spot_img
Homeຂ່າວພາຍ​ໃນຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

Published on

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ.

ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ທີ່ຈັດຂຶ້ນເມືອບໍ່ດົນຜ່ານມານີ້ ທີ່ນະຄອນຫຼວງວຽງຈັນວ່າ: ໃນໄລຍະ 5 ປີ (2026-2030) ກະຊວງ ຍທຂ ຈະສືບຕໍ່ສຸມໃສ່ນໍາພາພັດທະນາຕົວເມືອງຕາມທິດໜ້າຢູ່, ສີຂຽວ, ຍືນຍົງ ກຳນົດທິດທາງສ້າງຕົວເມືອງທັນສະໄໝ; ສືບຕໍ່ສ້າງຕົວເມືອງຕາມແລວເສດຖະກິດ; ສຸມໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດໂຄງການພັດທະນາຕົວເມືອງຕາມແລວເສດຖະກິດເໜືອ-ໃຕ້ GMS4 ຢູ່ຕົວເມືອງປາກຊັນ ແລະ ຕົວເມືອງທ່າແຂກ; ໂຄງການປັບປຸງສິ່ງແວດລ້ອມນະຄອນຫຼວງພະບາງໂດຍທຶນຊ່ວຍເຫຼືອ ແລະ ທຶນກູ້ຢືມຈາກທະນາຄານພັດ ທະນາອາຊີ; ໂຄງການປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຕົວເມືອງນ້ອຍໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ; ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອຂອງສປປ ລາວ; ໂຄງການປັບຕົວຂອງຕົວເມືອງ ຕໍ່ກັບການປ່ຽນແປງດິນຟ້າອາກາດ ໂດຍນໍາໃຊ້ວິທີແກ້ໄຂບັນຫາໂດຍທຳມະຊາດເປັນພື້ນຖານໄລຍະທີ 1; ໂຄງການປັບປຸງເຂດຊຸ່ມຊື່ນໃນຕົວເມືອງເພື່ອສິ່ງແວດ ລ້ອມທີ່ຍືນຍົງ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດນະຄອນຫຼວງພະບາງ; ໂຄງການຂະຫຍາຍການຄຸ້ມຄອງຂີ້ເຫຍື້ອ ແລະ ນໍ້າເປື້ອນແບບຍືນຍົງເພື່ອປັບປຸງວຽກງານສາທາລະນະສຸກ ແລະ ສິ່ງແວດລ້ອມໃນ ສປປ ລາວໄລຍະທີ 2.

ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ຄຽງຄູ່ກັນນັ້ນ, ກະຊວງ ຍທຂ ຈະສືບຕໍ່ນໍາພາປະຕິບັດນະ ໂຍບາຍສະໜອງນໍ້າປະປາໃຫ້ປະຊາຊົນໃຫ້ໄດ້ນໍາໃຊ້ນໍ້າປະປາຢ່າງກວ້າງຂວາງ ແລະ ທົ່ວເຖິງ; ສູ້ຊົນບັນລຸຄາດໝາຍຂອງການພັດທະນາແບບຍືນຍົງໃນການໃຫ້ປະຊາກອນທີ່ອາໄສໃນເທດສະບານແຂວງ ແລະ ເມືອງ 90% ໄດ້ຊົມໃຊ້ນໍ້າປະປາທີ່ມີການຄຸ້ມຄອງຢ່າງປອດໄພ (ຕາມຄາດໝາຍທຽບໃສ່ປະຊາກອນໃນທົ່ວປະເທດເຂົ້າເຖິງນໍ້າປະປາໃຫ້ໄດ້ 35%) ແລະ ສູ້ຊົນກໍ່ສ້າງໂຮງງານນໍ້າປະປາໃນຂອບເຂດທົ່ວປະເທດເພີ່ມຂຶ້ນ 32 ໂຮງງານ. ຈາກປັດຈຸບັນ 200 ໂຮງງານທີ່ມີກຳລັງການຜະລິດທັງໝົດ 758,989 ແມັດກ້ອນ/ວັນ ມາເປັນ 232 ໂຮງງານດ້ວຍກຳລັງການຜະລິດທັງໝົດ 883,465 ແມັດກ້ອນ/ວັນ; ສູ້ຊົນເຮັດໃຫ້ອັດຕາສ່ວນນໍ້າບໍ່ສ້າງລາຍຮັບ (ນໍ້າສູນເສຍ) ບໍ່ໃຫ້ເກີນສູງສຸດ 25% ສໍາລັບຕົວເມືອງໃຫຍ່ ແລະ ສູງສຸດບໍ່ໃຫ້ເກີນ 15% ສໍາລັບຕົວເມືອງນ້ອຍ; ສືບຕໍ່ສູ້ຊົນຈັດຕັ້ງປະຕິບັດວຽກສຸຂາພິບານ ຄາດໝາຍບຳບັດນໍ້າເປື້ອນໃຫ້ໄດ້ຮັບການບຳບັດ 50% ໃນເທດສະບານແຂວງ ແລະ ເມືອງ. ພ້ອມນັ້ນ, ຈະມີການຄຸ້ມຄອງວຽກງານສຸຂາພິບານຢ່າງມີປະສິດທິພາບ ແລະ ປອດໄພຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ໃນນັ້ນ, ສູ້ຊົນກໍ່ສ້າງລະບົບບຳບັດນໍ້າເປື້ອນໃນຕົວເມືອງເພີ່ມຂຶ້ນຈາກ 31 ລະບົບ ມາເປັນ 50 ລະບົບໃນຂອບເຂດທົ່ວປະເທດ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...