ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ
ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຢ່າງເປັນທາງການ,ໂດຍການເປັນປະທານຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະ ມົນຕີ ແຫ່ງ ມາເລເຊຍ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ໄດ້ຮ່ວມລົງນາມໃນຖະແຫຼງການ ວ່າດ້ວຍການຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ ເປັນປະເທດທີ 11.ພາຍຫຼັງການເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ ແລະແບບວົງແຄບ ແລະ ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ.
ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ປຶກສາຫາລືກ່ຽວກັບການເສີມສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ຮັບຊາບການລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິິດຈະກໍາບູລິມະສິດຂອງການປະທານອາຊຽນ ຂອງ ມາເລເຊຍ.ພ້ອມນີ້, ກອງປະຊຸມ ຍັງໄດ້ເນັ້ນຄວາມສໍາຄັນການເພີ່ມທະວີຮັດແໜ້ນການຮ່ວມມືຂອງບັນດາຂະແໜງການຂອງອາຊຽນ ເພື່ອໃຫ້ອາຊຽນມີຄວາມພ້ອມ ແລະ ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດ ທິພາບ ແລະ ທັນການ.ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າການພົວພັນຮ່ວມມື ລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກຂອງອາຊຽນ ແລະ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ. ໃນນີ້,ກອງປະຊຸມ ໄດ້ເນັ້ນຢໍ້າຄວາມສຳຄັນໃນການຮັດແໜ້ນບົດບາດການນໍາພາ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວ ພັນຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.
ກອງປະຊຸມ,ຍັງໄດ້ເຫັນດີຮັບຮອງເອົາບັນດາຖະແຫຼງການ ແລະ ເອກະສານຜົນ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ເພື່ອເປັນພື້ນຖານໃຫ້ແກ່ການສືບຕໍ່ສ້າງອາຊຽນໃຫ້ເຂັ້ມແຂງ ແລະ ເພື່ອນໍາຜົນປະໂຫຍດອັນເປັນຮູບປະທໍາ ມາສູ່ປະຊາຊົນອາຊຽນ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແບບວົງແຄບ ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບ ມຽນມາ ແລະ ແລກປ່ຽນຄໍາຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະ ສິ່ງທ້າທາຍທັງແບບເກົ່າ ແລະ ໃໝ່ ເປັນຕົ້ນ ອາຊະກໍາຂ້າມຊາດ ເຊັ່ນ: ອາຊະຍາກໍາທາງໄຊເບີ ແລະ ການຫຼອກລວງສໍ້ໂກງທາງອອນລາຍ, ການປ່ຽນແປງສະພາບດິນຟ້າອາ ກາດ,ຄວາມຂັດແຍ່ງໃນບາງພາກພື້ນຂອງໂລກ ແລະອື່ນໆ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ- ຍີ່ປຸ່ນ ຄັ້ງທີ 28.ເຊິ່ງກອງປະຊຸມ, ໄດ້ຕີລາຄາສູງຕໍ່ການພົວ ພັນຮ່ວມມືອາຊຽນ-ຍີ່ປຸ່ນ ໃນໄລຍະຜ່ານມາ ທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ໃຫ້ກ້າວເຂົ້າສູ່ລວງເລິກ.ພ້ອມນີ້,ສອງຝ່າຍ ໄດ້ເຫັນດີຮັດແໜ້ນການຮ່ວມ ມືໃນຂົງເຂດທີ່ທັງສອງຝ່າຍ ມີທ່າແຮງ ແລະ ມີຄວາມສົນ ໃຈຮ່ວມກັນ ເປັນຕົ້ນແມ່ນການສຶກສາ ແລະ ການພັດທະ ນາຊັບພະຍາກອນມະນຸດ, ການເຊື່ອມຈອດ, ພະລັງງານສະອາດ ແລະ ພະລັງງານທົດແທນ, ການຮັບມືກັບໄພພິ ບັດທາງທໍາມະຊາດ,ການຫັນເປັນດິຈີຕອນ,ນະວັດຕະກໍາ ແລະ ປັນຍາປະດິດ.ພິເສດ, ກອງປະຊຸມ ຍັງໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ- ຍີ່ປຸ່ນ ຄັ້ງທີ 28 ວ່າດ້ວຍການສົ່ງເສີມ ແລະ ການຈັດຕັ້ງປະຕິບັດແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ.
ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 22 ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົວພັນຮ່ວມມື ອາຊຽນ-ອິນເດຍ ຕະຫຼອດໄລຍະ 1 ປີທີ່ຜ່ານມາ ໂດຍສະເພາະຜົນສໍາເລັດການຈັດຕັ້ງປະຕິບັດບັນດາກິດຈະກໍາ ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວອາຊຽນ-ອິນເດຍ. ກອງປະຊຸມ ຍັງເຫັນດີສືບຕໍ່ເພີ່ມທະວີການເຊື່ອມຈອດດ້ານພື້ນຖານໂຄງລ່າງ ແນໃສ່ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນ ໂດຍຊຸກຍູ້ໃຫ້ ອິນເດຍ ເລັ່ງລັດໂຄງການກໍ່ສ້າງທາງດ່ວນ 3 ຝ່າຍ: ອິນເດຍ-ມຽນມາ-ໄທ ແລະ ເຊື່ອມຕໍ່ມາຍັງ ລາວ-ກໍາປູເຈຍ-ຫວຽດນາມ ໃຫ້ສໍາເລັດໂດຍໄວ. ພ້ອມນີ້, ອາຊຽນ ຍັງໄດ້ຊຸກຍູ້ໃຫ້ ອິນເດຍ ສືບຕໍ່ຮ່ວມມືກັບອາຊຽນ ໃນຂົງເຂດຕ່າງໆ ເປັນຕົ້ນ: ພະລັງງານທົດແທນ, ການຜະລິດກະສິກໍາທີ່ຍືນຍົງ, ຄວາມໝັ້ນຄົງທາງໄຊເບີ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງຜູ້ນໍາອາຊຽນ-ອິນເດຍ ວ່າດ້ວຍການທ່ອງທ່ຽວແບບຍືນຍົງ ແລະ ໄດ້ປະກາດກຳນົດເອົາ ປີ 2026 ເປັນປີແຫ່ງການຮ່ວມມື ທາງທະເລ ອາຊຽນ-ອິນເດຍ.
ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມຣິກາ ຄັ້ງທີ 13 ໄດ້ທົບທວນຄືນ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ອາຊຽນ ແລະ ສະຫະລັດອາເມຣິກາ ມີຮ່ວມກັນ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມໝາຍໝັ້ນຂອງ ສະຫະລັດອາເມລິກາ ໃນການສະໜັບສະໜູນຄວາມເປັນແກນກາງຂອງອາຊຽນ ແລະ ການເຂົ້າຮ່ວມຢ່າງຫ້າວຫັນໃນບັນດາກົນໄກອາຊຽນນໍາພາ ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ການຮັດແໜ້ນການຮ່ວມມືໃນຂົງເຂດສໍາຄັນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ຄວາມໝັ້ນຄົງ, ນະວັດຕະກໍາ, ປັນຍາປະດິດ, ການພັດທະນາຊັບພະຍາກອນ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມຣິກາ ໄດ້ຮັບຮອງເອົາຖະແຫຼງ ການວິໄສທັດຮ່ວມຜູ້ນໍາອາຊຽນ-ສະຫະລັດອາເມຣິກາ ວ່າດ້ວຍການສົ່ງເສີມອາຊຽນ ແລະ ອາເມຣິກາ ທີ່ເຂັ້ມແຂງ, ປອດໄພ, ແລະ ສົມບູນພູນສຸກຍິ່ງຂຶ້ນ.
ນອກຈາກນັ້ນ, ຍັງໄດ້ຈັດບາງກິດຈະກໍາປິ່ນອ້ອມໃນໄລຍະກອງປະຊຸມສຸດຍອດ ເຊັ່ນ: ກອງປະຊຸມບັນດາຜູ້ນໍາອາຊີ ເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃຫ້ເຫຼືອສູນ ຫຼື ອາແຊັກ (AZEC) ຄັ້ງທີ 3 ແລະ ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອາຊຽນ ແລະ ສະຫະພັນບານເຕະໂລກ.
ແຫຼ່ງຂ່າວ: LNR

