spot_img
Homeຂ່າວການພັດທະນາໂຄງການໄຟຟ້າຫົງສາ ຈະເລີ່ມຜະລິດທົດລອງໃນຕົ້ນປີ 2015

ໂຄງການໄຟຟ້າຫົງສາ ຈະເລີ່ມຜະລິດທົດລອງໃນຕົ້ນປີ 2015

Published on

20141224084203

 

ທ່ານ​ນາງ ການຈະນາ ສຸກ​ພົມ ຜູ້​ຈັດການ​ຝ່າຍ​ປະຊາສຳພັນຂອງ​ບໍລິສັດ ໄຟຟ້າ​ຫົງ​ສາ ຈຳກັດ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ:

ໂຄງການໄຟຟ້າ​ພະລັງງານ​ຄວາມ​ຮ້ອນຈາກ​ຖ່ານ​ຫີນ ທີ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ເປັນ​ໂຄງການຮ່ວມ​ມືລະ

ຫວ່າງ ​ສປປ ລາວ ແລະ ປະເທດ​ໄທ ເຊິ່ງ​ໄດ້​ຮັບ​ອະນຸມັດ​ສຳ​ປະທານ​ໂຄງການ​ໃຫ້​ກັບ​ບໍລິສັດ ໄຟຟ້າຫົງ​ສາ ຈຳກັດ

ແລະ ໄດ້​ຈົດ​ທະບຽນ ຈັດ​ຕັ້ງ​ເປັນນິຕິບຸກຄົນ​ຕາມ​ກົດໝາຍ​ແຫ່ງ ​ສປປ ລາວ ໃນ​ວັນ​ທີ 15 ກໍ​ລະກົດ 2009 ໂດຍ​ມີ​

ຜູ້​ຖື​ຮຸ້ນ 3 ບໍ​ລິສັດຄື: ລັດ​ວິ​ສາ​ຫະ​ກິດ​ຖື​ຮຸ້ນລາວ 20% ບໍລິສັດ ບ້ານ​ປູພາວເວີ້ ຈຳກັດ 40% ແລະ ບໍລິສັດ ລາ​​ຊ​ບູ​ລີ

ຜະລິດ​ໄຟຟ້າ ຈຳກັດມະຫາຊົນ 40% ດ້ວຍ​ມູນ​ຄ່າທັງ​ໝົດ 30.710 ລ້ານ​ໂດ​ລາສະຫະລັດ.

 

ກຳລັງ​ການ​ຜະລິດ​ຈຳນວນ 3 ເຄື່ອງ ລວມ 1.878 ເມ​ກາ​ວັດ ການ​ຜະລິດ​ໄຟຟ້າ​ແມ່ນ​ຈຳໜ່າຍ ໃຫ້​ກັບ​ລັດ​ວິ​ສາ​ຫະ​

ກິດ​ໄຟຟ້າ​ລາວ 100 ເມ​ກາ​ວັດ ແລະ ການ​ໄຟຟ້າຝ່າຍ​ການ​ຜະລິດ​ແຫ່ງ​ປະເທດ​ໄທ 1.473 ເມ​ກາ​ວັດ ສ່ວນ​ທີ່​ເຫຼືອ

ແມ່ນ​ນຳ​ໃຊ້​ໃນ​ຫົງ​ສາ ແລະ ພາຍ​ໃນ​ໂຄງການ​ເອງເປັນ​ເວລາ 25 ປີ (2016-2041) ໂຄງການດັ່ງກ່າວ ​ໄດ້​ດຳເນີນ

​ການ​ກໍ່ສ້າງມາ​ແຕ່ 2010 ໂດຍ​ບໍລິສັດ CNEEC (China National Electric Equipment Corporation) ເປັນ​ຜູ້

ຮັບ​ເໝົາ​ທີ່​ມີ​ຄວາມ​ຊ່ຽວຊານ​ໃນການ​ກໍ່ສ້າງ​ໂຮງງານ​ໄຟຟ້າ ແລະ ມີ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະໄໝ ​ເປັນທີ່​ຍອມຮັບ

​ໃນ​ລະດັບ​ສາກົນ.

 

ມາ​ຮອດ​ປັດຈຸບັນ​ນີ້ ການ​ກໍ່ສ້າງ​ໂຮງ​ໄຟຟ້າ ແລະ ອົງ​ປະກອບ​ຕ່າງໆ​ໂດຍ​ລວມ​ສຳເລັດ 92,9% ສ່ວນ​ໜ້າ​ວຽກ​ສຳ

ຄັນ ທີ່​ພວມ​ດຳເນີນ​ແມ່ນ​ວຽກ​ງານ​ກໍ່ສ້າງ​ໂຮງ​ໄຟຟ້າ​ສຳເລັດ 93,6% ເຊິ່ງ​ວຽກ​ທີ່​ພົ້ນ​ເດັ່ນ​ປະກອບ​ມີ: ການ​ອະນາ

ໄມ​ສິ່ງ​ເສດ​ເຫຼືອ​ອອກຈາກ​ລະບົບ​ໝໍ້​ຕົ້ມ​ນ້ຳຂອງ​ເຄື່ອງຜະລິດ​ໄຟຟ້າ ວຽກ​ການ​ເປີດ​ໜ້າດິນ ຕິດ​ຕັ້ງ​ອຸປະກອນ​

ສຳລັບ​ຂຸດຄົ້ນ​ບໍ່​ແຮ່ ວຽກ​ກຽມ​ລະບົບ​ຈັດການ​ຂີ້ເທົ່າ ລວມ​ທັງ​ວຽກ​ສຳຄັນອື່ນໆ​ຖື​ວ່າ​ສຳເລັດ​ເປັນ​ສ່ວນ​ໃຫຍ່ ແລະ

ຈະ​ສາມາດ​ທົດ​ລອງ​ຜະລິດໄຟຟ້າ​ໜ່ວຍ​ທີ 1 ທົດ​ລອງ​ເດີນເຄື່ອງ​ລະບົບ​ຈັດການ​ຂີ້ເທົ່າ​ລອຍ ແລະ ລະບົບ​ຈັດ​ທາດ

​ອາຍ​ມາດ ໃນ​ເດືອນ​ມັງກອນ 2015 ທີ່​ຈະມາ​ເຖິງ ສ່ວນ​ເດືອນ​ມີນາ ການອະນາໄມ​ສິ່ງ​ເສດ​ເຫຼືອ​ອອກ​ຈາກລະບົບ​

ໂຮງ​ໄຟຟ້າໜ່ວຍ​ທີ 2 ເດືອນ​ມິຖຸນາ ຜະລິດ ແລະ ຂາຍໄຟຟ້າ​ໜ່ວຍ​ທີ 1 ແລະ ເດືອນ​ພະຈິກ 2015 ຜະລິດ ແລະ

ຂາຍ​ໄຟຟ້າ​ໜ່ວຍ​ທີ 2 ແລະ ດຳເນີນ​ການຕາມ​ລຳດັບ​ຂັ້ນ​ຕອນ​ຂອງ​ໂຄງການ​ທີ່​ວາງ​ໄວ້.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...