Homeຂ່າວທ້ອງຖິ່ນກະກຽມຄວາມພ້ອມເກືອບ 100% ບຸນນະມັດສະການພະທາດອີງຮັງ ແຂວງສະຫວັນນະເຂດ ທີ່ຈະຈັດຂຶ້ນໃນ 30 ພະຈິກ - 05 ທັນວາ 2025

ກະກຽມຄວາມພ້ອມເກືອບ 100% ບຸນນະມັດສະການພະທາດອີງຮັງ ແຂວງສະຫວັນນະເຂດ ທີ່ຈະຈັດຂຶ້ນໃນ 30 ພະຈິກ – 05 ທັນວາ 2025

Published on

ບຸນນະມັດສະການ ພະທາດອີງຮັງ ແຂວງສະຫວັນນະເຂດ ຈະຈັດຂຶ້ນໃນວັນທີ 30 ພະຈິກ 2025 ເພື່ອສົ່ງເສີມການທ່ອງທ່ຽວ ປັດຈຸບັນແມ່ນມີຄວາມພ້ອມເກືອບ 100% ແລ້ວ. ສຳລັບການຈັດງານປີນີ້ ຈະສ້າງໃຫ້ມີຫຼາຍກິດຈະກຳ ເພື່ອມີຄວາມມ່ວນຊື່ນ ແລະ ຍິ່ງໃຫຍ່ກວ່າປີທີ່ຜ່ານມາ.

ທ່ານ ສົມພອນ ວິໄລວົງ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງສະຫວັນນະເຂດ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ບຸນນະມັດສະການພຣະທາດອີງຮັງ ຈະເລີ່ມເປີດງານໃນວັນທີ 30 ພະຈິກ ດຳເນີນໄປຈົນຮອດວັນທີ 5 ທັນວາ 2025 ໂດຍມີຫຼາຍກິດຈະກຳ ເພື່ອສົ່ງເສີມການທ່ອງທ່ຽວ ປັດຈຸບັນ, ອະນຸກຳມະການຈັດງານ ໄດ້ມີການກະກຽມທາງດ້ານສະຖານທີ່ຈອດລົດ, ເສັ້ນທາງຄົມມະນາຄົມເຂົ້າບໍລິເວນເດີ່ນພະທາດອີງຮັງ, ມີການຕົບແຕ່ງດອກໄຟແສງສີ, ມີຄວາມພ້ອມໃນການຮັກສາຄວາມສະຫງົບ, ມີຄວາມພ້ອມໃຫ້ບໍລິການທ່ອງການທ່ຽວ, ມີການຈັດສັນບັນດາຮ້ານວາງສະແດງຈຳໜ່າຍສິນຄ້າຢ່າງລະອຽດ ເພື່ອບໍ່ໃຫ້ນັກທ່ອງທ່ຽວມີຄວາມສັບສົນ. ພາຍໃນງານນອກຈາກຈະມີການວາງສະແດງຈຳໜ່າຍສິນຄ້າແລ້ວ ຍັງຈະມີການສະແດງສິລະປະ-ວັນນະຄະດີ ພື້ນເມືອງຂອງປະຊາຊົນ, ຂອງນັກຮຽນ, ກ້ອນກຳລັງສິລະປະຈາກ 14 ເມືອງ ແລະ ນະຄອນໄກສອນ ພົມວິຫານ ທີ່ເປັນເອກະລັກຂອງທ້ອງຖິ່ນ ມາສະແດງຢ່າງຄຶກຄື້ນມ່ວນຊື່ນ ພິເສດໃນຄັ້ງວັນທີ 4 ທັນວາ ຈະມີກິດຈະກຳແຫ່ຜາສາດເຜິ້ງທີ່ຍິ່ງໃຫຍ່ ພ້ອມທັງຈະມີການປະກວດຜາສາດເຜິ້ງຂອງປະຊາຊົນພາຍໃນບ້ານໃນທົ່ວແຂວງນຳອີກ.

ໂອດຽວກັນ, ທ່ານ ກໍວີເສດ ພະໄຊສົມບັດ ໜຶ່ງໃນຜູ້ຮັບຜິດຊອບວຽກງານວັດທະນະທຳ ຫລື ຕະຫລາດວັດທະນະທຳ ໄດ້ກ່າວວ່າ: ພາຍໃນສະຖານທີ່ວາງສະແດງວັດທະນະທຳ ແມ່ນຈະມີການວາງສະແດງ-ຈຳໜ່າຍສິນຄ້າ ຊຶ່ງເປັນຜະລິດຕະພັນຂອງປະຊາຊົນ ເປັນຕົ້ນ ເຄື່ອງຫັດຖະກຳຈັກສານ, ແຜ່ນແພ, ອາຫານພື້ນບ້ານ ນອກນີ້, ຈະມີກິດຈະກຳລຳວົງຢ້ອນຍຸກ, ລົງຄ່ວງໃນຍາມກາງຄືນ, ການຈີບສາວລົງຄ່ວງ, ກິນອາຫານພື້ນບ້ານໃສ່ພາໂຕກ, ຊົມໝໍລຳພະຫຍາຍ່ອຍ, ສະແດງໝໍລໍາເລື່ອງ, ໜັງປະລັດຕື້ ແລະ ກິດຈະກຳອື່ນໆ, ຊຶ່ງບຸນນະມັດສະການພະທາດອີງຮັງປີນີ້ ຈະຈັດໃຫ້ຄຶກຄື້ນມ່ວນຊື່ນກວ່າປີທີ່ຜ່ານມາ. ສະນັ້ນ, ຂໍເຊີນຊວນພໍ່ແມ່ພີ່ນ້ອງ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຈົ່ງມາຮ່ວມ, ມາທ່ຽວຊົມ ແລະ ມາຊິມອາຫານທີ່ເປັນເອກະລັກສະເພາະ ຂອງແຂວງສະຫວັນນະເຂດ.

ແຫຼ່ງຂໍ້ມູນ: ປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...