ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ ຖືກເປີດເຜີຍໂດຍ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ ໃນການລາຍງານຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ເມື່ອວັນທີ 10 ພະຈິກ 2026 ນີ້, ເຊິ່ງໄດ້ສະຫຼຸບຕີລາຄາຜົນງານພົ້ນເດັ່ນໃນຂົງເຂດເສດຖະກິດ, ອຸດສາຫະກຳ ແລະ ການຄ້າ ພ້ອມທັງວາງທິດທາງຄາດໝາຍສູ້ຊົນ ປີ 2027.
ທ່ານ ສີລິລາດທົງສິນ ທອງເພັງ ລາຍງານວ່າ: ໃນໄລຍະ 9 ເດືອນຜ່ານມາ, ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມຂົງເຂດອຸດສາຫະກໍາ ແລະ ການຄ້າ ເຊິ່ງສາມາດຍາດໄດ້ຜົນງານພົ້ນເດັ່ນດັ່ງນີ້: ໄດ້ຊຸກຍູ້ສົ່ງເສີມໂຮງງານອຸດສາຫະກຳປຸງແຕ່ງ ຂະຫຍາຍຕົວ ໄດ້ 244 ຫົວໜ່ວຍ, ປະຕິບັດໄດ້ລື່ນແຜນ ໝຶ່ງເທົ່າຕົວ (ແຜນການປີ 118 ຫົວໜ່ວຍ), ມູນຄ່າຜະລິດຕະພັນ 16,346 ຕື້ກີບ ປະຕິບັດໄດ້ລື່ນແຜນ 12.23% (ແຜນການປີ 16,035.72 ຕື້ກີບ).

ຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ-ກາງ ຂະຫຍາຍຕົວເພີ່ມຂຶ້ນ 13.76% (ແຜນການປີ ໃຫ້ຂະຫຍາຍຕົວ 7%); ສໍາເລັດການປັບປຸງ-ຂະຫຍາຍ ລະບົບຈໍາໜ່າຍ ແລະ ຕິດຕັ້ງໝໍ້ແປງໄຟຟ້າ ຢູ່ 6 ບ້ານ ໃນເມືອງປາກງື່ມ ແລະ 5 ບ້ານ ຢູ່ເມືອງໄຊທານີ; ການສົ່ງອອກຜະລິດຕະພັນແຮ່ທາດ ປະຕິບັດໄດ້ 146,878.81 ໂຕນ ເທົ່າກັບ 41.91% (ແຜນການປີ 350,000 ໂຕນ) ແລະ ນໍາເຂົ້າແຮ່ທາດ, ສານເຄມີ, ອຸປະກອນຮັບໃຊ້ໃຫ້ແກ່ການເສີມຄຸນຄ່າ ແລະ ແຍກແຮ່ທາດ ໄດ້ 47,609.59 ໂຕນ ເທົ່າກັບ 62.64% (ແຜນການປີ 76,000 ໂຕນ).
ທັງນີ້, ທາງນະຄອນຫຼວງວຽງຈັນ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການເພີ່ມທະວີຕິດຕາມ, ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ ລວມທັງການເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆ ໃຫ້ປະຕິບັດຕາມລະບຽບກົດໝາຍ ແລະ ການອະນຸມັດຈາກສູນກາງຢ່າງເຂັ້ມງວດ ເພື່ອຮັບປະກັນການນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ເກີດປະສິດທິຜົນ ແລະ ຜົນປະໂຫຍດສູງສຸດ.

ສໍາລັບທິດທາງ ແລະ ຄາດໝາຍສູ້ຊົນ ໃນປີ 2027, ນະຄອນຫຼວງວຽງຈັນ ໄດ້ວາງວຽກງານຈຸດສຸມທີ່ສໍາຄັນຄື: ສົ່ງເສີມໃຫ້ໂຮງງານອຸດສາຫະກໍາປຸງແຕ່ງ ຂະຫຍາຍຕົວ 4%, ມູນຄ່າຜະລິດຕະພັນ ອຸດສາຫະກໍາປຸງແຕ່ງຂະຫຍາຍຕົວບໍ່ຫຼຸດ 11.5%; ໂຮງງານຫັດຖະກໍາ ຂະຫຍາຍຕົວ 4%, ມູນຄ່າຜະລິດຕະພັນຫັດຖະກໍາ ບໍ່ຫຼຸດ 8%; ການສົ່ງອອກຜະລິດຕະພັນແຮ່ທາດ ໃຫ້ໄດ້ 350,000 ໂຕນ; ການນໍາເຂົ້າຜະລິດຕະພັນແຮ່ທາດ 76,000 ໂຕນ; ປັບປຸງ-ຂະຫຍາຍ ລະບົບຈໍາໜ່າຍ ແລະ ຕິດຕັ້ງໝໍ້ແປງໄຟຟ້າ ເຂົ້າເຂດຊຸມຊົນ ແລະ ເຂດຂະຫຍາຍຄຸ້ມບ້ານໃໝ່ 4 ໂຄງການ.
ຂ່າວ: ສາລາວໃຕ້

