spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ6 ສິ່ງ​ທີ່​ສົ່ງ​ຜົນ​ກັບ ຮອລ໌ໂມນ ຂອງ​ສາວໆ

6 ສິ່ງ​ທີ່​ສົ່ງ​ຜົນ​ກັບ ຮອລ໌ໂມນ ຂອງ​ສາວໆ

Published on

hormone-imbalance-9-450x450

  1. ກິນ​ຂະໜົມ​ປະສົມ​ນ້ຳ​ຕານ​ຫລາຍເກີນ​ໄ ການ​ກິນ​ຂະໜົມ​ທີ່​ປະສົມ​ນ້ຳ​ຕານ ຈຳນວນ​ຫລາຍ​ຈະ​ເຮັດໃຫ້​ເຈົ້າ​ຕຸ້ຍ ແລະ ​ນ້ຳ​ໜັກ​ທີ່​ເພີ່ມ​ຂຶ້ນ​ຈະ​ເຮັດໃຫ້​ຮ່າງກາຍ​ຂອງ​ເຈົ້າ​ຕໍ່​ຕ້ານຮອລ໌ໂມນ ອິນ​ຊູ​ລິນ (ຮອລ໌​ໂມນ​ທີ່​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ)
  2. ຕຶງຄຽດ​ໃນ​ຕອນ​ເດິ ລະ​ດັບ ຮອລ໌​ໂມນ ຄອລ໌​ຕິ​ຊອນ ຈະ​ລຸດລົງ​ໃນ​ຕອນ​ກາງ​ຄືນ ຊຶ່ງ​ຮອລ໌​ໂມນ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ຫລັບ​ສະບາຍ ແຕ່​ຖ້າ​ເຈົ້າ​ມີ​ຄວາມ​ຕຶງ​ຄຽດ​ຕອນ​ເດິກ​ເລື້ອຍໆ ຈະ​ເຮັດໃຫ້​ລະ​ດັບ ຮອລ໌​ໂມນ ຄອລ໌​ຕິ​ຊອນ​ຂຶ້ນໆ​ລົງໆ
  3. ບໍ່​ຍອມ​ນອນ ນອນ​ບໍ່​ຫລັບ​ໃນ​ຕອນ​ກາງ​ຄື ເມື່ອ​ເຈົ້າ​ອົດ​ຫລັບ​ອົດ​ນອນ​ ຈະເຮັດໃຫ້​ລະ​ດັບ​ຄອລ໌​ຕິ​ຊອນ​ເພີ່ມ​ຂຶ້ນ ແລະ​ ທໍາຮ້າຍ​ລະບົບ​ນ້ຳ​ຕານ​ໃນ​ເລືອດ  ຊຶ່ງ​ສິ່ງເຫລົ່ານີ້​ຈະ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ຫິວ​ ແລະ ​ຢາກ​ກິນ​ອາຫານ Junk Food ຊຶ່ງ​ເຮັດໃຫ້​ຕຸ້ຍ​ຂຶ້ນ​ໄດ້​ງ່າຍ
  4. ກິນ​ກາ​ເຟ​ຕອນ​ແລງ ການ​ກິນ​ກາ​ແຟ​ຕອນ​ແລງ ຈະ​ສົ່ງ​ຜົນ​ໃຫ້ ເຈົ້າ​ບໍ່​ຢາກ​ນອນ​ ແລະ​ ກະ​ວົນ​ກະ​ວາຍໃນ​ຕອນ​ກາງ​ຄືນ ໃຫ້ຄິດໄວ້​ສະເໝີ​ວ່າ ຄວນ​ກິນ​ກາ​ເຟ​ໃນ​ຕອນເຊົ້າ ຫລື​ ກ່ອນ​ຈະແລງ 3 ໂມງ​​ເທົ່າ​ເດີ້
  5. ອອກ​ກຳ​ລັງ​ກາຍ​ບໍ່​ຕໍ່​ເນື່ອງ​ ຫລື​ ສະ​ໝ່ຳ​ສະເໝີຮອລ໌​ໂມນ ເອນ​ໂດນ​ຟິນ ຫລື ຮອລ໌​ໂມນ ແຫ່ງ​ຄວາມ​ສຸກ ຈະ​ຫລັ່ງ​ເມື່ອ​ເຈົ້າ​ອອກ​ກຳ​ລັງ​ກາຍ ຫາກ​ເຈົ້າ​ເປັນ​ຄົນ​ມັກ​ອອກ​ກຳ​ລັງ​ກາ​ຍສະມ່ຳ​ສະເໝີ ຮອລ໌​ໂມນ​ນີ້​ຈະ​ເຮັດໃຫ້​ສາວໆ ມີ​ຄວາມ​ກະ​ຕືລືລົ້ນ ​ແລະ ​ພ້ອມ​ຈະ​ເຮັດ​ສິ່ງ​ຕ່າງໆ​ໃນ​ຊີວິດ​ປະຈຳວັນ​ໄດ້​ຢ່າງ​ສະ​ໝ່ຳສະເໝີ
  6. ປົນ​ເປີ​ຄວາມ​ສຸກ​ໄລຍະ​ກ່ອນ​ມີ​ປະຈຳ​ເດືອນ ດ້ວຍ​ຂອງ​ຫວານຖ້າ​ເຈົ້າ​ກິນຂອງ​ຫວານ​ ຫລື​ ນ້ຳ​ຕານ​ຫລາຍ​ໆ ຈະ​ສົ່ງ​ຜົນ​ກັບ​ໄລຍະ​ກ່ອນ​ມີ​ປະຈຳ​ເດືອນ ເຮັດໃຫ້​ເຈົ້າ​ກາຍ​ເປັນ​ຄົນ​ອາລົມ​ງຸດງິດ​ຫລາຍ​ຍິ່ງ​ຂຶ້ນ ຢາກ​ກິນ​ຕ້ອງ​ໄດ້​ກິນທາງ​ທີ່​ດີ ຄວນ​ຫາ​ວິທີ​ອື່ນ​ໃນ​ການ​ປິ່ນປົວ​ຕົວ​ເອງ ເຊັ່ນ​ໄປ​ທ່ຽວ ໄປ​ອອກ​ກຳ​ລັງ ພົບ​ປະ​ເພື່ອນ​ຝູງ ຫລື​ ເຮັດຫຍັງ​ທີ່​ຜ່ອນ​ຄາຍ ແທນ​ດີກວ່າ​

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...