Homeຂ່າວທົ່ວໄປເອົາຈິງເອົາຈັງ ໃນການແກ້ໄຂບັນຫາເຄັ່ງຮ້ອນ ສະພາບເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າທີ່ສູງຂຶ້ນ

ເອົາຈິງເອົາຈັງ ໃນການແກ້ໄຂບັນຫາເຄັ່ງຮ້ອນ ສະພາບເງິນເຟີ້, ອັດຕາແລກປ່ຽນ ແລະ ລາຄາສິນຄ້າທີ່ສູງຂຶ້ນ

Published on

ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂຂຶ້ນ ໃນວັນທີ 24 ພະຈິກ 2025 ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍກໍາມະການສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການ. ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ໄດ້ຕີລາຄາວ່າ ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ ແລະ ຄາດຄະເນໄດ້ຍາກ ຄືປັດຈຸບັນນີ້, ແຕ່ຄະນະບໍລິຫານງານສູນກາງພັກ ກໍໄດ້ສຸມໃສ່ນຳພາ-ຊີ້ນຳ ຢ່າງເອົາຈິງເອົາຈັງໃນການແກ້ໄຂບັນຫາເຄັ່ງຮ້ອນຂອງປະເທດ, ໂດຍສະເພາະແມ່ນການແກ້ໄຂບັນດາປັດໄຈສ່ຽງ ທີ່ຈະສົ່ງຜົນກະທົບຕໍ່ສະພາບເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ພ້ອມນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ສ້າງໄດ້ການຫັນປ່ຽນ ທີ່ຕັ້ງໜ້າ ແລະ ທ່ວງທ່າ ທີ່ດີໃຫ້ແກ່ການສືບຕໍ່ພັດທະນາປະເທດຊາດເຮົາ ໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.

ກອງປະຊຸມຄັ້ງນີ້ໄດ້ດຳເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນພວມສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທ້າຍສະໄໝ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ, ນະຄອນຫຼວງ ແລະ ແຂວງ, ການກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນຟົດຟື້ນ, ກວ້າງຂວາງເພື່ອຍູ້ຂະບວນການກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງໜັກແໜ້ນ.

ກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ເປັນເອກະພາບ ແລະ ຮັບຮອງເອົາບັນດາເນື້ອໃນເອກະສານສຳຄັນເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກຄັ້ງທີXII, ເປັນຕົ້ນແມ່ນ :ໂຄງການການເມືອງຂອງພັກສະບັບທີ 3, ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີX ແລະ ກົດລະບຽບຂອງພັກສະບັບປັບປຸງ. ພ້ອມກັນນີ້, ກອງປະຊຸມ ຍັງຈະໄດ້ພ້ອມກັນດໍາເນີນຊີວິດການເມືອງທ້າຍສະໄໝເພື່ອສໍາຫຼວດກວດກາການນຳພາລວມຂອງໝູ່ຄະນະ ແລະ ຄວາມຮັບຜິດຊອບການເມືອງຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ.

 

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂດຍເນັ້ນໜັກວ່າ: ບັນດາເນື້ອໃນດັ່ງກ່າວນັ້ນ ລ້ວນແຕ່ເປັນບັນຫາສໍາຄັນ ທີ່ມີລັກສະນະຍຸດທະສາດ ຂອງພັກເຮົາ ທີ່ຈະນຳເຂົ້າຜ່ານ ແລະ ຮັບຮອງ ໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026 ເຊິ່ງຈະເປັນບ່ອນອີງ ແລະ ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການນໍາພາ-ຊີ້ນຳວຽກງານ ຂອງພັກ-ລັດ ໃນຊຸມປີຕໍ່ໜ້າ, ຜ່ານມາ ພວກເຮົາກໍໄດ້ຄົ້ນຄວ້າ ແລະ ປະກອບຄຳເຫັນ ຫຼາຍຄັ້ງແລ້ວ, ຈຶ່ງສະເໜີ ໃຫ້ບັນດາສະຫາຍສູນກາງພວກເຮົາ ຕ້ອງໄດ້ສຸມໃສ່ຄົ້ນຄວ້າ, ໃຫ້ຄໍາເຫັນ, ໃຫ້ທິດຕໍ່ແຕ່ລະວຽກໃຫ້ເລິກເຊິ່ງຕື່ມ, ພາວະວິໄສ ແລະ ເຈາະຈົງໃສ່ບັນຫາ ທີ່ຕັ້ງຂຶ້ນ ແລະ ບັນດາສະຫາຍ ອອກຄໍາເຫັນໃຫ້ເລິກເຊິ່ງ ແລະ ຖືກຈຸດ ເພື່ອງ່າຍໃຫ້ແກ່ການສະຫຼຸບສັງລວມ, ງ່າຍໃຫ້ແກ່ການປັບປຸງເອກະສານ ແລະ ຖືກກັບຈຸດທີ່ຢາກໄດ້, ຢາກແກ້ໄຂແທ້ໆ. ເພື່ອເຮັດໃຫ້ກອງປະຊຸມສູນກາງຄັ້ງນີ້ ໄດ້ຮັບຜົນສຳເລັດຕາມແຜນທີ່ວາງໄວ້.

ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 4 ວັນ ຈຶ່ງຈະປິດລົງ.

 

ແຫຼ່ງຂໍ້ມູນ: ປະຊາຊົນ

ບົດຄວາມຫຼ້າສຸດ

ສານປະຊາຊົນ ແຂວງອັດຕະປື ຕັດສິນ 9 ຈຳເລີຍ ຂໍ້ຫາລະເມີດລະບຽບການຄຸ້ມຄອງເງີນຕາຕ່າງປະເທດ, ດໍາເນີນທຸລະກິດບໍຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ.

ໃນວັນທີ 16 ກໍລະກົດ 2026 ຜ່ານມາ, ທີ່ຫ້ອງປະຊຸມສານຂອງສານປະຊາຊົນ ແຂວງອັດຕະປື ໄດ້ພິຈາລະນາຕັດສີນ ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20...

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...

ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ).

ກອງປະຊຸມສຸດຍອດ ອົງການສະຫະປະຊາຊາດ (ສປຊ) ວ່າດ້ວຍການທົບທວນກາງສະໄໝ ຂອງວາລະການພັດທະນາຕົວເມືອງໃໝ່ (New Urban Agenda Mid-term Review) ໄດ້ຈັດຂຶ້ນ ວັນທີ 16-17 ກໍລະກົດ...