Homeຂ່າວທົ່ວໄປລາດຕະເວນ 24 ຊົ່ວໂມງ ເຄື່ອນທີ່ນະຄອນຫຼວງ ຈັດຕັ້ງກຳລັງລາດຕະເວນ 24 ຊົ່ວໂມງ ຕາມບັນດາຈຸດຫຼໍ່ແຫຼມ ແລະ ສະຖານທີ່ຍຸດທະສາດສຳຄັນ

ລາດຕະເວນ 24 ຊົ່ວໂມງ ເຄື່ອນທີ່ນະຄອນຫຼວງ ຈັດຕັ້ງກຳລັງລາດຕະເວນ 24 ຊົ່ວໂມງ ຕາມບັນດາຈຸດຫຼໍ່ແຫຼມ ແລະ ສະຖານທີ່ຍຸດທະສາດສຳຄັນ

Published on

ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ທີ່ຈະດຳເນີນໃນວັນທີ 22 ກຸມພາ 2026 ນີ້ ໃຫ້ມີຄວາມສະຫງົບປອດໄພ ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ວາງມາດຕະການປ້ອງກັນຢ່າງຮັດກຸມ ໂດຍການຈັດຕັ້ງກຳລັງວິຊາສະເພາະ ລົງເຄື່ອນໄຫວກວດກາລາດຕະເວນ ຕະຫຼອດ 24 ຊົ່ວໂມງ ຕາມບັນດາຈຸດຫຼໍ່ແຫຼມ ແລະ ສະຖານທີ່ຍຸດທະສາດສຳຄັນຕ່າງໆ. ພ້ອມກັນນັ້ນ, ກໍໄດ້ ຮຽກຮ້ອງໃຫ້ປະຊາຊົນຊ່ວຍເປັນຫູ-ເປັນຕາ ໃຫ້ເຈົ້າໜ້າທີ່ປະກອບສ່ວນວຽກງານປ້ອງກັນບັ້ນເລືອກຕັ້ງໃຫ້ມີຄວາມເປັນລະບຽບ-ປອດໄພ.

ພັທ ວິລະສອນ ພິໄຂຄຳ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 20 ກຸມພາ 2026 ວ່າ: ວຽກງານປ້ອງກັນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ເປັນວຽກງານທີ່ມີຄວາມໝາຍສຳຄັນ ທີ່ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບບັນດາເຫຼົ່າວິຊາສະເພາະ ມີຄວາມເປັນເຈົ້າການປະຕິບັດຢ່າງຫ້າວຫັນ ແລະ ເສຍສະລະ. ດ້ວຍຄວາມໝາຍສຳຄັນດັ່ງກ່າວ ແມ່ນມີຄວາມຮຽກຮ້ອງໃຫ້ປະຊາຊົນທຸກຊັ້ນຄົນ ຊ່ວຍເປັນຫູເປັນຕາປະກອບສ່ວນເຂົ້າໃນວຽກງານປ້ອງກັນບັ້ນເລືອກຕັ້ງ ໃຫ້ມີຄວາມສະຫງົບ-ປອດໄພ.

ຫາກກໍລະນີພົບເຫັນບັນຫາເກີດຂຶ້ນທີ່ອາດເປັນປະກົດການຫຍໍ້ທໍ້ ກໍໃຫ້ຊ່ວຍລາຍງານຕໍ່ເຈົ້າໜ້າທີ່ ປກສ ກຸ່ມ, ປກສ ເມືອງ ແລະ ສາມາດໂທຫາເບີສາຍດ່ວນ 1191 ເພື່ອລາຍງານຕໍ່ເຈົ້າໜ້າທີ່ໄດ້ທັນທີ. ທັງນີ້, ກໍເພື່ອເຮັດໃຫ້ການດຳເນີນບັ້ນເລືອກຕັ້ງໃນຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍຮ່ວມກັນ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ພໍ່ແມ່ປະຊາຊົນ ໃນການອອກມາໃຊ້ສິດປະຊາທິປະໄຕຂອງຕົນຢ່າງສົມບູນ.

ແຫຼ່ງຂໍ້ມູນ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...