Homeຂ່າວພາຍ​ໃນກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

Published on

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ ແນໃສ່ຫຼຸດຜ່ອນຄວາມແອອັດ ແລະ ຍົກລະດັບການບໍລິການໃຫ້ຕອບສະໜອງຄວາມຕ້ອງການຂອງປະຊາຊົນ.

ທ່ານ ບຸນຍາວັດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ຂຶ້ນສະເໜີ ຮ່າງຂໍ້ຕົກລົງດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນວ (ສປນວ) ໃນວັນທີ 12 ພະຈິກນີ້ ທີ່ສຳນັກງານອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານ ນະຄະເສນ ສີຫາລາດ ຮອງປະທານສະພາປະຊາຊົນ ນວ ເພື່ອໃຫ້ສະມາຊິກສະພາປະຊາຊົນ ນວ ປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງເອົາເນື້ອໃນຮ່າງຂໍ້ຕົກລົງດັ່ງກ່າວ ນໍາໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງຕາມຕົວຈິງ.

ທ່ານ ບຸນຍາວັດ ນີຣະໄຊຍ໌ ໄດ້ກ່າວວ່າ: ຮ່າງຂໍ້ຕົກລົງສະບັບນີ້ ແມ່ນການກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ ພ້ອມທັງພັດທະນາສະຖານທີ່ຈອດລົດໃຫ້ມີຄວາມທັນສະໄໝ ໂດຍແບ່ງອອກເປັນ 2 ປະເພດ ຄື: ສະຖານທີ່ຈອດລົດຖາວອນ ແລະ ສະຖານທີ່ຈອດລົດຊົ່ວຄາວ ຊຶ່ງຈະມີການກຳນົດຂອບເຂດ, ຊ່ອງຈອດ, ປ້າຍສັນຍານ ແລະ ທິດທາງການສັນຈອນຢ່າງຈະແຈ້ງ. ພ້ອມນັ້ນ ຍັງສົ່ງເສີມການນຳໃຊ້ລະບົບເຕັກໂນໂລຊີ ໃນການຄວບຄຸມລົດເຂົ້າ-ອອກ, ບັນທຶກຂໍ້ມູນ ແລະ ຄິດໄລ່ຄ່າບໍລິການ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ກວດສອບໄດ້.

ສຳລັບຜົນປະໂຫຍດທີ່ປະຊາຊົນຈະໄດ້ຮັບ ແມ່ນ: ການມີສະຖານທີ່ຈອດລົດທີ່ຖືກຕ້ອງ, ສະດວກ ແລະ ປອດໄພຫຼາຍຂຶ້ນ. ຊຶ່ງຈະຊ່ວຍໃຫ້ບັນດາຜູ້ໃຊ້ບໍລິການມີສິດຮັບຮູ້ອັດຕາຄ່າຝາກລົດ ແລະ ເງື່ອນໄຂການບໍລິການ ສາມາດຮ້ອງຂໍປີ້ຈອດລົດ ແລະ ບິນຮັບເງິນເປັນຫຼັກຖານໃນການຊຳລະຄ່າບໍລິການ ດ້ວຍເຫດຜົນດັ່ງກ່າວຜູ້ໃຫ້ບໍລິການ ຕ້ອງຈັດໃຫ້ມີພະນັກງານດູແລລະບົບຮັກສາຄວາມປອດໄພ, ກ້ອງວົງຈອນປິດ, ແສງສະຫວ່າງ ແລະ ຮັກສາຄວາມສະອາດພາຍໃນສະຖານທີ່ໃຫ້ດີ.

ນອກຈາກນີ້, ໃນຮ່າງຂໍ້ຕົກລົງຍັງກຳນົດໃຫ້ມີບ່ອນຈອດລົດ ທີ່ເປັນບຸລິມະສິດສຳລັບຄົນພິການ ຜູ້ສູງອາຍຸ ແມ່ຍິງຖືພາ ແລະ ລົດສຸກເສີນ ພ້ອມທັງຍົກເວັ້ນການເກັບຄ່າບໍລິການຈາກພາຫະນະທີ່ປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ລົດກູ້ໄພ, ລົດດັບເພີງ ແລະ ລົດໂຮງໝໍ. ສ່ວນອັດຕາຄ່າບໍລິການຈະຖືກຄົ້ນຄວ້າ ແລະ ຮັບຮອງຕາມຂັ້ນຕອນຂອງພາກລັດ ໂດຍພິຈາລະນາຕາມປະເພດພາຫະນະ ສະຖານທີ່ ແລະ ໄລຍະເວລາຈອດ.

ດ້ານລາຍຮັບຈາກການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ຈະຖືກນຳສົ່ງເຂົ້າລະບົບງົບປະມານແຫ່ງລັດຢ່າງຖືກຕ້ອງ ແລະ ຄົບຖ້ວນ ເພື່ອນຳໄປໃຊ້ໃນການປັບປຸງໂຄງລ່າງພື້ນຖານ, ບຳລຸງຮັກສາເສັ້ນທາງ, ພັດທະນາລະບົບຂົນສົ່ງສາທາລະນະ ລົດເມດ່ວນ ແລະ ວຽກງານອະນາໄມຮັກສາຄວາມສະອາດຕົວເມືອງ ຊຶ່ງຖືເປັນການນຳລາຍຮັບຈາກການບໍລິການມາເປັນທຶນສ່ວນໜຶ່ງໃນການຍົກລະດັບການບໍລິການສາທາລະນະ ຊຶ່ງປະຊາຊົນຈະໄດ້ຮັບປະໂຫຍດໂດຍລວມ.

ສຳລັບຂໍ້ຄວນປະຕິບັດ ໃນຮ່າງຂໍ້ຕົກລົງໄດ້ກຳນົດໃຫ້ຜູ້ຂັບຂີ່ຈອດລົດຕາມຊ່ອງທີ່ກຳນົດ ປະຕິບັດຕາມປ້າຍສັນຍານ ແລະ ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ. ສ່ວນຜູ້ໃຫ້ບໍລິການຫ້າມເກັບຄ່າຈອດລົດເກີນອັດຕາທີ່ລັດຮັບຮອງ, ຫ້າມເກັບເງິນໂດຍບໍ່ອອກປີ້ ແລະ ຫ້າມນຳໃຊ້ໜ້າທາງ ຫຼື ທາງຍ່າງເປັນບ່ອນຈອດລົດໂດຍບໍ່ໄດ້ຮັບອະນຸຍາດ.

ເຖິງຢ່າງໃດກໍຕາມ ການຈັດລະບຽບສະຖານທີ່ຈອດລົດຈະບັນລຸໄດ້ ກໍຕ້ອງອາໄສການຮ່ວມມືຈາກທຸກພາກສ່ວນ ໂດຍສະເພາະຜູ້ຂັບຂີ່ຕ້ອງມີລະບຽບວິໄນ, ເຄົາລົບກົດຈະລາຈອນ ແລະ ຈອດລົດໃຫ້ຖືກບ່ອນ ເພາະການຈອດລົດຢ່າງມີລະບຽບ ບໍ່ພຽງແຕ່ຊ່ວຍຫຼຸດຄວາມແອອັດ ແລະ ປ້ອງກັນອຸບັດຕິເຫດເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນສຳຄັນໃນການສ້າງຕົວເມືອງທີ່ສະອາດ, ປອດໄພ ແລະ ມີລະບຽບຮຽບຮ້ອຍ.

ນອກນີ້ໃນກອງປະຊຸມ ໄດ້ຮັບຟັງການນໍາສະເໜີຮ່າງຂໍ້ຕົກລົງຂອງຄະນະກຳມະການປົກຄອງ ນວ ແລະ ພະແນກການກ່ຽວຂ້ອງ ເປັນຕົ້ນ ຮ່າງຂໍ້ຕົກລົງ ວ່າວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າຂອງກິດຈະການ, ໂຮງແຮມ, ຣີສອດເຮືອນພັກ,ຄອນໂດມີນ້ຽມ, ອາພາດເມັ້ນ, ເຮືອນໃຫ້ເຊົ່າ, ເຮືອນຫ້ອງແຖວ ແລະ ຜູ້ມາຮັບເຊົ່າຢູ່ ນວ, ຮັບຟັງ ແລະ ປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ, ການສະເໜີປັບປຸງຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນທົ່ວ ນວ (ສະບັບປັບປຸງ) ການສະເໜີຮ່າງຂໍ້ຕົກລົງວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ເພື່ອໃຫ້ ສສ ນວ ປະກອບຄໍາເຫັນ ແລະ ພິຈາລະນາຮັບຮອງຕື່ມອີກ.

ຂ່າວ: ແສງຈັນ (ປະຊາຊົນ)

 

ບົດຄວາມຫຼ້າສຸດ

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...