ນ​ແລ້ວ​ນຳ​ມາ​ເທ​ລົງ​ໄປ​ໃສ່​ພິມ​ຂະໜາດ ນ້ອຍ​ໃຫ້​ກາຍ​ເປັນ​ກ້ອນ​ແຂງ​ໆ ເພື່ອ​ນຳ​ມາ​ຮັບປະທານ​ເປັນ​ຢາ​ຕໍ່ໄປ ເມັດ​ຢາ​ຈະ​ມີ​ລັກສະນະ​ສີ​ແດ​ງອົມ​ນ້ຳ​ຕານ​ຈົນ​ເຖິງ​ສີ​ດຳ​ຊຶ່ງ​ຈະ​ຮຽກວ່າ ‘ຢາ​ດຳ’

ວິທີ​ຮັບປະທານ​ໃຫ້​ກິນ​ເທື່ອ​ລະ​ປະ​ມານ 0.25 ກຣາມ (250 ມິນ​ລິ​ກຣາມ) ຊຶ່ງ​ເປັນ​ຂະໜາດ​ເໝາະ​ສົມ​ກັບ​ການ​ກິນ​ເປັນ​ຢາ​ຖ່າຍ ຢ່າງໃດ​ກໍ​ຕາມ ຫາກ​ໃຜ​ຕ້ອງ​ການ​ຮັບປະທານ​ກັນ​ແບບ​ສົດໆ ກໍ​ໃຫ້​ຕັດ​ວຸ້ນ​ແບ່ງ​ອອກ​ຂະໜາດ 3-4 ເຊັນ​ຕິ​ແມັດ​ແລ້ວ​ນຳ​ມາ​ລ້າງ​ນ້ຳ​ຈົນ​ສະ​ອາດ ຈາກ​ນັ້ນ​ແບ່ງ​ຮັບປະທານ​ມື້​ລະ 3 ເທື່ອ​ຫລັງ​ອາຫານ ພຽງ​ເທົ່າ​ນີ້​ກໍ​ຈະ​ຊ່ວຍ​ແກ້​ບັນຫາ​ການ​ຂັບ​ຖ່າຍ​ລຳ​ບາກ​ໃຫ້​ຄ່ອງ​ຕົວ​ຫລາຍ​ຂຶ້ນ​ໄດ້​ແລ້ວ

  1. ປິ່ນປົວ​ກະເພາະ ​ແລະ ​ລຳ​ໄສ້​ອັກ​ເສບ ໃຫ້​ປອກ​ເປືອກ​ ຫວ້ານ​ຫາ​ງແຂ້ອອກ ຈາກ​ນັ້ນ​ນຳ​ເອົາ​ວຸ້ນ​ໃສໆ ໄປ​ລ້າງ​ນ້ຳ​ຈົນ​ສະ​ອາດ ແລ້ວ​ຊອຍຕ່ອນນ້ອຍ​ໆ ຮັບປະທານ​ມື້​ລະ 2 ເທື່ອ​ໆ ລະ 2 ບ່ວງແກງ ພຽງ​ເທົ່າ​ນີ້​ກໍ​ຈະ​ຊ່ວຍ​ບັນ​ເທົາ​ອາການ​ອັກ​ເສບ​ກ່ຽວກັບ​ພະຍາດ​ໃນ​ທາງເດີນ​ອາຫານ​ໄດ້​
  2. ບັນ​ເທົາ​ອາການ​ປວດ​ຂໍ້ ພຽງແຕ່​ນຳ​ຕ່ອນ​ວຸ້ນ​ ຫລື​ ນໍ້າ​ວຸ້ນ​ກໍ​ໄດ້​ມາ​ປັ່ນ​ເປັນ​ນ້ຳ​​ ຫວ້ານ​ຫາ​ງແຂ້ດື່ມ​ເປັນ ປະຈຳ ​ສັບ​ພະຄຸນຫວ້ານ​​ ດັ່ງ​ກ່າວ​ກໍ​ຈະ​ຊ່ວຍ​ບັນ​ເທົາ​ອາການ​ປວດ​ຕາມ​ຂໍ້​ຕ່າງໆ ລົງ​ໄດ້​ດີ​ເຊັ່ນ​ກັນ
  3. 4. ປິ່ນປົວ​ແລະ​ປ້ອງ​ກັນ​ພະຍາດ​ເບົາ​ຫວານ ຫວ້ານ​ຫາ​ງແຂ້​ສາມາດ​ກິນ​ເພື່ອ​ບຳ​ບັດ​ປິ່ນປົວ​ອາການ​ຂອງ​ພະຍາດ​ເບົາ​ຫວານ​ໃນ​ໄລ​ຍະ​ເລີ່ມຕົ້ນໃຫ້ ທຸ​ເລົາ​ລົງ​ໄດ້ ໂດຍ​ຕັດຕ່ອນ​​ຫວ້ານ​ຫາ​ງແຂ້​ທີ່​ມີ​ຄວາມ​ຍາວ​ປະ​ມານ 3-4 ເຊັນ​ຕິ​ແມັດ​ມາ​ຮັບປະທານ​ເປັນ​ປະຈຳ​ທຸກ​ມື້ ຫລື​ ອາດຈະ​ນຳ​ມາ​ປັ່ນ​ເປັນ​ນ້ຳ​​ຫວ້ານ​ຫາ​ງແຂ້​ແທນ​ກໍ​ໄດ້​ເຊັ່ນ​ກັນ ສຳລັບ​ຄົົນທີ່​ຕ້ອງ​ການ​ກິນ​ເພື່ອ​ປ້ອງ​ກັນ​ເບົາ​ຫວານ​ກໍ​ຄວນ​ກິນ​ໃນ​ປະລິມານ​ທີ່​ນ້ອຍ​ລົງ​ກວ່າ​ທີ່ ແນະ​ນຳ​ໄປ
  4. ປ້ອງ​ກັນ​ແລະ​ບັນ​ເທົາ​ອາການ​ເມົາ​ລົດ​ເມົາ​ເຮືອ ຄົົນທີ່​ມັກ​ມີ​ອາການ​ເມົາ​ລົດ​ເມົາ​ເຮືອ​ເປັນ​ປະຈຳ ການ​ກິນ​ປ້ອງ​ກັນ​ອາການ​ນັ້ນ​ໃຫ້​ເຈົ້າ​ກິນ​ຕ່ອນ​ວຸ້ນ​​ຫວ້ານ​ຫາ​ງແຂ້​ຫລື​ດື່ມ​ນ້ຳ​ ຫວ້ານ​ຫາ​ງແຂ້​ກໍ​ໄດ້ ອາການ​ເມົາ​ກໍ​ຈະ​ເກີດ​ຂຶ້ນ​ນ້ອຍ​ລົງ ແຕ່​ຫາກ​ມີ​ອາການ​ເມົາ​ລົດ​ເມົາ​ເຮືອ​ແລ້ວ ແນະ​ນຳ​ໃຫ້​ຫາ​ນ້ຳ​ ຫວ້ານ​ຫາ​ງແຂ້​ເຢັນ​ໆ ມາ​ດື່ມ​ໃຫ້​ສົດ​ຊື່ນ​​ໃຈ​ພ້ອມ​ກັບ​ນັ່ງ​ພັກ​ຜ່ອນ​ຄາຍ​ຈັກ​ໜ້ອຍ ອາການ​ດັ່ງ​ກ່າວ​ກໍ​ຈະ​ດີ​ຂຶ້ນ​

ບົດຄວາມຫຼ້າສຸດ

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...