Homeຂ່າວຕ່າງປະເທດລະງັບແລ້ວ 75 ປະເທດ ອາເມລິກາ ສັ່ງລະງັບວີຊາ 75 ປະເທດ (ມີປະເທດໄທ) ເພື່ອປ້ອງກັນບໍ່ໃຫ້ຜູ້ອົບພະຍົບກາຍເປັນພາລະຂອງລັດ ມີຜົນເລີ່ມແຕ່ ວັນທີ 21...

ລະງັບແລ້ວ 75 ປະເທດ ອາເມລິກາ ສັ່ງລະງັບວີຊາ 75 ປະເທດ (ມີປະເທດໄທ) ເພື່ອປ້ອງກັນບໍ່ໃຫ້ຜູ້ອົບພະຍົບກາຍເປັນພາລະຂອງລັດ ມີຜົນເລີ່ມແຕ່ ວັນທີ 21 ມັງກອນ 2026 ເປັນຕົ້ນໄປ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອບໍ່ດົນມານີ້ ທ່ານ ໂດນັລ ທຣຳ ປະທານາທິບໍດີ ແຫ່ງ ສະຫະລັດ ອາເມລິກາ, ປະກາດລະງັບການພິຈາລະນາວີຊາຜູ້ອົບພະຍົບ (Immigrant Visa) ສໍາລັບປະຊາຊົນຈາກ 75 ປະເທດ ເຊັ່ນ: ໄທ, ຣັສເຊຍ, ອັບການິສະຖານ, ບຣາຊິວ ແລະ ປະເທດອື່ນໆ.

ມີຜົນເລີ່ມແຕ່ ວັນທີ 21 ມັງກອນ 2026 ເປັນຕົ້ນໄປ ແລະ ຈະດໍາເນີນໄປຕໍ່ແບບບໍ່ມີກໍານົດ ຈົນກວ່າທາງກະຊວງຈະມີການປະເມີນຂະບວນການພິຈາລະນາອອກວີຊ່າຮອບໃໝ່.

ໂດຍວີຊາທີ່ຖືກລະງັບນີ້ແມ່ນ ວີຊາສຳລັບຄົນທີ່ຕ້ອງການຍ້າຍໄປຢູ່ຖາວອນ ເຊັ່ນ: ວິຊາຂໍແຕ່ງງານ ຫຼື ວີຊາເຮັດວຽກຖາວອນ ແລະ ວີຊາທີ່ຈະນໍາໄປສູ່ການໄດ້ເປັນພົນລະເມືອງຂອງອາເມລິກາ (Green Card).

ສ່ວນວີຊາທີ່ມີຂໍ້ຍົກເວັ້ນແມ່ນ ວິຊາທ່ອງທ່ຽວ, ວີຊາເຮັດວຽກຊົ່ວຄາວ, ວີຊານັກຮຽນ, ວີຊານັກກິລາ ແລະ ວີຊາທຸລະກິດ

ທາງກະຊວງການຕ່າງປະເທດຂອງອາເມລິກາໄດ້ກ່າວ່າ ຜູ້ອົບພະຍົບຈາກປະເທດທີ່ມີລາຍຊື່ນີ້ມີອັດຕາການໃຊ້ສະຫວັດດີການຂອງລັດຖະບານທີ່ສູງເກີນໄປ ດັ່ງນັ້ນທາງລັດຖະບານຕ້ອງໄດ້ປ້ອງກັນບໍ່ໃຫ້ຜູ້ອົບພະຍົບກາຍເປັນພາລະຂອງຜູ້ເສຍພາສີອາເມລິກາ ຫຼື ພາລະຂອງລັດ.

ແຫຼ່ງຂໍ້ມູນ: Thairath

 

 

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...