ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ລະຫວ່າງລັດຖະບານຍີ່ປຸ່ນ ແກ່ ລັດຖະບານລາວ ພາຍໃຕ້ໂຄງການ ພັດທະນາເສດຖະກິດ-ສັງຄົມ ສົກ 2024 ລວມມູນຄ່າ 955,838,000 ເຢນ. ໂດຍຕາງໜ້າມອບ-ຮັບລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລາຊາທູດຍີ່ປຸ່ນ ປະຈຳລາວ ກັບ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສົມມາດ ພົລເສນາ ອະດີດຮອງປະທານສະພາແຫ່ງຊາດ, ອະດີດລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິກາ ນ ແລະ ຂົນສົ່ງ, ມີບັນດາທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າຈາກອົງການໄຈກ້າປະຈໍາ ສປປ ລາວ, ລັດວິສາຫະກິດ ກໍ່ສ້າງທາງເລກ 8, ລັດວິສາຫະກິດ ກໍ່ສ້າງ ຄົມມະນາຄົມ, ກອງຄຸ້ມຄອງພາຫະນະ ແລະ ຂັບຂີ່ ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະລາຊາທູດຍີ່ປຸ່ນ ປະຈຳລາວ ກ່າວບາງຕອນວ່າ: ການຊ່ວຍເຫຼືອຄັ້ງນີ້ ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າ ເປັນມູນຄ່າປະມານ 955,838,000 ເຢນ ເຂົ້າໃນການຈັດຊື້ກົນຈັກໜັກກໍ່ສ້າງແບບຄົບຊຸດ ໃນການປັບປຸງຖະໜົນຫົນທາງໂດຍນໍາໃຊ້ຢາງມະຕອຍເກົ່າທີ່ເຊື່ອມສະພາບແລ້ວ ສາມາດເອົາມານໍາໃຊ້ຄືນໃໝ່. ດ້ວຍວິທີດັ່ງກ່າວ ຈະເຮັດໃຫ້ສາມາດສ້ອມແປງຖະໜົນທີ່ເປເພໄດ້ໄວກ່ວາເກົ່າ ພ້ອມທັງ ຫຼຸດຕົ້ນທຶນ ແລະ ຮັກສາຊັບພະຍາກອນໄປນໍາ. ຄາດວ່າກົນຈັກດັ່ງກ່າວຈະສ້າງ ຜົນປະໂຫຍດ ແລະ ປະສິດທິພາບ ໄດ້ຫຼາຍກ່ວາມູນຄ່າທີ່ມອບໃຫ້ເປັນຫຼາຍເທົ່າ ແລະ ຫວັງເປັນຢ່າງຍິ່ງວ່າ ໂຄງການພາຍໃຕ້ໂຄງການ “ພັດທະນາເສດຖະກິດ-ສັງຄົມ” ຈະປະກອບສ່ວນສໍາຄັນ ເຂົ້າໃນ ການຍົກລະດັບ ຄວາມສະຖຽນລະພາບ ດ້ານການເງິນ, ຊຸກຍູ້ ການເຊື່ອມຈອດ ແລະ ຄວາມຍືດຍຸ່ນ, ສົ່ງເສີມການພັດທະນາດ້ານເສດຖະກິດທີ່ມີຄຸນນະພາບສູງ ແລະ ກຸ້ມໂຕເອງ ເພື່ອແນໃສ່ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ກ້າວເຂົ້າສູ່ປະເທດທີ່ມີລາຍຮັບປານກາງ ຂອງປະເທດລາວ.

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວບາງຕອນວ່າ: ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ທີ່ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອລ້າຄັ້ງນີ້ແມ່ນ ພາຍໃຕ້ ໂຄງການພັດທະນາເສດຖະກິດ-ສັງຄົມ ເພື່ອນຳໃຊ້ເຂົ້າໃນວຽກງານສ້ອມແປງ ແລະ ປັບປຸງ ເສັ້ນທາງທີ່ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ໃນຂອບເຂດທົ່ວປະເທດຂອງ ສປປ ລາວ. ເປັນການຊ່ວຍເຫຼືອທີ່ມີຄວາມໝາຍສໍາຄັນທີ່ສຸດ ໃນການຊ່ວຍສະໜອງອຸປະກອນ ແລະ ລົດກົນຈັກທີ່ທັນສະໄໝ ເພື່ອຍົກລະດັບຄຸນນະພາບ ແລະ ປະສິດທິພາບວຽກງານບູລະນະສ້ອມແປງເສັ້ນທາງໃຫ້ວ່ອງໄວ, ມີປະສິດທິພາບ ເຂົ້າໃນການຍົກລະດັບເສັ້ນທາງຫຼວງແຫ່ງຊາດ ໃຫ້ສາມາດຮອງຮັບການໄປມາຫາສູ່, ການບໍລິການຂົນສົ່ງສິນຄ້າ ແລະ ການບໍລິການທ່ອງທ່ຽວກັບປະເທດເພື່ອນບ້ານໃກ້ຄຽງກໍຄືໃນພາກພື້ນ ແລະ ຈະປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາດ້ານເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະແມ່ນ ປະຊາຊົນຢູ່ເຂດດັ່ງກ່າວ ແລະ ໃນ ສປປ ລາວ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຂໍໃຫ້ຄຳໜັ້ນສັນຍາຕໍ່ລັດຖະບານຍີ່ປຸ່ນກໍ່ຄື ປະຊາຊົນຍີ່ປຸ່ນ ວ່າຈະນໍາໃຊ້ອຸປະກອນ ແລະ ລົດກົນຈັກເຫຼົ່ານີ້ໃຫ້ເກີດຜົນປະໂຫຍດສູງສຸດ ໃນວຽກງານພັດທະນາວຽກງານພື້ນຖານໂຄງລ່າງ ຂອງ ສປປ ລາວ ແລະ ເພື່ອໃຫ້ມີຄວາມຍືນຍົງ ແລະ ທັງເປັນການຊຸກຍູ້ສົ່ງເສີມພັດທະນາລັດວິສາຫະກິດຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍມອບການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ກັບ ລັດວິສາຫະກິດກໍ່ສ້າງທາງເລກ 8, ລັດວິສາຫະກິດ ກໍ່ສ້າງ , ກອງຄຸ້ມຄອງພາຫະນະ ແລະ ຂັບຂີ່ ເພື່ອໃຫ້ລັດວິສາຫະກິດດັ່ງກ່າວ ນຳໃຊ້ເຂົ້າໃນການຍົກລະດັບ ແລະ ພັດທະນາຄວາມອາດສາມາດຂອງອົງກອນໃຫ້ມີຄວາມເຂັ້ມແຂງຍິ່ງຂື້ນ ແນ່ໃສ່ໃຫ້ເປັນລັດວິສາຫະກິດຕົວແບບ ຢ່າງແທ້ຈິງຂອງລັດຖະບານ ກໍ່ຄືໃນ ສປປ ລາວ ໂດຍສະເພາະວຽກງານສຳຫຼວດ, ປັບປຸງ, ບູລະນະ ແລະ ກໍ່ສ້າງເສັ້ນທາງ ໃນ ສປປ ລາວ ໃຫ້ມີຄຸນນະພາບ ແລະ ດີຂື້ນເທື່ອລະກ້າວ.

ທ່ານ ພູເພື່ອນ ແສງພະຈັນ ຜູ້ອຳນວຍການ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ຕາງໜ້າໃຫ້ລັດວິສາຫະກິດ 2 ພາກສ່ວນ ແລະ ກອງຄຸ້ມຄອງພາຫະນະ ຂຶ້ນກ່າວຂອບໃຈບາງຕອນວ່າ: ຕາງໜ້າໃຫ້ທັງ 3 ພາກສ່ວນ ທີ່ຂຶ້ນກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ຄື: ລັດວິສາຫະກິດກໍ່ສ້າງທາງເລກ 8, ລັດວິສາຫະກິດ ກໍ່ສ້າງ ຄົມມະນາຄົມ ແລະ ກອງຄຸ້ມຄອງພາຫະນະ ແລະ ຂັບຂີ່ ນະຄອນຫຼວງ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ ສປປ ລາວ ເວົ້າລວມ, ເວົ້າ ສະເພາະແມ່ນ ລັດວິສາຫະກິດ 2 ແລະ ແລະ ກອງຄຸ້ມຄອງພາຫະນະ ແລະ ຂັບຂີ່ ນະຄອນຫຼວງ, ຊຶ່ງເປັນການຊ່ວຍເຫຼືອອັນສຳຄັນ ເຂົ້າໃນວຽກງານປົກປັກຮັກສາ ແລະ ພັດທະນາຂະແໜງ ພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ແລະ ຂົນສົ່ງ ຂອງ ສປປ ລາວ.

ການຊ່ວຍເຫຼືອຄັ້ງນີ້ ຈະເປັນກຳລັງແຮງອີກອັນໜຶ່ງທີ່ເຮັດໃຫ້ທັງ 3 ພາກສ່ວນ ພວກຂ້າພະເຈົ້າ ມີທ່າແຮງ ແລະ ເຂັ້ມແຂງຂື້ນຕື່ມ, ເປັນການມອບໂອກາດ ແລະ ຄວາມຫວັງ, ເພື່ອຈະເປັນຜູ້ນຳໜ້າພາທາງ ດ້ານການປົກປັກຮັກສາ ແລະ ສ້ອມແປງຂົວທາງ ໂດຍການນໍາໃຊ້ເຕັກນິກ-ເຕັກໂນໂລຊີໃໝ່ ດ້ວຍພາຫະນະ ແລະ ອຸປະກອນ ທີ່ທັນສະໄໝ ຊື່ງໃນນີ້ເຄື່ອງບາງປະເພດ ຍັງບໍ່ມີນໍາໃຊ້ ແລະ ເປັນທີ່ຮອງຮັບຢ່າງເປັນທາງການໃນ ສປປ ລາວ; ການນໍາໃຊ້ພາຫະນະ ກົນຈັກດັ່ງກ່າວ ຈະເຮັດໃຫ້ມູນຄ່າຂອງການສ້ອມແປງ ແລະ ຟື້ນຟູ ເສັ້ນທາງຕໍ່າລົງ ແຕ່ຄຸນນະພາບຊໍ້າພັດສູງຂຶ້ນ, ຍ້ອນວ່າ ສາມາດປະຢັດວັດຖຸດິບຈາກທໍາມະຊາດ, ປະຢັດເວລາ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ທັງໝົດນັ້ນ ເປັນການຊ່ວຍຍົກສູງຂີດຄວາມສາມາດດ້ານການກໍ່ສ້າງ, ສ້ອມແປງ, ບູລະນະຮັກສາທາງ ແລະ ໂຄງລ່າງພື້ນຖານຄົມມະນະຄົມຂອງຊາດ ໃຫ້ມີຄຸນນະພາບ ແລະ ຍືນຍົງຂຶ້ນເປັນກ້າວໆ.
ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ

