ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1)
ໃນວັນທີ 3 ພະຈິກ 2025, ທາງເຈົ້າໜ້າທີ່ໄທ ໄດ້ລາຍງານວ່າ ໄດ້ຈັບກຸມຢາເສບຕິດໄດ້ 2 ຄະດີຄື: ທຳອິດຈັບຜູ້ຕ້ອງຫາໄດ້ 3 ຄົນ (ຍິງສັນຊາດໄທ 1 ຄົນ, ຊາຍສັນຊາດໄທ 1 ຄົນ ແລະ ຍິງສັນຊາດລາວ 1 ຄົນ) ທີ່ພາກັນເດີນທາງໄປແຕ່ລາວ ເຊິ່ງນັ່ງລົດກະບະປ້າຍທະບຽນໄທ ແລະ ເຈົ້າໜ້າທີ່ໄດ້ນຳເອົາກະເປົາເດີນທາງເຂົ້າເຄື່ອງກວດ ພົບວັດຖຸຕ້ອງສົງໃສປົນຢູ່ພາຍໃນ. ເມື່ອເປີດກະເປົາອອກມາພົບວ່າ ກະເປົາຖືກດັດແປງ ແລະ ພົບເຮໂລອິນ ນ້ຳໜັກ 10.8 ກິໂລກຣາມ.
ຕໍ່ມາ, ທາງເຈົ້າໜ້າທີ່ໄທໄດ້ຈັບກຸມຜູ້ຕ້ອງຫາ ຊາຍສັນຊາດໄທ 1 ຄົນ ແລະ ຍິງສັນຊາດໄທ 1 ຄົນ ທີ່ຂັບລົດກະບະປ້າຍໄທຜ່ານເຂົ້າໄປດ່ານໄທ ເຊິ່ງເຈົ້າໜ້າທີ່ໄດ້ນຳກະເປົາເຂົ້າເຄື່ອງກວດ ພົບຢາເສບຕິດປະເພດເຮໂລອິນ ນ້ຳໜັກ 11 ກິໂລກຣາມ, ລວມທັງສອງຄະດີ 5 ຄົນ ພ້ອມຂອງກາງ ເຮໂລອິນ 21.8 ກິໂລກຣາມ ມູນຄ່າປະມານ 65.4 ລ້ານບາດ.

