ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງ ຍທຂ, ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ຍທຂ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ, ສະຖາບັນ, ກອງວິຊາການ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນທົ່ວກະຊວງ ຍທຂ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ທ່ານ ລັດຖະມົນຕີກະຊວງ ຍທຂ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຍທຂ ໃນໄລຍະ 9 ເດືອນຕົ້ນປີ, ທິດທາງແຜນການ 3 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ເປັນຕົ້ນ ວຽກພັກ ແລະ ພະນັກງານ, ວຽກຂົວທາງ, ວຽກທາງລົດໄຟ, ວຽກການບິນພົນລະເຮືອນ, ວຽກຂົນສົ່ງ, ວຽກທາງນໍ້າ, ວຽກເຄຫາ ແລະ ຜັງເມືອງ, ວຽກນໍ້າປະປາ, ວຽກການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຂອງກະຊວງ ແລະ ວຽກງານສາມສ້າງ.
ໃນນັ້ນ ວຽກຂົວທາງ ໄດ້ລົົງເລິກລາຍງານ ໂຄງການລົງທຶນທີ່ນຳໃຊ້ທຶນ ODA, ໂຄງການລົງທຶນດ້ວຍທຶນຂອງລັດຖະບານປົກກະຕິ, ການຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ຕາມມະຕິ 165/ສພຊ ກໍ່ຄື ມະຕິ 10/ລບ; ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ ແຂວງຫຼວງນໍ້າທາ; ໂຄງການກໍ່ສ້າງທາງດ່ວນແຕ່ບໍ່ເຕ່ນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ; ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ຮ່າໂນ້ຍ; ໂຄງການທາງດ່ວນ (ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຫາ ບ້ານນາຊ່າງເຫຼັກ ເມືອງທຸລະຄົມ, ແຂວງວຽງຈັນ; ໂຄງການສຶກສາຄວາມເປັນໄປໄດ້, ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງດ່ວນ (ແລວໃໝ່) ແຕ່ນະຄອນຫຼວງວຽງຈັນ-ແຂວງໄຊສົມບູນ-ແຂວງຊຽງຂວາງ-ຫົວພັນ-ດ່ານສາກົນນໍ້າໂສຍ; ໂຄງການກໍ່ສ້າງທາງເວັ້ນຕົວເມືອງປາກຊັນ; ໂຄງການລົງທຶນກໍ່ສ້າງ ແລະ ປັບປຸງເສັ້ນທາງ ແຕ່ສາມແຍກທາງເລກ 13 ໃຕ້, ບ້ານປ່າໄລ່, ເມືອງທ່າພະບາດ, ແຂວງບໍລິຄໍາໄຊ ຫາບ້ານນໍ້າຍອນ, ເມືອງອານຸວົງ, ແຂວງໄຊສົມບຸນ; ໂຄງການກໍ່ສ້າງທາງ 5B ແຕ່ສາມແຍກຂົວນໍ້າຍອນ, ເມືອງອານຸວົງ, ແຂວງໄຊສົມບູນ ຫາບ້ານນາມອນ, ເມືອງວັງວຽງ, ແຂວງວຽງຈັນ ແລະ ໂຄງການອື່ນໆ.

ທ່ານ ລັດຖະມົນຕີກະຊວງ ຍທຂ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຍທຂ ໃນໄລຍະ 9 ເດືອນຕົ້ນປີ, ທິດທາງແຜນການ 3 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ເປັນຕົ້ນ ວຽກພັກ ແລະ ພະນັກງານ, ວຽກຂົວທາງ, ວຽກທາງລົດໄຟ, ວຽກການບິນພົນລະເຮືອນ, ວຽກຂົນສົ່ງ, ວຽກທາງນໍ້າ, ວຽກເຄຫາ ແລະ ຜັງເມືອງ, ວຽກນໍ້າປະປາ, ວຽກການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຂອງກະຊວງ ແລະ ວຽກງານສາມສ້າງ. ໃນນັ້ນ ວຽກຂົວທາງ ໄດ້ລົົງເລິກລາຍງານ ໂຄງການລົງທຶນທີ່ນຳໃຊ້ທຶນ ODA, ໂຄງການລົງທຶນດ້ວຍທຶນຂອງລັດຖະບານປົກກະຕິ, ການຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ຕາມມະຕິ 165/ສພຊ ກໍ່ຄື ມະຕິ 10/ລບ; ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ ແຂວງຫຼວງນໍ້າທາ; ໂຄງການກໍ່ສ້າງທາງດ່ວນແຕ່ບໍ່ເຕ່ນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ; ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ຮ່າໂນ້ຍ; ໂຄງການທາງດ່ວນ (ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຫາ ບ້ານນາຊ່າງເຫຼັກ ເມືອງທຸລະຄົມ, ແຂວງວຽງຈັນ; ໂຄງການສຶກສາຄວາມເປັນໄປໄດ້, ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງດ່ວນ (ແລວໃໝ່) ແຕ່ນະຄອນຫຼວງວຽງຈັນ-ແຂວງໄຊສົມບູນ-ແຂວງຊຽງຂວາງ-ຫົວພັນ-ດ່ານສາກົນນໍ້າໂສຍ; ໂຄງການກໍ່ສ້າງທາງເວັ້ນຕົວເມືອງປາກຊັນ; ໂຄງການລົງທຶນກໍ່ສ້າງ ແລະ ປັບປຸງເສັ້ນທາງ ແຕ່ສາມແຍກທາງເລກ 13 ໃຕ້, ບ້ານປ່າໄລ່, ເມືອງທ່າພະບາດ, ແຂວງບໍລິຄໍາໄຊ ຫາບ້ານນໍ້າຍອນ, ເມືອງອານຸວົງ, ແຂວງໄຊສົມບຸນ; ໂຄງການກໍ່ສ້າງທາງ 5B ແຕ່ສາມແຍກຂົວນໍ້າຍອນ, ເມືອງອານຸວົງ, ແຂວງໄຊສົມບູນ ຫາບ້ານນາມອນ, ເມືອງວັງວຽງ, ແຂວງວຽງຈັນ ແລະ ໂຄງການອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ກະຊວງ ຍທຂ ໂດຍເນັ້ນໃຫ້ພະນັກງານ-ລັດຖະກອນທົ່ວຂະແໜງການເອົາໃຈໃສ່ປະຕິບັດວຽກງານຈຸດສຸມ ໂດຍສະເພາະແມ່ນໄດ້ເນັ້ນໃຫ້ເອົາໃຈໃສ່ໃນການພັດທະນາ ແລະ ປັບປຸງພື້ນຖານໂຄງລ່າງເສັ້ນທາງ ເນັ້ນໃສ່ການພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນຢ່າງມີຈຸດສຸມ ໂດຍກຳນົດບູລິມະສິດຢ່າງລະອຽດ ເລີ່ມຈາກເສັ້ນທາງຍຸດທະສາດ ແລະ ເສັ້ນທາງເສດຖະກິດສາຍຫຼັກ ໂດຍສະເພາະແມ່ນ ທາງຫຼວງແຫ່ງຊາດ 13 ເໜືອ ແລະ 13 ໃຕ້ ໃຫ້ໄດ້ຮັບການກໍ່ສ້າງ ແລະ ປັບປຸງໃຫ້ສຳເລັດພາຍໃນໄລຍະ 5 ປີຕໍ່ໜ້າ ເອົາໃຈໃສ່ເກັບກໍາຈຳນວນເສັ້ນທາງເຊື່ອມຈອດ ໂດຍແນໃສ່ເສັ້ນທາງເຊື່ອມຈອດເສດຖະກິດ ແລະ ເສັ້ນທາງເຊື່ອມຈອດລະຫວ່າງປະເທດ ເພື່ອໃຫ້ສາມາດຂຶ້ນແຜນປັບປຸງ ແລະ ກໍ່ສ້າງໃຫ້ກາຍເປັນເສັ້ນທາງທີ່ໄດ້ມາດຕະຖານ ແລະ ມີຄຸນນະພາບ ໃຫ້ເອົາໃຈໃສ່ປັບປຸງເສັ້ນທາງນຳໃຊ້ຂົນສົ່ງການຜະລິດ ເພື່ອອຳນວຍຄວາມສະດວກໃນການຂົນສົ່ງຜົນຜະລິດອອກມາຈຳໜ່າຍ ແລະ ສົ່ງອອກໄປຕ່າງປະເທດ ພ້ອມທັງປັບປຸງເສັ້ນທາງການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວໃຫ້ສາມາດບັນລຸຕາມແຜນທີ່ກຳນົດໄວ້ ແລະ ປັບປຸງເສັ້ນທາງພາຍໃນເທສະບານໃຫ້ໄດ້ມາດຕະຖານ ສະເໜີໃຫ້ຄະນະນຳກະຊວງ ຍທຂ ເປັນເຈົ້າການຊຸກຍູ້ຊອກຫາຂອດຂັ້ນທີ່ອຸດຕັນໃນການພັດທະນາພື້ນຖານໂຄງລ່າງ ເພື່ອໃຫ້ສາມາດແກ້ໄຂໄດ້ຖືກຈຸດ ແລະ ປັບປຸງເສັ້ນທາງຕາມແຜນຍຸດທະສາດທີ່ວາງໄວ້ໃຫ້ສຳເລັດ. ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການສຳຄັນ ເຊັ່ນ:

ໂຄງການທາງລົດໄຟ ລາວ-ຫວຽດນາມ ແລະ ໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ພ້ອມທັງໂຄງການອື່ນໆ ເພື່ອໃຫ້ມີຄວາມຄືບໜ້າ ແລະ ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້. ພ້ອມທັງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າ ໃຫ້ບັນລຸຕາມຄາດ ໝາຍທີ່ກຳນົດໄວ້ ໂດຍປັບປຸງໂຄງລ່າງພື້ນຖານຕ່າງໆ ເພື່ອເອື້ອອຳນວຍການນຳໃຊ້ລົດດັ່ງກ່າວ, ພ້ອມທັງ ເລືອກເຟັ້ນນຳເຂົ້າລົດໄຟຟ້າ ທີ່ມີຄຸນນະພາບດີ; ແກ້ໄຂບັນຫານໍ້າປະປາ ທີ່ບໍ່ທັນພຽງພໍ ໃນເຂດຕົວເມືອງຕ່າງໆ ໃຫ້ມີຄວາມຮັບປະກັນຫຼາຍຂຶ້ນກວ່າເກົ່າ; ແກ້ໄຂບັນຫາໜີ້ສິນ ໂຄງການລົງທຶນຕ່າງໆ ທີ່ຍັງຄົງຄ້າງ ໃນໄລຍະຜ່ານມາ ໃຫ້ຕົກໄປເປັນກ້າວໆ; ຕິດຕາມຊຸກຍູ້ການປະຕິບັດໂຄງການລົງທຶນລະດັບຊາດ ໃຫ້ມີຄວາມຄືບໜ້າ ແລະ ໄດ້ມາດຕະຖານ ຕາມທີ່ກຳນົດໄວ້; ປັບປຸງວຽກງານຮອບດ້ານ ໃນຂົງເຂດວຽກງານການບິນ ໃຫ້ຮັບປະກັນຄວາມປອດໄພ, ໄດ້ມາດຕະຖານສາກົນ, ໜ້າເຊື່ອຖື, ມີເສດຖະກິດ ແລະ ກ້າວໜ້າທັນສະໄໝ; ຈັດລຽງບູລິມະສິດ ພັດທະນາ ແລະ ຫັນເປັນທັນສະໄໝ ໃນຂົງເຂດວຽກງານ ຍທຂ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.
ໃນຕອນທ້າຍ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກກະຊວງ ຍທຂ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ແລະ ປະຕິບັດຄຳຂວັນຂອງຂະ ແໜງການທີ່ວ່າ: “ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ ມີຈຸດສຸມ ທົນທານ ທັນສະໄໝ ປອດໄພ ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ” ໃຫ້ປາກົດຜົນເປັນຈິງ.
ທີ່ມາ: ກະຊວງ ໂຍທາທິການ ແລະ ຂົນສົ່ງ

