Homeຂ່າວທົ່ວໄປມອບຊັບສິນໃຫ້ເປັນຂອງລັດ ພະແນກຍຸຕິທໍາແຂວງອັດຕະປື ມອບຊັບສິນທີ່ສານຕັດສິນຮິບເປັນຂອງລັດ ມີໂທລະສັບ 115 ເຄື່ອງ, ເງິນ 65 ລ້ານກີບ ແລະ ອື່ນໆ

ມອບຊັບສິນໃຫ້ເປັນຂອງລັດ ພະແນກຍຸຕິທໍາແຂວງອັດຕະປື ມອບຊັບສິນທີ່ສານຕັດສິນຮິບເປັນຂອງລັດ ມີໂທລະສັບ 115 ເຄື່ອງ, ເງິນ 65 ລ້ານກີບ ແລະ ອື່ນໆ

Published on

ວັນທີ 24 ກຸມພາ 2026 ຂະແໜງປະຕິບັດຄຳຕັດສິນຂອງສານ ພະແນກຍຸຕິທໍາແຂວງອັດຕະປື ໄດ້ມອບຊັບສິນທີ່ສານຕັດສິນຮິບເປັນຂອງລັດ ຕາມຄຳຕັດສິນຂອງສານ ປະຈຳ 9 ເດືອນ (ແຕ່ເດືອນ 1-9 ປີ 2025) ໃຫ້ຂະແໜງຄຸ້ມຄອງຊັບສິນແຫ່ງລັດ ພະແນກການເງິນແຂວງ, ໂດຍເຂົ້າຮ່ວມຂອງທ່ານ ສີໂຫ ຕານວົງພັບ ຮອງຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ສົມສະຫວັນ ອ້ວນວິໄລ ຮອງຫົວໜ້າພະແນກການເງິນແຂວງ, ມີຫົວໜ້າຂະແໜງປະຕິບັດຄຳຕັດສິນຂອງສານ, ຮອງຫົວໜ້າຂະແໜງຄຸ້ມຄອງຊັບສິນລັດ ພະແນກການເງິນແຂວງເຂົ້າຮ່ວມ.

ຊັບສິນທີ່ສານຕັດສິນຮິບເປັນຂອງລັດ ທີ່ນຳມາມອບໃນຄັ້ງນີ້ມີ: ໂທລະສັບ ຈຳນວນ 115 ເຄື່ອງ, ເງິນສົດ 65,763,000 ກີບ, ສາຍແຂນຄຳ ນ້ຳໜັກ 2 ບາດ, ລົດໃຫຍ່ 3 ຄັນ, ລົດຈັກ 23 ຄັນ, ປືນຍາວ 1 ກະບອກ, ປືນສັ້ນ K54 ໜຶ່ງກະບອກ, ປືນສັ້ນ K59 ໜຶ່ງກະບອກ, ລູກປືນ 10 ລູກ, ເຄື່ອງຊ໋ອດປາ 1 ເຄື່ອງ, ຈັກແຮງ 30 ຈໍານວນ 1 ເຄື່ອງ, ຈັກແຮງ 24 ຈຳນວນ 6 ເຄື່ອງ, ໂປມນ້ຳ 2 ເຄື່ອງ, ທໍ່ຢາງ 2 ໂຄ້ງ ແລະ ທໍ່ຢາງ p11 2 ກໍ້.

ຕາງໜ້າມອບໂດຍ ທ່ານ ໂພທະສິນ ສະເຫລີມສັກ ຫົວໜ້າຂະແໜງປະຕິບັດຄຳຕັດສິນຂອງສານ ພະແນກຍຸຕິທຳແຂວງ ຮັບໂດຍທ່ານ ຄຳຕູ້ ຈັກປະເສີດ ຮອງຫົວໜ້າຂະແໜງຄຸ້ມຄອງຊັບສິນແຫ່ງລັດ ພະແນກການເງິນແຂວງ.

ທີ່ມາ: ຂ່າວສານແຂວງອັດຕະປື

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...