ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊສົມບູນ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ-ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈາກນັ້ນ ສະຫາຍ ອຸດອນ ສິງດາລາ ກໍາມະການປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນການວຽກງານຈຸດສຸມ (2026-2030) ຂອງແຂວງໄຊສົມບູນ ວ່າ: ໄລຍະ 5 ປີຜ່ານມາແຂວງ ໄຊສົມບູນ ໄດ້ປະຕິບັດລົງວິໄນຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ລະເມີດກົດລະບຽບຂອງພັກ, ກົດໝາຍ,ລະບຽບການຕ່າງໆຂອງລັດ 26 ສະຫາຍ, ໃນນັ້ນ ຕິຕຽນຄວາມຜິດ 3 ສະຫາຍ, ກ່າວເຕືອນຄວາມຜິດ 4 ສະຫາຍ, ໂຈະຮ່ວມຊິວິດພັກຊົ່ວຄາວ 5 ສະຫາຍ ແລະ ເອົາອອກຈາກພັກ 14 ສະຫາຍ;
ໄດ້ຕິດຕາມ ກວດກາການຈັດຕັ້ງປະຕິບັດວຽກງານການບໍລິຫານລັດຢູ່ບັນດາ ພະແນກການອ້ອມຂ້າງແຂວງ ແລະ ເມືອງທັງໝົດ 76 ເປົ້າໝາຍ ຜ່ານການຕິດຕາມ, ກວດກາ ເຫັນວ່າມີຫຼາຍພາກສ່ວນສາມາດຈັດຕັ້ງປະຕິບັດບັນລຸຕາມແຜນການ, ແຜນງານທີ່ວາງໄວ້. ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ທັງໝົດ 323 ໂຄງການ, ໃນນັ້ນ: ກວດກາຮ່ວມກັບອົງການກວດກາແຫ່ງລັດ ໂຄງການທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ຈຳນວນ 07 ໂຄງການ ຜ່ານການກວດກາເຫັນວ່າມີມູນຄ່າທີ່ຈະຕ້ອງໄດ້ຫັກລົບ ຈໍານວນ 41.572 ຕື້ກີບ.

ກວດກາໂຄງການຕາມຜົນກວດສອບ ຈໍານວນ 07 ໂຄງການ ມູນຄ່າຕາມສັນຍາທັງໝົດ 26.367 ຕື້ກີບ ຜ່ານການກວດກາເຫັນວ່າສາມາດຈັດຕັ້ງປະຕິບັດຖືກຕ້ອງຕາມສັນຍາ; ກວດກາໂຄງການທີ່ນໍາໃຊ້ງົບປະມານບ້ວງກອງທຶນທາງ ຮ່ວມກັບອົງການກວດກາແຫ່ງລັດ ຈໍານວນ 152 ໂຄງການ ຜ່ານການກວດກາເຫັນວ່າ ຍັງມີ ຈໍານວນ 4 ໂຄງການ ທີ່ຄ້າງຈົດທະບຽນຊັບສິນ ມູນຄ່າ 10,000,000 ກີບ ແລະ ມີ ຈໍານວນ 13 ໂຄງການ ບໍ່ທັນໄດ້ຄິດໄລ່ຄ່າຊັບພະຍາກອນທໍາມະຊາດ, ກວດກາໂຄງການເລີ່ມແຕ່ຫົວທີ່ ຂັ້ນແຂວງກຳນົດ ທັງໝົດ 9 ໂຄງການ ມູນຄ່າການກໍ່ສ້າງທັງໝົດ ຈໍານວນ 275.159 ຕື້ກີບ ໃນນັ້ນ: ກໍ່ສ້າງສຳເລັດຕາມແຜນ 8 ໂຄງການ ມູນຄ່າ 215.069 ຕື້ກີບ, ບໍ່ສາມາດກໍ່ສ້າງສຳເລັດໄດ້ 1 ໂຄງການ.

ກວດກາໂຄງການທີ່ມີມູນຄ່າ 10 ຕື້ກີບລົງມາ ຈໍານວນ 148 ໂຄງການ, ຜ່ານການກວດກາພົບເຫັນມູນຄ່າໜ້າ ວຽກທີ່ບໍ່ໄດ້ຈັດຕັ້ງປະຕິບັດ ຈະຕ້ອງໄດ້ຫັກລົບອອກຈາກສາລະບານງົບປະມານ ຈຳນວນ 8.603 ຕື້ກີບ, ຕິດຕາມ, ກວດກາໂຄງການຂຸດຄົ້ນແຮ່ທາດແບບທົດລອງຢູ່ແຂວງໄຊສົມບູນຮ່ວມກັບອົງການກວດກາ ແຫ່ງລັດ ຈໍານວນ 06 ໂຄງການ.
ວຽກງານຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ພົບເຫັນຄະດີສໍ້ລາດບັງຫຼວງ ຈຳນວນ 06 ກໍລະນີ ມູນຄ່າເສຍຫາຍ 10,737,941,000 ກີບ ສາມາດເກັບກູ້ຄືນໃຫ້ລັດໄດ້ 10,527,941,000 ກີບ, ມີພະນັກງານທີ່ຕິດພັນກັບການສໍ້ລາດບັງຫຼວງ ຈຳນວນ 12 ຄົນ.
ທີ່ມາ: ວາລະສານກວດກາ

