Homeຂ່າວຕ່າງປະເທດຫຸ່ນຍົນຈາລະຈອນ ຈີນນຳໃຊ້ຫຸ່ນຍົນຈະລາຈອນ ໃນການປະຕິບັດໜ້າທີ່ແທນຄົນ ຊ່ວຍຫຼຸດພາລະໃຫ້ແກ່ທາງເຈົ້າໜ້າທີ່

ຫຸ່ນຍົນຈາລະຈອນ ຈີນນຳໃຊ້ຫຸ່ນຍົນຈະລາຈອນ ໃນການປະຕິບັດໜ້າທີ່ແທນຄົນ ຊ່ວຍຫຼຸດພາລະໃຫ້ແກ່ທາງເຈົ້າໜ້າທີ່

Published on

ສຳນັກຂ່າງຕ່າງປະເທດລາຍງານວ່າ ເມື່ອບໍ່ດົນມານີ້ ຢູ່ນະຄອນອູ່ຫູ, ທາງພາກຕາເວັນອອກຂອງປະເທດຈີນ. ໄດ້ນຳຫຸ່ນຍົນຕຳຫຼວດຈະລາຈອນອັດສະລິຍະ ໂຣໂບຄອບ ຫຼື R001 ມາປະຈຳການຢູ່ສີ່ແຍກໃນເສັ້ນທາງທີ່ມີການຈະລາຈອນໜາແໜ້ນ ເພື່ອຄວບຄຸມການຈະລາຈອນ ແລະ ເຕືອນຜູ້ໃຊ້ຖະໜົນທີ່ຝ່າຝືນກົດ ເຊິ່ງໄດ້ປະຕິບັດໜ້າທີ່ແທນເຈົ້າໜ້າທີ່ ທີ່ເປັນຄົນແທ້ໆ.

ຫຸ່ນຍົນດັ່ງກ່າວໃຊ້ເທັກໂນໂລຊີ AI ເຊື່ອມຕໍ່ກັບລະບົບໄຟຈະລາຈອນ ໂດຍມີການຕິດຕັ້ງກ້ອງຄວາມລະອຽດສູງ ພ້ອມກັບລະບົບປະກາດສຽງອັດສະລິຍະ ສາມາດກວດຈັບການຝ່າຝືນຂອງຜູ້ຂີ່ລົດ-ຈັກຖີບ, ຜູ້ໃຊ້ຍານພາຫະນະທີ່ບໍ່ໃຊ້ເຄື່ອງຈັກ ແລະ ຄົນຍ່າງໄດ້. ພ້ອມສາມາດແຈ້ງເຕືອນຈຸດເກີດເຫດໃຫ້ແກ່ເຈົ້າໜ້າທີ່ທັນທີ່ ຖ້າພົບການກະທຳທີ່ຜິດ.

ນອກຈາກເຄື່ອນທີ່ໄດ້ເອງແລ້ວ ຫຸ່ນຍົນໂຣໂບຍັງສາມາດ ສາມາດກວດຈັບການຈອດລົດຜິດກົດລະບຽບ, ຕິດຕາມສະພາບການຈະລາຈອນ ແລະ ເຮັດວຽກໄດ້ 24 ຊົ່ວໂມງ. ຊ່ວຍຫຼຸດພາລະຂອງທາງເຈົ້າໜ້າທີ່ຈາລະຈອນໄດ້ ໂດຍສະເພາະໃນຊ່ວງເວລາຮີບດ່ວນ ຫຼື ໃນມື້ທີ່ມີອາກາດບໍ່ດີ.

ການນຳຫຸ່ນຍົນຈາລະຈອນມາໃຊ້ ເປັນສ່ວນໜຶ່ງຂອງຍຸດທະສາດຈີນໃນການຊຸກຍູ້ ປັນຍາປະດິດ (Embodied Intelligence) ໃຫ້ເກີດການນຳໃຊ້ໄດ້ແທ້ ໂດຍຄາດວ່າມູນຄ່າຕະຫຼາດຂອງອຸດສາຫະກຳນີ້ໃນຈີນ ຈະສູງເຖິງ 400,000 ລ້ານຢວນ ໃນປີ 2030 ແລະ ຈະທະລຸ 1 ລ້ານລ້ານຢວນ ໃນປີ 2035.

ປັດຈຸບັນຫຸ່ນຍົນດັ່ງກ່າວໃຊ້ຖືກນໍາໄປໃຊ້ງານແລ້ວກວ່າ 100 ຮູບແບບ ຕັ້ງແຕ່ການເປັນພະນັກງງານຕ້ອນຮັບ, ການຮັກສາຄວາມປອດໄພ ແລະ ການບໍລິການທາງສາທາງລະນັ້ນ ຊີ້ໃຫ້ເຫັນເຖິງອິດທິພົນ ແລະ ການມີບົດບາດຂອງປັນຍາປະດິດ ໃນການດຳລົງຊີວິດຂອງຄົນ ໃນຍຸກດິຈີຕອນ

ແຫຼ່ງຂໍ້ມູນ: TNN

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...