Homeຂ່າວພາຍ​ໃນລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

Published on

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3 ໄປຄູ່ຂະໜານກັບການສົ່ງເສີມວິຊາຊີບ ແລະ ປັບປຸງປ່ຽນແປງໂຄງສ້າງຫຼັກສູດ ທັງ 12 ຊັ້ນຮຽນ ເຊິ່ງມີລາຍດຽດດັ່ງນີ້:

– ຊັ້ນປະຖົມສຶກສາ ປໍ 1 ຫາ ປໍ 6 ເພີ່ມຂຶ້ນມາ 1 ປີ (ຈາກເດີມມີຮອດ ປໍ 5).

– ຊັ້ນມັດທະຍົມສຶກສາຕອນຕົ້ນ ມໍ.1 ຫາ ມໍ.3 ຫຼຸດລົງ 1 ປີ (ຈາກເດີມມີຮອດ ມໍ 4).

– ຊັ້ນມັດທະຍົມສຶກສາຕອນປາຍ ມໍ.4 ຫາ ມໍ.6 ຄືເກົ່າ ມີ 3 ປີ).

ຄຽງຄູ່ກັນນັ້ນ, ໄດ້ມີການພັດທະນາປຶ້ມແບບຮຽນ, ຄູ່ມືຄູ ຕາມທິດທັນສະໄໝ; ນອກຈາກນີ້, ຍັງໄດ້ມີການປະຕິຮູບສະຖາບັນການສ້າງຄູ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ແລະ ກະກຽມສ້າງຕັ້ງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ ແລະ ໂຮງຮຽນມິດຕະພາບລາວ-ຣັດເຊຍ; ໄດ້ແກ້ໄຂບັນຫາຄູອາສາສະໝັກ ສໍາເລັດໂດຍພື້ນຖານ ດ້ວຍການບັນຈຸໂກຕາຫຼັກສູດເຂົ້າໃນຕຳແໜ່ງລັດຖະກອນ ແລະ ບັນຈຸໂກຕາທົດແທນຕາມຈຳນວນທີ່ສູນເສຍ.

ຜ່ານການຈັດສອບເສັງນັກຮຽນເກັ່ງ ແລະ ສອບເສັງຈົບຊັ້ນ ມ.4 ແລະ ມ.7 ທົ່ວປະເທດ, ໃນ 6 ເດືອນຕົ້ນປີ ເຫັນວ່າຕົວຊີ້ບອກຂອງຂະແໜງສຶກສາ ແລະ ກິລາ ຊຶ່ງມີທັງໝົດ 13 ຕົວຊີ້ບອກ ສາມາດບັນລຸຄາດໝາຍ ແລະ ມີຄວາມຄືບໜ້າດີ 4 ຕົວຊີ້ບອກ ຄື: ອັດຕາເຂົ້າ ໃໝ່ສຸດທິຊັ້ນ ປ.1 ໃນຊັ້ນປະຖົມສຶກສາ, ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ແລະ ອັດຕາເລື່ອນຊັ້ນຂອງນັກຮຽນຈົບ ປ.5 ຂຶ້ນ ມ.1 ເພີ່ມຂຶ້ນ, ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນຫຼຸດລົງ, ແຕ່ກໍຍັງມີ 3 ຕົວຊີ້ບອກ ທີ່ບໍ່ສາມາດບັນລຸໄດ້ ສາເຫດຍ້ອນສະພາບຄວາມຍາກລຳບາກດ້ານເສດຖະກິດ-ການເງິນ, ໄພເງິນເຟີ້ ແລະ ບັນຫາສະພາບແວດລ້ອມອື່ນໆ ແລະ ມີ 6 ຕົວຊີ້ບອກທີ່ກຳລັງປະຕິບັດ ແລະ ຄາດວ່າຈະຖອນຄືນໝໍ້ໃນທ້າຍໄຕມາດທີ 3.

ນອກນັ້ນ, ດ້ານວຽກງານກິລາ ໄດ້ສົ່ງເສີມການຝຶກແອບ ແລະ ສົ່ງຕົວແທນນັກກິລາ ເຂົ້າຮ່ວມແຂ່ງຂັນກິລາໃນພາກພື້ນ-ສາກົນ ສາມາດຍາດໄດ້ຫຼຽນປະເພດຕ່າງໆ ໂດຍສະເພາະແມ່ນນັກກິລາບານເຕະຮຸ່ນເຍົາວະຊົນ.

ເພື່ອສືບຕໍ່ພັດທະນາຂົງເຂດດັ່ງກ່າວ, ລັດຖະບານໄດ້ກຳນົດທິດທາງຈຸດສຸມທີ່ຕ້ອງເລັ່ງຈັດຕັ້ງປະຕິບັດ ຄື:

-ສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອປັບປຸງລະບົບການສຶກສາສາມັນ 6+3+3 ໃຫ້ສຳເລັດທັນນໍາໃຊ້ໃນສົກປີ 2028-2029.

-ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ, ການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມເຂັ້ມແຂງໃນອະນາຄົດ.

ແຫຼ່ງທີ່ມາ: ຂ່າວ “ຜູ້ແທນປະຊາຊົນ”

 

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...