Homeທົ່ວໄປປະຫວັດສາດໜ້າໃໝ່ທີ່ "ເຊໂນ"! ຈະເລີນໄຊ x ບຼູດອດ (Chalernchai | BlueDot) ເປີດໂຕ SENO EV Hub 400kW ທີ່ໄວທີ່ສຸດ! ຮອງຮັບການສາກພ້ອມກັນເຖິງ 8 ຄັນ ດັນລາວສູ່ສູນກາງການຂົນສົ່ງສີຂຽວ!

ປະຫວັດສາດໜ້າໃໝ່ທີ່ “ເຊໂນ”! ຈະເລີນໄຊ x ບຼູດອດ (Chalernchai | BlueDot) ເປີດໂຕ SENO EV Hub 400kW ທີ່ໄວທີ່ສຸດ! ຮອງຮັບການສາກພ້ອມກັນເຖິງ 8 ຄັນ ດັນລາວສູ່ສູນກາງການຂົນສົ່ງສີຂຽວ!

Published on

ວົງການຍານຍົນໄຟຟ້າ (EV) ຂອງ ສປປ ລາວ ຕ້ອງສັ່ນສະເທືອນອີກຄັ້ງ! ເມື່ອການຮ່ວມມືລະດັບຍຸດທະສາດລະຫວ່າງ “ບໍລິສັດ ຈະເລີນໄຊ ພັດທະນາ” ຜູ້ພັດທະນາຈຸດພັກລົດ ປ້ຳນ້ຳມັນ ປຕທ ເຊໂນ ແລະ ອີກຫຼາກຫຼາຍໂຄງການໃນແຂວງສະຫວັນນະເຂດ ຄົບວົງຈອນທີ່ໃຫຍ່ທີ່ສຸດໃນພາກກາງ ແລະ “ບໍລິສັດ ລາວທານີ ກົນຈັກໜັກ (ບຼູດອດ)” ທີ່ເປັນທີ່ຮູ້ຈັກກັນດີໃນນາມ “ໂຕໂຍຕ້າ ລາວທານີ” ເນລະມິດສະຖານີສາກໄຟຟ້າແຫ່ງອະນາຄົດ “Seno EV Hub Chalernchai | BlueDot” ທີ່ [ຈຸດພັກລົດເຊໂນ] ຂຶ້ນຢ່າງເປັນທາງການ.

️ 400kW ພະລັງງານທີ່ເໜືອກວ່າຄຳວ່າ “ໄວ“ ນີ້ບໍ່ແມ່ນສະຖານີທຳມະດາ ແຕ່ຄືການນຳເອົາເຕັກໂນໂລຊີການສາກລະດັບໂລກມາໄວ້ທີ່ລາວ ດ້ວຍກຳລັງໄຟສູງເຖິງ 400kW.

  • ດ້ວຍການອອກແບບທີ່ຄິດມາເພື່ອອະນາຄົດ, ສະຖານີນີ້ສາມາດຮອງຮັບການສາກລົດໄຟຟ້າໄດ້ພ້ອມກັນສູງສຸດເຖິງ 8 ຄັນ! ໝົດບັນຫາເລື່ອງການຕໍ່ຄິວ.
  • ເພື່ອລົດບັນທຸກໂດຍສະເພາະ: ຄວາມພິເສດຄືສາມາດຮອງຮັບການສາກ “ລົດບັນທຸກຫົວລາກໄຟຟ້າ” (EV Trucks) ຫຼື ລົດເມໄຟຟ້າ ໄດ້ພ້ອມກັນເຖິງ 2 ຄັນຢ່າງສະບາຍ.

ແລະ ນີ້ຄືຄຳຢືນຢັນຈາກຜູ້ບໍລິຫານ ບໍລິສັດ ຈະເລີນໄຊ ພັດທະນາ “ທ່ານ ໂອໃດ ເສນສອນ”

 ເປັນຫຍັງຕ້ອງແມ່ນ “BlueDot (ບຼູດອດ)”?

“ໃນຖານະຜູ້ໃຫ້ບໍລິການຈຸດພັກລົດທີ່ລູກຄ້າເຊື່ອໝັ້ນມາດົນນານ, ການຈະເລືອກພັນທະມິດທາງທຸລະກິດ (Partner) ເຂົ້າມາໃຫ້ບໍລິການລູກຄ້າຂອງພວກເຮົາ ຄວາມປອດໄພ ແລະ ຄຸນນະພາບຕ້ອງມາກ່ອນ. ພວກເຮົາເຫັນວ່າ BlueDot ມີມາດຕະຖານການເຮັດວຽກທີ່ສູງຫຼາຍ ບໍ່ວ່າຈະເປັນຂັ້ນຕອນການຕິດຕັ້ງ, ລະບົບຄວາມປອດໄພ IEC, ແລະ ການບໍລິການຫຼັງການຂາຍທີ່ອຸ່ນໃຈ. ນັ້ນຈຶ່ງເຮັດໃຫ້ພວກເຮົາໝັ້ນໃຈວ່າ ລູກຄ້າທີ່ຈະເລີນໄຊ ຈະໄດ້ຮັບສິ່ງທີ່ດີທີ່ສຸດ.”

 ວິໄສທັດ “Green Logistics” ທາງລອດຂອງຜູ້ປະກອບການ

ຜູ້ບໍລິຫານ ຈະເລີນໄຊ ພັດທະນາ ຍັງໄດ້ເນັ້ນໜັກເຖິງຈຸດປ່ຽນຂອງວົງການຂົນສົ່ງວ່າ: “ເຊໂນ ປຽບເໝືອນສະດືຂອງການຂົນສົ່ງພາກກາງ ເຊື່ອມຕໍ່ທັງ ໄທ-ຫວຽດນາມ ແລະ ເໜືອ-ໃຕ້. ມື້ນີ້ພວກເຮົາເຫັນແລ້ວວ່າ ‘ລົດບັນທຸກໄຟຟ້າ’ ຄືຄຳຕອບຂອງອະນາຄົດ. ການທີ່ພວກເຮົານຳເອົາຕູ້ສາກກຳລັງໄຟສູງ 400kW ທີ່ສາມາດສາກລົດບັນທຸກຫົວລາກໄດ້ໄວທັນໃຈມາໄວ້ບ່ອນນີ້, ກໍເພື່ອເປັນການ ‘ປົດລັອກ’ ຂໍ້ຈຳກັດເກົ່າໆ.”

 ເຖິງເວລາ “ຫັນປ່ຽນ” ເພື່ອຕົ້ນທຶນທີ່ຖືກກວ່າ 10 ເທົ່າ!

“ຂ້າພະເຈົ້າຢາກເຊີນຊວນພີ່ນ້ອງຜູ້ປະກອບການຂົນສົ່ງ ແລະ SME ທຸກທ່ານ ໃຫ້ກ້າທີ່ຈະປ່ຽນ. ມື້ນີ້ໂຄງລ່າງພື້ນຖານທີ່ ເຊໂນ ພ້ອມແລ້ວ. ຂໍ້ມູນໄດ້ພິສູດແລ້ວວ່າ ການໃຊ້ລົດບັນທຸກໄຟຟ້າຊ່ວຍຫຼຸດຕົ້ນທຶນພະລັງງານໄດ້ຫຼາຍກວ່າ 10 ເທົ່າ ເມື່ອທຽບກັບນ້ຳມັນ. ໃນຍຸກທີ່ການແຂ່ງຂັນສູງແບບນີ້ ໃຜຫຼຸດຕົ້ນທຶນໄດ້ຫຼາຍກວ່າ ຄົນນັ້ນຄືຜູ້ຊະນະ. Seno EV Hub Chalernchai | BlueDot ແຫ່ງນີ້ ຈະເປັນແຮງຍູ້ດັນໃຫ້ທຸລະກິດຂົນສົ່ງຂອງລາວເຮົາແຂ່ງຂັນໄດ້ ແລະ ເຕີບໂຕຢ່າງຍືນຍົງ.”

ທີ່ Seno EV Hub Chalernchai | BlueDot, ທ່ານບໍ່ພຽງແຕ່ມາສາກໄຟ ແຕ່ທ່ານຈະໄດ້ຮັບຄວາມສະດວກສະບາຍຄົບວົງຈອນ ລະຫວ່າງລໍຖ້າ 20-30 ນາທີ ດ້ວຍອາຫານ, ເຄື່ອງດື່ມ ແລະ ຫ້ອງນ້ຳທີ່ສະອາດ ຕາມມາດຕະຖານຂອງ ຈະເລີນໄຊ ພັດທະນາ.

ອະນາຄົດຂອງການຂົນສົ່ງລາວ ເລີ່ມຕົ້ນແລ້ວທີ່ນີ້!

ທ້າໃຫ້ທ່ານລອງໄດ້ແລ້ວມື້ນີ້!

 ດາວໂຫຼດແອັບພິເຄຊັນ [ BlueDot ]

iOS: https://apple.co/4crQdep

Android: https://bit.ly/3WMhXo7

 ສູນບໍລິການ 24ຊມ: 020 5737 8222 – 020 5738 8222

ບົດຄວາມຫຼ້າສຸດ

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...